ເດັກກວ່າ 5 ລ້ານຄົນສ່ຽງອຶດຫິວໃນເຢເມນ

- 1537323210556 960x0 - ເດັກກວ່າ 5 ລ້ານຄົນສ່ຽງອຶດຫິວໃນເຢເມນ
- kitchen vibe - ເດັກກວ່າ 5 ລ້ານຄົນສ່ຽງອຶດຫິວໃນເຢເມນ

ມູນ​ນິທິ​ເຊ​ຟ​ເດິ​ຊິ​ລ​ເດັນ ລາຍ​ງານ​ເຕືອນ​ວ່າ: ​ເດັກ 5,2 ລ້ານ​ຄົນ ສ່ຽງ​ຕໍ່​ສະພາບ​ອຶດຫິວ​ໃນ​ເຢ​ເມນ, ຂະນະ​ທີ່​ສົງຄາມ​ຍືດ​ເຍື້ອຕໍ່​ເນື່ອງ ​ເຮັດ​ໃຫ້​ລາຄາ​ອາຫານ ​ແລະ ​ເຊື້ອ​ໄພ​ເພີ່ມ​ສູງ​ຂຶ້ນ​ໃນ​ທົ່ວ​ປະ​ເທດ.

ກຸ່ມ NGO ​ໃນ​ອັງກິດ​ມີ​ລາຍ​ງານ​ສະບັບ​ໃໝ່​ວ່າ: ການ​ຂົນ​ສົ່ງ​ຢຸດ​ສະ​ງັກຈາກ​ການ​ປະ​ທະ​ກັນ​ທີ່​ທ່າ​ເຮືອ​ໂຮ​ເດ​ດາ​ທາງ​ທະ​ເລ​ແດງ ຈະ​ເຮັດ​ໃຫ້​ເກີດ​ສະພາບ​ຂາດ​ເຂີນ​ອາຫານ​ຢ່າງ​ຮຸນ​ແຮງ. ​ເຊ​ຟ​ເດິ​ຊິ​ລ​ເດັນ ລາຍ​ງານ​ວ່າ: ​ເດັກ​ອີກ 1 ລ້ານ​ຄົນ​ຢູ່​ໃນ​ສະພາບ​ສ່ຽງ​ຕໍ່​ຄວາມ​ອຶ​ດຫິວ​ແລ້ວ ​ເນື່ອງ​ຈາກ​ລາຄາ​ອາຫານ ​ແລະ ການ​ຂົນ​ສົ່ງ​ແພງ​ຂຶ້ນ ​ເຮັດ​ໃຫ້​ມີ​ຈຳນວນ​ລວມ 5,2 ລ້ານ​ຄົນ. ​ເຢ​ເມນ​ກຳລັງ​ຕົກ​ຢູ່​ທ່າມກາງ​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ກຸ່ມ​ກະບົດ​ຊາວ​ຮູ​ທີ ​ເຊິ່ງ​ເປັນ​ມຸດ​ສະ​ລິ​ມຊີ​ອະ​ກັບ​ກອງ​ກຳລັງ​ທີ່​ພັກດີ​ຕໍ່​ປະທານາທິບໍດີ ອາ​ເບັດຣັບ​ໂບ ມານ​ຊູ ຮາ​ດີ ມາ​ແຕ່​ປີ 2014. ນອກຈາກ​ນີ້ ກອງ​ກຳລັງ​ທີ່​ນຳ​ໂດຍ​ອາຣັບບີ ຊາ​ອຸ​ດິດ ​ເຂົ້າ​ແຊກ​ແຊງດ້ວຍ​ປະຕິບັດ​ການ​ໂຈມ​ຕີ​ໃນ​ປີ 2015 ​ເພື່ອ​ສະໜັບສະໜູນຝ່າຍ​ປະທານາທິບໍດີ ​ແລະ ກ່າວ​ຫາ​ອີຣານວ່າ​ສະໜັບສະໜູນ​ຝ່າຍ​ກະບົດ, ຂະນະ​ທີ່​ມີ​ຜູ້​ຖືກ​ສັງຫານ​ໄປ​ເກືອບ 10.000 ຄົນ​ແລ້ວ.

- Visit Laos Visit SALANA BOUTIQUE HOTEL - ເດັກກວ່າ 5 ລ້ານຄົນສ່ຽງອຶດຫິວໃນເຢເມນ
- 3 - ເດັກກວ່າ 5 ລ້ານຄົນສ່ຽງອຶດຫິວໃນເຢເມນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!