UNWTO ເປີດເຜີຍຈຳນວນ ນັກທ່ອງທ່ຽວທົ່ວໂລກເພີ່ມຂຶ້ນ 6,0%


ອົງການການທ່ອງທ່ຽວໂລກແຫ່ງສະຫະປະຊາຊາດ ຫລື UNWTO ເປີດເຜີຍໃນວັນທີ 10 ຕຸລາວ່າ: ຈຳນວນນັກທ່ອງທ່ຽວທົ່ວໂລກໃນໄລຍະເຄິ່ງປີທຳອິດເພີ່ມຂຶ້ນ 6,0% ໂດຍທາງໃຕ້ຂອງເອີຣົບ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ຖືເປັນເຂດທີ່ມີການຂະຫຍາຍຕົວຫລາຍທີ່ສຸດ.
UNWTO ເຊິ່ງມີສຳນັກງານໃຫຍ່ຢູ່ນະຄອນຫລວງມາດຣິດ ຂອງແອັສປາຍ ກ່າວໃນຖະແຫລງການວ່າ: ໃນໄລຍະເດືອນມັງກອນຫາເດືອນມິຖຸນາປີນີ້ ຈຳນວນນັກທ່ອງທ່ຽວທົ່ວໂລກມີປະມານ 641 ລ້ານຄົນ ເພີ່ມຂຶ້ນ 37 ລ້ານຄົນ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ທ່ານ ຊູຣັບ ໂປໂລລິຄາຊວິລລີ ເລຂາທິການໃຫຍ່ UNWTO ກ່າວວ່າ: ຕົວເລກຂໍ້ມູນຈຳນວນນັກທ່ອງທ່ຽວທົ່ວໂລກໃນເຄິ່ງປີທຳອິດ ເປັນສິ່ງພິເສດເພີ່ມຕື່ມວ່າ: ອຸດສາຫະກຳການທ່ອງທ່ຽວໄດ້ຟື້ນຕົວ ແລະ ມີທິດທາງການເຕີບໃຫຍ່ຢ່າງຕໍ່ເນື່ອງ. ອັງກິດ, ຝຣັ່ງ ແລະ ຣັດເຊຍ ມີຕົວເລກນັກທ່ອງທ່ຽວເພີ່ມຂຶ້ນເປັນຕົວເລກສອງຫລັກສຳລັບທະວີບເອີຣົບ, ສ່ວນອິນເດຍ ແລະ ສ.ເກົາຫລີ ເປັນສອງປະເທດທີ່ເປັນຕົວຂັບເຄື່ອນການຂະຫຍາຍຕົວໃນອາຊີ, ເອີຣົບຕອນໃຕ້ ແລະ ເມດິເຕລານຽນ ມີນັກທ່ອງທ່ຽວຂະຫຍາຍຕົວ 8,7%, ຂະນະທີ່ອາຊີຕາເວັນອອກສຽງໃຕ້ເຕີບໃຫຍ່ 9,4%, ຂະນະທີ່ນັກທ່ອງທ່ຽວທີ່ໄປທ່ຽວເອີຣົບ ເຊິ່ງເປັນພາກພື້ນທີ່ມີນັກທ່ອງທ່ຽວຫລາຍທີ່ສຸດໃນໂລກ ເພີ່ມຂຶ້ນ 6,8%, ສ່ວນຈີນ ເຊິ່ງເປັນຕະຫລາດການທ່ອງທ່ຽວອັນດັບຕົ້ນຂອງໂລກ ມີຕົວເລກຂອງການໃຊ້ຈ່າຍຂອງນັກທ່ອງທ່ຽວໃກ້ຄຽງກັບປີຜ່ານມາ. UNWTO ຄາດໝາຍວ່າ: ຕົວເລກນັກທ່ອງທ່ຽວທົ່ວໂລກຈະຂະຫຍາຍຕົວ 4-5% ໃນປີນີ້.