ລະນຶກເອົາວັນວິສາຄະບູຊາເຂົ້າສູ່ຈິດໃຈຂອງຊາວພຸດ.

- Untitled design - ລະນຶກເອົາວັນວິສາຄະບູຊາເຂົ້າສູ່ຈິດໃຈຂອງຊາວພຸດ.

- Untitled 1 2 - ລະນຶກເອົາວັນວິສາຄະບູຊາເຂົ້າສູ່ຈິດໃຈຂອງຊາວພຸດ.ໂດຍ: ກ້ອງສ່ອງ ອິດສະຫລະ

ຕາມ​ພຸ​ດທະ​ປະຫວັດ​ໄດ້​ກ່າວ​ໄວ້​ວ່າ: ​ພຣະພຸດທະ​ເຈົ້າຊື່​ເດີມ​ເພິ່ນ​ແຕ່​ເກີດ​ອອກ​ມາ​ແມ່ນ​ສິດ​ທັດ​ທະ.​ ​ເວລາ​ເພິ່ນ​ເກີດ​ອອກ​ມາກໍ​ແຕກ​ຕ່າງ​ຈາກ​ຄົນ​ທົ່ວ​ໄປ ຄື​ມີ​ແຂ້ວ 32 ເຫລັ້ມ ​ແລະ ​ຍ່າງ​ໄດ້ 7 ບາດກ້າວ. ເມື່ອ​ເຫັນ​ວ່າ​ເປັນ​ຄົນ​ແປກ​ໝູ່​ ຜູ້​ເປັນ​ພໍ່​ກໍ​ເລີຍ​ເອົາ​ໝໍ​ໂຫນໝໍ​ທວາຍ (ໝໍ​ຫັກ​ໄມ້​ໄລ່​ຍາມ) ມາ​ດູມາ​ເດົາ​ເບິ່ງ​ວ່າ​ເມື່ອ​ເຕີບໃຫຍ່​ຂຶ້ນ​ທ້າວ ​ສິດ​ທັດ​ທະ ​ຈະ​ເປັນ​ຄົນ​ດີ ຫລື ​ຮ້າຍ. ບັນດາ​ໝໍ​ໂຫນ​ໝໍ​ທວາຍທັງຫລາຍ​ຕ່າງ​ກໍ​ວິ​ເຄາະ​ຫັກ​ໄມ້​ໄລ່​ຍາມ​ຕາມ​ຕໍາລາ​ຂອງ​ໃຜມັນ, ບາງ​ຄົນ​ກໍ​ວ່າ​​ເມື່ອ​ເພິ່ນ​ໃຫຍ່​ຂຶ້ນ​ຈະ​ໄດ້​ເປັນ​ເຈົ້າ​ໂລກ, ບາງ​ໝໍ​ກໍ​ວ່າ​​ຈະ​ໄດ້​ເປັນ​ເຈົ້າ​ຊີວິດປົກ​ຄອງ​ບ້ານ​ເມືອງ, ມີ​ໝໍ​ໂຫນ​ຜູ້​ໜຶ່ງຊື່​ ໂກນທັນຍະ​ ເວົ້າ​ແປກ​ໝູ່ວ່າ​ເມື່ອ​ພຣະອົງ​ໃຫຍ່​ຂຶ້ນ​ຈະ​ໄດ້​ອອກບວດ​ເປັນ​ພຣະພຸດທະ​ເຈົ້າ​ວ່າ​ຊັ້ນ !.

