ຮອງເຈົ້າເມືອງແກ່ນທ້າວລົງກວດກາການລະບາດຂອງພະຍາດແມງໄມ້ໃນນາເຂົ້າບ້ານຫ້ວຍເລິກ


ຂປລ. ທ້າຍອາທິດຜ່ານ ມາ, ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ ແຂວງໄຊຍະບູລີ, ພ້ອມດ້ວຍ ຮອງຫົວໜ້າຫ້ອງການກະ ສິກໍາ ແລະ ປ່າໄມ້ ແລະ ພະນັກ ງານປູກຝັງໄດ້ສົມທົບກັບອົງ ການປົກຄອງບ້ານ ແລະ ກະສິ ກອນທີ່ໄດ້ຮັບຜົນເສຍຫາຍ ລົງກວດກາການລະບາດຂອງ ພະຍາດ, ແມງໄມ້ ໃນນາເຂົ້າຢູ່ ບໍລິເວນຫ້ວຍເລິກ ເມືອງແກ່ນ ທ້າວ ເຊິ່ງມີເນື້ອທີ່ເສຍຫາຍ ທັງໝົດ 21 ເຮັກຕາກວ່າ. ໃນ ນັ້ນ ບ້ານວັງປາເສຍຫາຍກວ່າ 1 ເຮັກຕາ ແລະ ເຂົ້າໄຮ່ຈຳນວນ ໜຶ່ງ, ບ້ານຫ້ວຍເລິກ ເຂົ້ານາ ເສຍຫາຍ 11 ເຮັກຕາ ແລະ ບ້ານ ວັງປູນ ເສຍຫາຍ 9 ເຮັກຕາ.
+ ຢາປາບສັດຕູພືດ ຢາກຳລັງຂ້າຄົນລາວ
+ ແຂວງເຊກອງປັກດຳນາປີສຳເລັດກວ່າ 70%
ໃນໂອກາດນີ້, ຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງກໍ ໄດ້ນໍາເອົາຢາຂ້າແມງໄມ້ໄປ ມອບໃຫ້ກະສິກອນພ້ອມທັງ ແນະນໍາວິທີໃຊ້, ການປ້ອງກັນ ແລະ ກໍາຈັດພະຍາດແມງໄມ້ ໃຫ້ໄດ້ຮັບຜົນ.
ນອກນັ້ນ, ຍັງໄດ້ແຕ່ຕັ້ງ ວິຊາການລົງຕິດຕາມເຝົ້າລະວັງ, ພ້ອມອອກແຈ້ງການກ່ຽວ ກັບການລະບາດຂອງສັດຕູ ພືດດັ່ງກ່າວ ເພື່ອມີວິທີປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ລະບາດໄປບ່ອນອື່ນ./.

