ຈົ່ງຮ່ວມໃຈແກ້ບັນຫາພາວະບອບບາງຂອງເສດຖະກິດມະຫາພາກ
ປັດຈຸບັນສະພາບເສດຖະກິດຂອງປະເທດພວກເຮົາ ຍັງມີຄວາມຫຍຸ້ງຍາກ ແລະ ມີລັກສະນະບອບບາງສົມຄວນ ໂດຍສະເພາະໃນປີ 2017 ເປັນປີເລີ່ມຕົ້ນຈັດຕັ້ງປະຕິບັດງົບປະມານຕາມປີປະຕິທິນ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ບໍ່ທັນຄ່ອງຕົວດີເທົ່າທີ່ຄວນ; ການເຕີບໂຕທາງເສດຖະກິດໃນ 4 ເດືອນ 2018 ຍັງບໍ່ໜັກແໜ້ນ, ສ່ວນໃຫຍ່ ອີງໃສ່ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຂຸດຄົ້ນຊັບພະຍາກອນເຊິ່ງບັນດາຂະແໜງການເຫຼົ່ານັ້ນຍັງບໍ່ສ້າງລາຍຮັບ ແລະ ວຽກເຮັດງານທໍາໃຫ້ແກ່ຜູ້ອອກແຮງງານລາວເທົ່າທີ່ຄວນ, ຫາກສະພາບການຂະຫຍາຍຕົວຍັງມີຄວາມບອບບາງລັກສະນະນີ້ ການຂະຫຍາຍຕົວ GDP ຄາດຄະ ເນໝົດປີ ຈະບັນລຸ ພຽງ 6,7% ຕໍ່າກ່ວາແຜນການປີວາງໄວ້ 7%; ການສົ່ງອອກຈະບັນລຸ 19,7% ແລະ ການນໍາເຂົ້າບັນລຸ 27,4% (ຂາດດູນ-7,7%); ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໃຫ້ປະ ຊາຊົນຍັງບໍ່ມີມາດຕະການປະຕິບັດໂຕຈິງ ແລະ ບັນຫາໃຫຍ່ທີ່ຮ້າຍແຮງທີ່ສຸດກໍ່ແມ່ນໄພນ້ຳຖ້ວມທີ່ກວມເອົາທຸກແຂວງໃນທົ່ວປະເທດ ເຊິ່ງມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ເສດຖະກິດຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.
ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນວ່າ: ເສດຖະກິດຂອງປະເທດເຮົາຍັງສືບຕໍ່ຂາດດຸນງົບປະມານ ເຮັດໃຫ້ມີຄວາມກົດດັນຕໍ່ສະພາບຄ່ອງ ແລະ ມີຄວາມສ່ຽງໃນການຄຸ້ມຄອງເສດຖະ ກິດມະຫາພາກ; ການເກັບລາຍຮັບງົບປະມານຍັງບໍ່ພຽງພໍກັບລາຍຈ່າຍທີ່ຈໍາເປັນ, ເຮັດໃຫ້ການແກ້ໄຂໜີ້ສາທາລະນະມີຄວາມຊັກຊ້າ; ລາຍຈ່າຍເພື່ອ ຊໍາລະໜີ້ສິນຕ່າງປະເທດມີທ່າອ່ຽງເພີ່ມຂຶ້ນໄວໃນແຕ່ລະປີ ຍ້ອນຮອດໄລຍະຕ້ອງເລີ່ມຈ່າຍຕົ້ນທຶນ ແລະ ດອກເບ້ຍເງິນກູ້ທີ່ລັດຖະບານໄດ້ກູ້ຢືມມາລົງທຶນໃສ່ໂຄງການພັດທະນາໃນໄລຍະຜ່ານມາ; ການລະດົມທຶນເພື່ອອັດສີດເມັດເງິນໃໝ່ເຂົ້າສູ່ລະບົບເສດຖະກິດ ບໍ່ໄດ້ຕາມແຜນ ເປັນຕົ້ນການລະ ດົມທຶນເຂົ້າໃນບັນດາໂຄງການທີ່ມີປະສິດທິຜົນສູງທາງດ້ານເສດຖະກິດ ແລະສາມາດເກັບກູ້ທຶນຄືນໄດ້ໄວ; ການເຂົ້າເຖິງແຫຼ່ງທຶນຂອງພາກທຸລະກິດ ໂດຍສະເພາະ SME ຍັງຫຍຸ້ງຍາກໃນນີ້ວິສາຫະກິດທີ່ເຂົ້າເຖິງແຫຼ່ງທຶນໄດ້ ພັດມີອັດຕາດອກເບ້ຍສູງ; ການບໍລິຫານລັດກໍ່ຍັງຄືບໜ້າຊ້າ, ການຊໍາລະ ອາກອນ, ການສ້າງຕັ້ງທຸລະກິດ, ຂັ້ນຕອນການນໍາເຂົ້າ-ສົ່ງອອກ, ການເຂົ້າເຖິງສິນເຊື່ອ ແລະການຈັດຕັ້ງປະຕິບັດສັນຍາຍັງເຮັດໄດ້ຊ້າ; ພາກທຸລະກິດ ບໍ່ທັນປັບຕົວກັບສະພາບການໃໝ່ ແລະ ໜີ້ສິນກໍ່ບໍ່ທັນຊໍາລະໄດ້ຕາມຄວາມຕ້ອງການ, ການດໍາເນີນທຸລະກິດ ກໍ່ຍັງຢູ່ໃນໄລຍະຝືດເຄືອງ.
