ຄະນະສະເພາະກິດກວດເຂັ້ມການຈັດເກັບລາຍຮັບ




ທ່ານ ກໍລະກັນ ສິງອຸດົມ ຮອງຫົວໜ້າກົມຈັດຕັ້ງ ຄະນະກວດກາສູນກາງພັກ ຮອງຫົວໜ້າຄະນະສະເພາະກິດດັ່ງກ່າວເປີດເຜີຍວ່າ: ການປະຕິບັດວຽກງານຂອງຄະນະສະເພາະກິດຢູ່ນະຄອນຫລວງມີກຳນົດ 1 ເດືອນ, ນັບແຕ່ວັນທີ 24 ເມສາ – 24 ພຶດສະພາ 2017 ໂດຍເລັ່ງໃສ່ພະແນກສ່ວຍສາອາກອນນະຄອນຫລວງຄື: ຫ້ອງການຄຸ້ມຄອງເກັບລາຍຮັບ, ຫ້ອງການກວດກາບັນຊີວິສາຫະກິດ, ຫ້ອງ ການຄຸ້ມຄອງໃບເກັບເງິນ ແລະ ສິ່ງພິມ, ຫ້ອງການອາກອນກໍາໄລ ແລະ ຄ່າທໍານຽມ, ບັນດາຫົວໜ່ວຍທຸລະກິດຈຳນວນໜຶ່ງທີ່ນຳເຂົ້າ ແລະ ຈັດຈຳໜ່າຍນ້ຳມັນເຊື້ອໄຟ, ພາຫະນະ ແລະ ອື່ນໆ…ເຊິ່ງຕົ້ນຕໍແມ່ນເຮັດຫນ້າທີ່ຕິດຕາມ, ກວດກາການເຄື່ອນໄຫວຂອງພະນັກງານ, ເຈົ້າໜ້າທີ່ສ່ວຍສາອາກອນໃນການຈັດຕັ້ງປະຕິບັດກົດໝາຍ, ລະບຽບການ ແລະ ນິຕິກຳອື່ນໆທີ່ຕິດພັນກັບວຽກງານສ່ວຍສາອາກອນ, ເກັບກຳຊອກຮູ້ຂໍ້ມູນ, ສະພາບການທີ່ເປັນຫາງສຽງ, ປະກົດການຫຍໍ້ທໍ້ທີ່ຕິດພັນພະນັກ ງານ, ຜູ້ປະກອບການທຸລະກິດ, ທັງເປັນການຊຸກຍູ້ ແລະ ຍົກສູງຄວາມຮັບຜິດຊອບຂອງພະນັກງານ, ຕິດຕາມ, ກວດກາ, ເກັບກຳຂໍ້ມູນຖານລາຍຮັບ, ການຄຸ້ມຄອງຈັດເກັບລາຍຮັບ ແລະ ການມອບລາຍຮັບສ່ວຍສາອາກອນເຂົ້າງົບປະມານ, ເກັບກຳຊອກຮູ້ສະພາບການອອກລະບຽບການໃນການຄຸ້ມຄອງ ແລະ ນຳໃຊ້ລາຍຮັບຕ່າງໆທີ່ເປັນພັນທະຕ້ອງມອບເຂົ້າງົບປະມານໃຫ້ຖືກຕ້ອງຊັດເຈນ.