ເອດີອາເອັຟ ໃຫ້ການຊ່ວຍເຫຼືອພັດທະນາການສຶກສາເດັກນ້ອຍ ຢູ່ 2 ແຂວງຂອງລາວ


ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການຫ້ອງຮຽນແຫ່ງຄວາມຫວັງໃໝ່ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະ ລວມມີມູນຄ່າປະມານ 1,3 ຕື້ກວ່າກີບ (162.200 ໂດລາສະຫະລັດ), ໄດ້ມີຂຶ້ນໃນວັນທີ 28 ກັນຍານີ້, ທີ່ກະຊວງສຶກສາທິການ ແລະ ກິລາ ລະຫວ່າງທ່ານ ນາງ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ ແລະ ທ່ານ ຊັງ ວອນ ກັງ ປະທານອົງການບັນເທົາທຸກເພື່ອການພັດທະນາ ອາຟຣິກາ-ອາຊີ (ADRF) ມີໄລຍະການຈັດຕັ້ງປະຕິບັດເປັນເວລາ 3 ປີ (2018-2021) ຢູ່ 2 ເມືອງ ຄື: ເມືອງພູຄູນ ນະຄອນຫຼວງພະບາງ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອປະກອບສ່ວນເຂົ້າໃນການພັດທະນາການສຶກສາຂອງເດັກນ້ອຍ ໂດຍແມ່ນການສະໜັບສະໜູນອຸປະກອນການສຶກສາ (ຊັ້ນປະຖົມ); ກິດຈະກໍາພັດທະນາຄວາມຮູ້ຄວາມສາມາດຂອງອາສາສະໝັກ ແລະ ເຝິກອົບຮົມພາສາອັງກິດ ໃຫ້ແກ່ຄູຊັ້ນປະຖົມໃນໂຮງຮຽນເປົ້າໝາຍຕ່າງໆ.