​ເມື່ອ​ເປັນດັ່ງ​ວ່າ, ຜູ້​ເປັນ​ພໍ່​ຄື​ເຈົ້າ​ສຸດ​ໂທ​ທະນະ​ ກໍ​ເປັນ​ຫ່ວງ​​, ທັງໜ່ວງ​ໜ່ຽວ​​ໃນຈິດ​ໃຈ​ວ່າ​ບາດ​ລູກ​ໃຫຍ່​ຂຶ້ນ​ມາ​ຢາກ​ໃຫ້ມີ​ຜູ້​ສືບ​ທອດ​ເປັນ​ເຈົ້າ​ແຜ່ນດິນ​ແທນ​ ຈຶ່ງ​ຫາ​ວິທີ​ສຸບ​ລ້ຽງ ​ໂດຍ​ບໍ່​ໃຫ້​ເຫັນ​ກັບ​ໂລກ​ພາຍ​ນອກ. ​ເມື່ອ​ເຕີບ​ໃຫຍ່​ຂຶ້ນ​ມາ​ເຖິງ​ອາຍຸ​ກະສຽນ​ແລ້ວ​ກໍ​ແຕ່ງເມຍ​ໃຫ້ຈົນ​ວ່າ​ໄດ້​ລູກ​ໜຶ່ງ​ຄົນ. ນັບ​ແຕ່​ເຈົ້າ​ສິດ​ທັດ​ທະ​ໃຫຍ່​ເປັນ​ຊາຍ​ຮູບ​ງາມດໍາລົງ​ຊີວິດ​ຢູ່​ໃນ​ວັງ, ມີ​ທັງເມຍ, ທັງລູກ, ມີນາ​ງສະ​ໝົມກົມມະ​ວັງ​ຄອຍ​ເບິ່ງ​ແຍງຖະໜຸຖະ​ໜອມຈົນ​ເຖິງ​ຂັ້ນ​ຍຸງ​ບໍ່​​ໃຫ້ກັດ, ໝັດ​ບໍ່​​ໃຫ້ຕອດ, ​ແມງງອດ​ບໍ່​ໃຫ້​ດັ້ນ, ຢາກກິນ​ຫຍັງກໍໄດ້​ກິນ, ມີ​ຄວາມ​ສະໜຸກ​ສຸກ​ສໍາລານຈົນ​ບໍ່​ມີ​ອັນ​ໃດ​ຈະ​ມາປຽບ​ໄດ້.

