ເສີມສ້າງຖານລາຍຮັບໃຫ້ໝັ້ນຄົງໜັກແໜ້ນ
ເວົ້າເຖິງການເສີມສ້າງຖານລາຍຮັບໃຫ້ໝັ້ນຄົງໜັກແໜ້ນກວ້າງຂວາງແມ່ນໜຶ່ງໃນ 14 ທິດທາງແຜນການແຫ່ງການກ້າວເດີນ ແລະ ບຸກທະລຸໃນຕໍ່ໜ້າທີ່ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ລາຍງານຕໍ່ກອງປະຊຸມສະພາ. ເປົ້າໝາຍກໍເພື່ອເຮັດໃຫ້ປະເທດຊາດເຮົາຮັ່ງມີເຂັ້ມແຂງ ແລະ ພັດທະນາກ້າວໄປຢ່າງບໍ່ຢຸດຢັ້ງ. ເພື່ອບັນລຸຄາດໝາຍດັ່ງກ່າວມີແຕ່ພ້ອມກັນເສີມສ້າງຖານລາຍຮັບແຫ່ງຊາດໃຫ້ໝັ້ນຄົງກວ້າງຂວາງໜັກແໜ້ນ ແລະ ໃຫ້ອຸດົມຮັ່ງມີ, ເຫລືອກິນເຫລືອໃຊ້. ບົດຮຽນຂອງບັນດາປະເທດອື່ນທີ່ເພິ່ນຮັ່ງມີເຂັ້ມແຂງ ແລະ ພັດທະນາແລ້ວແມ່ນເພິ່ນມີເງິນຫລາຍ, ມີຊັບສິນຫລາຍຈຶ່ງສາມາດລ້ຽງຄົນພາຍໃນປະເທດໄດ້ເຊັ່ນ: ເບິ່ງແຍງຄົນຕົກງານ, ຄົນເສຍອົງຄະສະສິນ, ຜູ້ເຖົ້າ, ຜູ້ແກ່ບໍ່ສາມາດອອກແຮງງານໄດ້ ແລະ ສະຫວັດດີການອື່ນໆ. ເພິ່ນມີເງິນສະສົມໄວ້ໃນກອງທຶນຢ່າງມະຫາສານ ເຊັ່ນ: ກອງທຶນປະກັນສັງຄົມ, ຢູ່ຄັງຫລວງແຫ່ງຊາດ, ຄັງສໍາຮອງ ແລະ ສ່ວນອື່ນໆ. ໃນເມື່ອເກີດວິກິດມາເພິ່ນກໍບໍ່ໄດ້ຫວັ່ນໄຫວຄອນແຄນ ນັ້ນຄືຄວາມເປັນມາດຕະຖານແຫ່ງການຄຸ້ມຄອງລັດ-ຄຸ້ມຄອງສັງຄົມຂອງປະເທດທີ່ເພິ່ນມີການພັດທະນາແລ້ວ.
ຖ້າຈະຕັ້ງໂຈດກັນວ່າບັນດາຊັບສິນເງິນຄໍາເຫລົ່ານັ້ນເພິ່ນໄດ້ມາຈາກໃສ ? ມັນກໍໄດ້ມາຈາກການເກັບພາສີ-ອາກອນລາຍໄດ້ນໍາຜູ້ປະກອບການຜະລິດ, ທຸລະກິດ, ການຄ້າຂາຍແລະ ແຫລ່ງລາຍຮັບໃນທຸກຮູບແບບທີ່ຖືກຕ້ອງຕາມກົດໝາຍໃນທົ່ວປະເທດ.
ແຕ່ເມື່ອຖາມວ່າເປັນຫຍັງລາວເຮົາໃນຜ່ານມາຈຶ່ງປະສົບບັນຫາຫຍຸ້ງຍາກໃນການສ້າງຖານລາຍຮັບ ? ການເກັບລາຍຮັບແຕ່ລະປີກໍບໍ່ໄດ້ຕາມຄາດໝາຍແຖມຍັງປະສົບບັນຫາເລື່ອງເງິນຄໍາ, ການເບີກຈ່າຍເງິນເດືອນໃຫ້ພະນັກງານກໍຊັກຊ້າເປັນສອງສາມເດືອນໃນບາງກົມກອງ ແລະ ທ້ອງຖິ່ນ ແລະ ລວມໄປເຖິງການໃຊ້ຈ່າຍອື່ນໆ. ອັນສາເຫດຕົ້ນຕໍຂອງມັນກໍແມ່ນປະເທດເຮົາຍັງບໍ່ຮັ່ງມີ, ສາເຫດທີ່ບໍ່ທັນຮັ່ງມີກໍຍ້ອນການເກັບພາສີ-ອາກອນແຕ່ລະປີບໍ່ໄດ້ຕາມຄາດໝາຍ ຍ້ອນຍັງມີຊ່ອງຫວ່າງ, ຊ່ອງໂຫວ່, ມີການສໍ້ລາດບັງຫລວງຢ່າງຫລວງຫລາຍ ແລະ ແຜ່ລາມ. ຄໍາວ່າສໍ້ລາດບັງຫລວງຢ່າງຫລວງຫລາຍ ແລະ ແຜ່ລາມນີ້ກໍໝາຍຄວາມວ່າ ຜູ້ຢູ່ລຸ່ມກິນຢູ່ລຸ່ມ, ຜູ້ຢູ່ເທິງກິນຢູ່ເທິງ, ສ່ວນຜູ້ຢູ່ເຄິ່ງກາງກໍພາກັນສວຍໂອກາດສາວໄດ້ສາວເອົາ, ໃນການສໍ້ລາດບັງຫລວງນີ້ກໍຍ່ອມສະແດງອອກໃນຫລາຍດ້ານ ຄືເກັບພາສີ-ອາກອນມາໄດ້ຫລາຍຖອກເຂົ້າຄັງຫລວງໜ້ອຍ, ສ່ວນທີ່ເຫລືອປັນກັນເຂົ້າຖົງບຸກຄົນຜູ້ເຮັດວຽກ. ອັນສອງມາພາກັນຕັດໄມ້, ຄ້າໄມ້ເຖື່ອນ. ອັນສາມເຮັດທຸລະກິດນ້ຳມັນ, ທຸລະກິດລົດ ແລະ ທຸລະກິດອື່ນໆບໍ່ເສຍພາສີ. ອັນສີ່ບັນຫາຢາເສບຕິດ. ອັນຫ້າເກັບພາສີທີ່ດິນບໍ່ໄປບໍ່ມາອືດອາດປານດຶງຂາເຕົ່າ, ເກັບມາໄດ້ແລ້ວມັນເຮ່ຍມັນຮວາຍເຂົ້າຖົງພວກໄປວັດແທກ,ເຮ່ຍຮວາຍໄປນໍາຕົ້ມເປັດ, ຕົ້ມໄກ່, ນໍາອີ່ໜູອີ່ໄໜ່ຢ່າງຟຸມເຟືອຍ.
ແຕ່ກ່ອນເຮົາພາກັນຕິວ່າບໍ່ມີເຄື່ອງມືທັນສະໄໝ, ໃຊ້ແຕ່ແມັດກໍ້ຍ່າງກ່ອງເກາະກ່ອງກ້ອຍຄັບທີບ, ແຕ່ມາດຽວນີ້ມີຮອດກ້ອງບາລູນ, ມີດາວທຽມຈັບ, ມີຮອດເຄື່ອງວັດແທກດີຈີຕອນວ່າແຕ່ຊີ້ໄປໝ່ອງໃດມັນກໍບອກວ່າກວ້າງຍາວໜ້າພຽງເທົ່າໃດຮູ້ໂລດ. ໃນຊຸມປີຜ່ານໆມາເຮົາເຫັນວ່າລາຍໄດ້ຈາກພາສີທີ່ດິນບໍ່ພໍກາຍເຄິ່ງ. ທັງໝົດທີ່ໄດ້ຍົກມານີ້ມັນລ້ວນແລ້ວແຕ່ເປັນສາເຫດທີ່ເຮັດໃຫ້ເຮົາເກັບລາຍຮັບແຕ່ລະປີບໍ່ໄດ້ຕາມຄາດໝາຍ. ນອກນີ້ກໍຍັງມີຫລາຍອັນຫລາຍຢ່າງທີ່ມັນຍັງຄຸມເຄືອ, ສົມທົບກັບຖັນແຖວພະນັກງານ, ບຸກຄະລາກອນຈໍານວນບໍ່ໜ້ອຍເຮັດຫຍັງກໍອີງໃສ່ແຕ່ຜົນປະໂຫຍດ, ຫາແຕ່ຊ່ອງຫວ່າງ, ຊ່ອງໂຫວ່. ສະພາບເດັ່ນທີ່ສຸດແມ່ນໃນຊ່ວງຫ້າປີສິບປີຄືນຫລັງຈົນກາຍມາເປັນປາກົດການຫຍໍ້ທໍ້ໃນສັງຄົມເຫີ່ກັນຊອກຫາເອົາແຕ່ດິນ, ສໍ້ໂກງເອົາເງິນຂອງລັດ. ຫາແຕ່ຜົນປະໂຫຍດສ່ວນຕົວໃນຖັນແຖວພະນັກງານລັດຖະກອນທັນໃຜທັນໄດ້, ທັນໃຜທັນເອົາ. ຈາກປັດໃຈທີ່ໄດ້ກ່າວມາຂ້າງເທິງນີ້,ມັນຈຶ່ງກາຍມາເປັນບັນຫາຊໍາເຮື້ອທີ່ແກ້ໄຂຫຍຸ້ງເຫຍີງສົມຄວນ.
ເຖິງຢ່າງໃດກໍດີ, ມາເຖິງວັນນີ້ມັນສົມຄວນແລ້ວທີ່ພວກເຮົາທຸກຄົນຕ້ອງໄດ້ພ້ອມກັນສໍານຶກແລະ ຮ່ວມແຮງຮ່ວມໃຈກັນກັບລັດຖະບານຊຸດທີ 8 ພ້ອມກັນຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອຄວາມໝັ້ນຄົງຮັ່ງມີຂອງຊາດບ້ານເມືອງໃນອະນາຄົດ. ເປົ້າໝາຍອັນສໍາຄັນກ່ອນອື່ນໝົດກໍເພື່ອຄວາມໝັ້ນຄົງຂອງຊາດ, ເພື່ອຄວາມຢູ່ດີກິນດີຂອງພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ.