ສູນວັດທະນະທຳແຊຣິງ ສ. ເກົາຫລີ ໃຫ້ການຊ່ວຍເຫຼືອຜູ້ປະສົບໄພໃນລາວ 3 ລ້ານກວ່າໂດລາ


ພິທີມອບ-ຮັບເຄື່ອງຊ່ວຍເຫລືອ ຈາກສູນວັດທະນະທຳແຊຣິງ ສ. ເກົາຫລີ ລວມມີ ເຄື່ອນຸ່ງຫົ່ມ, ເກີບ, ໂຕະຕັ່ງນັກຮຽນ, ລົດໂຮງໝໍ 2 ຄັນ, ລົດດັບເພີງ 2 ຄັນ ລວມມີມູນຄ່າທັງໝົດ 3 ລ້ານກ່ວາໂດລາສະຫະລັດ, ເພື່ອແກ້ໄຂຜົນກະທົບຈາກໄພນໍ້າຖ້ວມຢູ່ລາວ ໄດ້ມີຂຶ້ນໃນວັນທີ 24 ກັນຍານີ້, ທີ່ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ລະຫວ່າງ ທ່ານ ຢູ ຮຽນ ສຸກ ປະທານສະມາຄົມສິລະປະ ວັດທະນະທຳ ແຊຣິງ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄຳເຫັນວ່າ: ການຊ່ວຍເຫລືອດັ່ງກ່າວແມ່ນມີຄວາມສໍາຄັນຍິ່ງ ເພື່ອຊ່ວຍໃນການແກ້ໄຂໄພພິບັດນ້ຳຖ້ວມທີ່ເກີດຂຶ້ນໃນຜ່ານມາ ອັນໄດ້ສ້າງຄວາມເສຍຫາຍເປັນຈໍານວນຫຼາຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນລາວ. ດັ່ງນັ້ນສໍາລັບລົດໂຮງໝໍ 2 ຄັນ ແມ່ນມອບໃຫ້ ແຂວງ ໄຊສົມບູນ ແລະ ລົດດັບເພີງ 2 ຄັນ ມອບໃຫ້ແຂວງ ຊຽງຂວາງ ເພື່ອນຳໃຊ້ເຂົ້າໃນວຽກງານ ໃຫ້ມີປະສິດທິພາບ.
ທ່ານ ຢູ ຮຽນ ສຸກ ໃຫ້ຮູ້ວ່າ: ສູນວັດທະນະທຳແຊຣິງ ເຄີຍໄດ້ໃຫ້ການຊ່ວຍເຫລືອລາວ ມາແລ້ວ 4 ຄັ້ງ, ນັບແຕ່ ປີ 2016 ເປັນຕົ້ນມາ, ສະເພາະໃນຄັ້ງນີ້, ກໍໄດ້ເພີ່ມການຊ່ວຍເຫລືອຫລາຍຂຶ້ນ ເປັນຕົ້ນແມ່ນ ເຄື່ອງອຸປະກອນສຶກສາ ແລະ ລົດຮັບສົ່ງຄົນເຈັບ, ລົດດັບເພີີງ ເນື່ອງຈາກເຫັນວ່າສະເພາະປີນີ້ ລາວພົບກັບບັນຫາໄພພິບັດຮ້າຍແຮງທີ່ສຸດ ແມ່ນຢູ່ແຂວງ ອັດຕະປື, ສະນັ້ນ, ກໍຫວັງວ່າຈະຊ່ວຍໃນການຟື້ນຟູສະພາບດັ່ງກ່າວໃຫ້ສູ່ປົກກະຕິໂດຍໄວ.