ເພື່ອແກ້ໄຂສິ່ງທ້າທາຍດັ່ງກ່າວນີ້, ນາຍົກລັດຖະມົນຕີ ຈຶ່ງອອກຄໍາສັ່ງ ເລກທີ 12/ນຍ ເພື່ອກະຕຸ້ນເສດຖະກິດ ໂດຍສະກັດກັ້ນໄພເງິນເຟີ້ ດ້ວຍການຄຸ້ມຄອງອັດຕາແລກປ່ຽນ, ຄຸ້ມຄອງລາຄາສິນຄ້າທຸກປະເພດໃຫ້ຢູ່ໃນລະດັບສົມເຫດສົມຜົນ ແລະ ຄຸ້ມຄອງປະລິມານເງິນ M2 ໃຫ້ຢູ່ໃນເກນປົກກະຕິ; ຊຸກຍູ້ການປະຕິບັດລະບອບລະບຽບການສ້າງສະພາບແວດລ້ອມອໍານວຍຄວາມສະດວກໃນການດໍາເນີນທຸລະກິດເພື່ອກະຕຸ້ນເສດ ຖະກິດ ດຶງເອົາໂຄງການລົງທຶນເຂົ້າສູ່ການປະຕິບັດໄປພ້ອມກັບການດໍາເນີນໂຄງການໃຫຍ່ໆບໍ່ໃຫ້ຢຸດສະຫງັກ; ສືບຕໍ່ແກ້ໄຂໜີ້ພາຍໃນ, ມີມາດຕະ ການ ແລະ ນະໂຍບາຍຊ່ວຍພາກເອກະຊົນໃຫ້ເຂົ້າເຖິງແຫຼ່ງທຶນຢ່າງເໝາະສົມຖືກຕ້ອງຕາມລະບຽບການ ແລະ ຊ່ວຍເຫຼືອພາກທຸລະກິດໃຫ້ຕັ້ງໜ້າ ກ່ວາເກົ່າ; ຕ້ອງມີທັດສະນະໃໝ່ຫັນການນໍາໃຊ້ທຶນລົງສູ່ການລົງທຶນທີ່ມີປະສິດທິຜົນທາງເສດຖະກິດ, ຫັນໄປສູ່ການຜະລິດສິນຄ້າໃຫ້ຫຼາຍຂຶ້ນ; ມີມາດຕະການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ, ນໍາເອົາລະບົບທັນສະໄໝເຂົ້າໃນຂະແໜງເກັບລາຍຮັບ; ລັດຖະບານ ຈະຊີ້ນໍາ ແລະ ຮຽກຮ້ອງໃຫ້ພາກສ່ວນລັດ-ເອກະຊົນ, ສູນກາງ-ທ້ອງຖິ່ນ ຖືເປັນຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ; ສົ່ງເສີມຢ່າງແຂງແຮງໃນການຜະລິດສິນຄ້າ ໃນນີ້ສົ່ງເສີມ SMEs ດ້ວຍຫຼາຍມາດຕະການ ແລະ ເຮັດໃຫ້ເປັນຮູບປະທໍາ; ປັບປຸງໂຄງສ້າງການລົງທຶນ, ລັດຈະລົງທຶນໂຄງການທີ່ຈໍາເປັນສ່ວນໂຄງ ການລົງທຶນທົ່ວໄປ ມອບໃຫ້ຜູ້ລົງທຶນສຸມໃສ່ການລົງທຶນແບບ BOT ແລະ PPP; ພ້ອມນັ້ນ, ລັດຖະບານ ຈະເອົາໃຈໃສ່ປັບປຸງບັນດາລັດວິສາຫະກິດໃຫ້ສາມາດເດີນໄດ້ ແລະ ບັນຫາສໍາຄັນອື່ນໆ.
ໃນກອງປະຊຸມສໍາມະນາກ່ຽວກັບ “ພາກທຸລະກິດ: ບັນຫາໃນປັດຈຸບັນ ແລະ ທາງອອກໃນຕໍ່ໜ້າ” ທີ່ໄດ້ຈັດຂຶ້ນໃນວັນທີ 4 ຕຸ ລານີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ກ່າວວ່າ: ໃນຫຼາຍປີຜ່ານມາເຖິງປັດຈຸບັນ, ເສດຖະ ກິດຂອງປະເທດເຮົາ ໂດຍສະເພາະເສດຖະກິດມະຫາພາກພົບກັບຄວາມຫຍຸ້ງຍາກທີ່ໜັກໜ່ວງສົມຄວນ, ໃນນັ້ນ ອັນສົດໆຮ້ອນໆທີ່ສຸດໃນປັດຈຸ ບັນແມ່ນບັນຫາການຂາດດູນງົບປະມານ ໜີ້ສິນຂອງລັດຕໍ່ພາຍໃນ ແລະ ຕ່າງປະເທດ (ໜີ້ສາທາລະນະ); ການຂາດສະພາບຄ່ອງໃນລະບົບທະນາຄານຂອງລັດ…ເຊິ່ງໜຶ່ງໃນບັນດາສາເຫດສຳຄັນແມ່ນຈາກຄວາມອ່ອນແອໃນວຽກງານແຜນການ ແລະ ການເງິນ ກໍ່ຄືຄວາມອ່ອນແອໃນພາກການຜະລິດຂອງປະເທດເຮົາ.
ທ່ານປະທານປະເທດ ຍັງໃຫ້ທິດຊີ້ນຳໃຫ້ສຸມໃສ່ລົງເລິກບັນຫາໃນພາກທຸລະກິດ ເວົ້າລວມ, ຂົງເຂດທຸລະກິດຂອງຕົນກຳລັງປະເຊີນຢູ່; ຈຸດເລັ່ງໃນການຂະຫຍາຍກິດຈະການຂອງຕົນ (ສ້າງຜະລິດຕະພັນອອກສູ່ຕະຫຼາດ) ໃນຕໍ່ໜ້າອັນຫຼັກໆແມ່ນອັນໃດ?; ສິ່ງທີ່ພາກທຸລະກິດເວົ້າລວມ ແລະ ຂົງເຂດຂອງຕົນເອງຕ້ອງປັບປຸງ, ແກ້ໄຂເພື່ອສ້າງປັດໃຈຄ້ຳປະກັນແກ່ການແຂ່ງຂັນຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ; ເພື່ອສະໜັບສະໜູນ ແລະ ສ້າງເງື່ອນໄຂອັນຈຳເປັນໃຫ້ແກ່ພາກທຸລະກິດ ແກ້ໄຂຄວາມຫຍຸ້ງຍາກ, ຈັດຕັ້ງປະຕິບັດບັນດາເປົ້າໝາຍພັດທະນາທາງທຸລະກິດ (ທີ່ຕົນສະເໜີມາ), ເຫັນວ່າຕ້ອງມີການກຳນົດນະໂຍບາຍສົ່ງເສີມ ແລະ ສ້າງ, ປັບປຸງບັນດານິຕິກຳຫຍັງແດ່?; ສິ່ງທີ່ເປັນອຸປະສັກກົດໜ່ວງ, ຖ່ວງດຶງຕົ້ນຕໍໃນການສ້າງທຸລະກິດໃໝ່, ການດຳເນີນທຸລະກິດຢູ່ລາວໃນປັດຈຸບັນທີ່ເກີດຈາກບັນດາອົງການພາກລັດ ເຊິ່ງຕ້ອງໄດ້ແກ້ໄຂມີຫຍັງແດ່?…