ມີ​​ໂອກາດຄັ້ງ​ໜຶ່ງ, ​ເຈົ້າ​ສິດທັດ​ທະ ​ໄດ້​ຂໍອະນຸຍາດ​ອອກ​ຈາກ​ວັງ​ເພື່ອ​ທອດ​ພະ​ເນ​ດຕາມ​ຊານ​ເມືອງ​ອ້ອມ​ແອ້ມ, ​ເມື່ອ​ເດີນ​ໄປ​ເຫັນ​ຄົນ​ທຸກ, ​ເຫັນ​ຄົນ​ຂໍທານ, ​ເຫັນ​ຄົນ​ເຈັບ, ​ເຫັນ​ຄົນ​ລົ້ມ​ຕາຍ​, ​ເຫັນ​ພວກ​ໜຶ່ງ​ກໍາລັງ​ມ່ວນ​ຊື່ນ​​ເລີຍແປກ​ໃຈ ຈຶ່ງ​ຕັ້ງ​ບັນຫາ​ຖາມ​ຜູ້​ໃກ້​ຊິດເສນາ​ບໍລິວານ​ວ່າ: ​ນີ້​ແມ່ນ​ເຂົາ​ເປັນ​ຫຍັງກັນ ?​ ເຂົາ​ເຮັດ​ຫຍັງ ?​ ແຕ່ກໍໄດ້​ຮັບ​ຄໍາ​ຕອບ​ວ່າ: ນີ້​ຄື​ສັງວຽນ​ແຫ່ງ​ຄວາມສຸກ​, ຄວາມ​ທຸກ ​ແລະ ​ຄວາມ​ໂສກ​ເສົ້າ​ເສຍ​ໃຈຂອງ​ມະນຸດ​ທີ່​ເກີດມາ​ໃນ​ໂລກ, ທຸກ​ສິ່ງ​ຢ່າງ​ທີ່​ເກີ​ດມາ​ໃນ​ໂລກ​ບໍ່​ມີ​ສິ່ງ​ໃດ​​ແນ່ນອນ, ມີ​ເກີດ​ແກ່​ເຈັບ​ຕາຍ​ເປັນ​ຂອງ​ທໍາ​ມະ​ດາ​ແລະ ບໍ່​ມີ​ໃຜຈະ​ສາມາດຫລີກ​​ເວັ້ນ​ໄດ້. ​ເມື່ອ​ເຈົ້າ​ສິດ​ທັດ​ທະ​ເຫັນ​ດັ່ງ​ນັ້ນ ​ຈຶ່ງ​ໄດ້​ຕຶກ​ຕອງຄົ້ນຄວ້າຄົ້ນ​ຄິດ​ ແລະ ​ພະຍາຍາມ​ອອກ​ທ່ຽວ​ຊົມ​ໄປຫລາຍໆຄັ້ງ​ກໍ​ຍິ່ງ​ເຫັນ​ຄວາມທຸກ​ຄວາມສຸກ​ຂອງ​ຄົນ​ເຮົາແມ່ນ​ບໍ່​ມີ​ສິ່ງ​​ໃດ​ຈະ​ທ່ຽງ​ແທ້. ຜ່ານ​ການ​ວິ​ເຄາະ​ຄົ້ນ​ຄວ້າຫລາຍຫລົບຫລາຍ​ຕ່າວຈຶ່ງ​ມາສະຫລຸບ​ວ່າ: ບໍ່​ວ່າຄົນ​ ຫລື ​ສັດ​ເດຍລະສານ ຕະຫລອດຮອດວັດຖຸສິ່ງ​ຂອງທີ່ເກີດ​ມາ​ໃນ​ໂລກ​ມີຄວາມຫຍຸ້ງຍາກ​ລໍາບາກຢ່າງຫລວງຫລາຍ ອາດ​ມີ​ແຕ່​ເຮົາ​ທີ່​ມີ​ຄວາມສຸກ​ຢູ່​ໃນ​ວັງ​, ຄວາມສຸກ​ຂອງ​ເຮົາ​ແມ່ນ​ຢູ່​ບົນຄວາມທຸກ​ຂອງ​ຄົນ​ອື່ນ ຫລື ຫລາຍໆ​ຄົນ ​ແລະ ​ຕໍ່​ໄປ​ເຮົາ​ຈະບໍ່​ເຮັດ​ດັ່ງ​ນີ້ເດັດຂາດ. ສຸດ​ທ້າຍ​ຮອດ​ເວລາ​ອັນ​ຄວນ​​​ເພິ່ນຈຶ່ງຕັດສິນ​ໃຈ​ລັກໜີ​ຈາກ​ວັງ​ປະ​ລູກ​ປະ​ເມຍ​ໄປ​ພ້ອມ​ກັບ​ອາສະ​ໄນ ​ແລະ ​ນາຍ​ສັນ​ນະ.​ ເຈົ້າ​ສິດທັ​ດທະ ​ໜີ​ເຂົ້າ​ປ່າ​ຮ່ອມ​ຫ້ວຍ​ພູ ​ເຂົາປະຕິບັດ​ຕົນ​ສະລະ​ພັດ​ຢ່າງ​, ບາງ​ຄັ້ງ​ເຮັດ​ຄື​ຄົນ​ຂໍທານ​ບ້າ​ໄບ້​ເສຍ​ຈິດ, ທັງ​ນັ່ງ​ສະ​ມາທິ, ທັງ​ເດີນ​ຈົມກົມ​ເພື່ອ​ສຶກສາໂລກ​ທໍາ​ມະ​ຊາດ ​ແລະ ​ສັງຄົມ, ທຸກ​ສິ່ງ​ທຸກ​ຢ່າງ​ເພິ່ນ​ຊອກ​ຮູ້​ຮໍ່າຮຽນ​ດ້ວຍ​ຕົນ​ເອງ ​ຖື​ເອົາ​ປາກົດ​ການ​ທາງ​ທໍາ​ມະຊາດ​ ແລະ ​ສັງຄົມ​ເປັນ​ມະຫາວິທະຍາ​ໄລ​ໃນ​ການ​ຮຽນ​ຮູ້​ທຸກ​ສິ່ງທຸກ​ຢ່າງ​ໃນ​ໂລກ. ​ເພິ່ນ​ປະຕິບັດ​ຕົນ​ຢູ່​ຢ່າງ​ນັ້ນ​ມາໄດ້ 6 ປີ​ຈຶ່ງ​ສາ​ມາດຕັດສະຮູ້ (​ເຖິງ​ຍານ) ​ແລ້ວຮູ້​ທຸກ​ສິ່ງທຸກ​ຢ່າງ​ຢູ່​ໃນ​ຜືນພິພົບ, ຮູ້​ອະນາ​ຄົດ​ເບື້ອງ​ໜ້າ​ເບື້ອງຫລັງ​ໃຜ​ຊິ​ຕາຍ​ໃຜ​ຊິ​ຍັງ, ຮູ້​ຮອດ​ພາສາ​ສັດ​ທຸກ​ຊະນິດ, ທັງ​ມີ​ລິດ​ເດດ​ລືຊາ, ດໍາ​ດິນ​ບິນ​ບົນ, ​ເຫາະ​ເຫີ​ນ​ເດີນ​ອາ​ກາດ, ຄວາມ​ຮູ້​ຄວາມ​ຫລັກ​ສາລະພັດ​ຢ່າງ​​ໃນ​ດ້ານ​ທິດ​ສະ​ດີ ​ແລະ ​ພຶດຕິ​ກໍາ​ຕົວ​ຈິງ​. ​

