U19 ລາວ ຕ້ານຄວາມແຂງແກ່ນ ອີຣານ ບໍ່ໄດ້ເສຍ 1-4

u19 ລາວ ຕ້ານຄວາມແຂງແກ່ນ ອີຣານ ບໍ່ໄດ້ເສຍ 1-4 - kitchen vibe - U19 ລາວ ຕ້ານຄວາມແຂງແກ່ນ ອີຣານ ບໍ່ໄດ້ເສຍ 1-4

ນັກກິລາທີມຊາດຍິງ ລຸ້ນອາຍຸບໍ່ເກີນ 19 ປີ ຫລື U19 ລົງສະໜາມຄັ້ງທໍາອິດບໍ່ສາມາດຕ້ານຄວາມແຂງແກ່ນຂອງທີມຊາດອີຣ່ານ ບໍ່ໄດ້ເສຍ 1-4 ໃນວັນທີ 24 ຕຸລາຜ່ານມາ ຂອງການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ລຸ້ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ 2019 ກຸ່ມ F ຮອບທີ 1 AFC U-19 Championship Thailand 2019 Qualifiers ທີ່ປະເທດມຽນມາ ໃນລະຫວ່າງວັນທີ 24-28 ຕຸລານີ້.

ທີມຊາດອີຣານ ໄດ້ປະຕູຂຶ້ນນໍາໃນນາທີ 39, 46, 75 ແລະ ນາທີ 90, ສ່ວນທີມຊາດລາວ ໄດ້ປະຕູຕີສະເໝີໃນນາທີ 84 ຈາກລູກຍິງຂອງນາງ ພິມພາ ທອງສະຫວ່າງ. ຈົບເກມ ທີມຊາດອີຣານ ສາມາດເອົາຊະນະ ທີມຊາດລາວ 4-1.

u19 ລາວ ຕ້ານຄວາມແຂງແກ່ນ ອີຣານ ບໍ່ໄດ້ເສຍ 1-4 - Visit Laos Visit SALANA BOUTIQUE HOTEL - U19 ລາວ ຕ້ານຄວາມແຂງແກ່ນ ອີຣານ ບໍ່ໄດ້ເສຍ 1-4

ສໍາລັບຕາຕະລາງຂອງ ທີມຊາດລາວ ຍັງຈະລົງສະໜາມອີກຄັ້ງພົບກັບ ທີມຊາດມຽນມາ ໃນວັນທີ 26 ຕຸລາ ເວລາ 18:00 ໂມງ ທີ່ສະໜາມກິລາ Thuwunna Stadium, Yangon.

u19 ລາວ ຕ້ານຄວາມແຂງແກ່ນ ອີຣານ ບໍ່ໄດ້ເສຍ 1-4 - 5 - U19 ລາວ ຕ້ານຄວາມແຂງແກ່ນ ອີຣານ ບໍ່ໄດ້ເສຍ 1-4
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!