ຢືນຢູ່ຕໍ່ໜ້າສະພາບເສດຖະກິດມະຫາພາກຂອງປະເທດເຮົາພວມຢູ່ໃນພາວະບອບບາງຄືແນວນີ້ ມັນໄດ້ເລັ່ງທວງໃຫ້ທຸກຝ່າຍ ຮ່ວມກັນເລັ່ງມືແກ້ບັນຫາຢ່າງຮີບດ່ວນ ໂດຍສະເພາະຄວນພິຈາລະນານຳເອົານັກບໍລິຫານຫົວກະທິດ້ານເສດຖະກິດ ຫຼື ເປັນ ມືອາຊີບເຂົ້າຮ່ວມໃນທິມເສດຖະກິດຂອງລັດຖະບານຕື່ມອີກ ແລະ ພ້ອມນັ້ນ ກໍ່ຕ້ອງແກ້ຜູ້ທີ່ຕ້ອງແກ້ ເປັນຕົ້ນຄົນບໍ່ດີ-ບໍ່ເກັ່ງ, ຄົນໂກງ, ບໍ່ໂປ່ງໃສ, ສໍ້ລາດບັງຫຼວງ, ຄົນທີ່ຕິດພັນກັບການຟອກເງິນ… ອອກໃຫ້ໄດ້ ທັງເອົາຄືນຊັບສິນຂອງຊາດ-ຂອງລັດທີ່ບຸກຄົນຍັກຍອກໄປກັບຄືນມາ; ສືບຕໍ່ເພີ່ມມາດຕະການຕໍ່ການປະຢັດ ແລະ ຕ້ານການຟຸມເຟືອຍ ຫາກເປັນໄປໄດ້ອາດໂຈະ ຫຼື ຖອນລົດປະຈຳຕ່ຳແໜ່ງລັດຖະກອນທີ່ເຫັນວ່າເປັນນະໂຍບາຍທີ່ບໍ່ສອດຄ່ອງກັບສະພາວະເສດຖະກິດຝືດເຄືອງກໍ່ຄືບັນຫາຜົນກະທົບຢ່າງຮ້າຍແຮງທີ່ສຸດຈາກໄພນ້ຳຖ້ວມ; ສືບຕໍ່ປັບປຸງລັດວິສາຫະກິດໂດຍໄວ ໃນນີ້ມີບາງແຫ່ງທີ່ຂາດສະພາບຄ່ອງທາງການເງິນ ເຊິ່ງໃນຜ່ານມາລັດຖະບານເຮົາ ໄດ້ໃສ່ອົກຊີເພື່ອຢືດເວລາໃຫ້ຂັບເຄື່ອນ ຫາກເຫັນວ່າ: ເມື່ອບໍ່ເກີດປະໂຫຍດ ກໍ່ອາດຫັນໄປຮ່ວມມື ຫຼື ຮ່ວມທຶນກັບພາກສ່ວນທີ່ມີເງື່ອນໄຂຄົບຖ້ວນ; ກ່ຽວກັບການພັດທະນາເສດຖະກິດຂອງຊາດ ກໍ່ຄວນມີວິໃສທັດທີ່ຖືກຕ້ອງ, ທຸກແຜນດຳເນີນງານທີ່ສົ່ງຜົນສະທ້ອນອັນບໍ່ດີ ຫຼື ກົດໜ່ວງຖ່ວງດຶງການຜະລິດ-ທຸລະກິດ ລ້ວນແຕ່ຕ້ອງໄດ້ຮັບການແກ້ຢ່າງເດັດຂາດ; ການແກ້ໄຂພາກທຸລະກິດ: ບັນຫາໃນປັດຈຸບັນ ແລະ ທາງອອກໃນຕໍ່ໜ້າໄດ້ກາຍເປັນໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງທົ່ວສັງຄົມໂດຍສະເພາະອົງການເສດຖະກິດມະຫາພາກຂອງລັດ, ພາກທຸລະກິດລັດ-ເອກະຊົນ, ຜູ້ປະກອບການ, ນັກລົງທຶນ…ຕ້ອງເຂົ້າຮ່ວມແກ້ໄຂຢ່າງຕັ້ງໜ້າ, ເອົາຈິງເອົາຈັງ ເພື່ອດຶງສະຖຽນລະພາບເສດຖະກິດມະຫາພາກ ທີ່ມີອັດຕາສ່ວນສູງໃນໄລຍະຜ່ານມາກັບຄືນສູ່ປົກກະຕິໂດຍໄວ.
# ໂດຍ: ຣັດສະໝີ ດວງສັດຈະ