- Wave100S AD to Website 2020 0 - ລະນຶກເອົາວັນວິສາຄະບູຊາເຂົ້າສູ່ຈິດໃຈຂອງຊາວພຸດ.

ໃນຫລັກ​ທໍາ​ຄໍາ​ສັ່ງສອນ​ຂອງ​ເພິ່ນ​ໄດ້ກາຍ​ມາ​ເປັນ​ທໍາ​ມະ​ວິ​​ໄນສີ່​ໝື່ນ​ແປດ​ພັນ​ພະ​ທໍາ​ມະ​ຂັນ​ແລະ ມີອັນ​ຍອດ​ຍິ່ງ​ອື່ນໆອີກ​. ມາ​ຮອດ​ປັດຈຸບັນ​ຖ້າ​ຜູ້​ໃດ​ປະຕິບັດ​ໄດ້​ກໍສາມາດ​ເຖິງ​ຍານ​ກາຍ​ເປັນສາວົກ​ຂອງ​ເພິ່ນ​ໄດ້. ສະຫລຸບ​ແລ້ວ, ທຸກ​ສິ່ງ​ຢ່າງທີ່​ເພິ່ນຮອບ​ຮູ້​ນັ້ນ​ແມ່ນ​ລ້ວນ​ແຕ່​ຖື​ເອົາ​ການ​ສຶກສາ, ສາ​ມະ​ທິ, ຮໍ່າຮຽນດ້ວຍ​ຕົນ​ເອງ​ທັງ​ນັ້ນ. ນີ້​ຄື​ປະຫວັດ​ຄວາມ​ເປັນ​ມາ​ໂດຍ​ສັງເຂ​ບຂອງ​ພຣະພຸດທະ​ເຈົ້າ​ທີ່​ຜູ້​ຂຽນ​ໄດ້​ລວດລັດ​ຕັດ​ຕອນ​​ມາ​ເລົ່າ​ສູ່​ຟັງ​ແບບ​ພື້ນບ້ານ.

ຈາກ​ຄຸນງາມ​ຄວາມ​ດີ​ທີ່​ບໍ່​ມີ​ໃຜ​ຄື ​ແລະ ​ບໍ່​ຄື​ໃຜ ​ຜູ້​ຄົນ​ທັງ​ໂລກ​ຈຶ່ງ​ປະທານ​ສາຍາ​ນາມ​ເພິ່ນ​ວ່າ​ເປັນ​ພຣະພຸດທະ​ເຈົ້າ, ຈາກ​ນັ້ນຄໍາ​ສັ່ງສອນ​ຂອງ​ເພິ່ນຈຶ່ງກາຍ​ເປັນ​ລະບອບ ຫລື ​ນິກາຍ​ການ​ປົກຄອງ​ທາງພຸດທະ​ສາສະໜາ​ນັບ​ແຕ່​ມື້​ມີ​ພຣະພຸດ​ເຈົ້າ​ເປັນ​ຕົ້ນ​ມາ​ຮອດປັດຈຸບັນ​ແມ່ນ​ໄດ້ 2560 ປີ​ແລ້ວ ​ເນື່ອງຈາກ​ພຣະພຸດທະ​ເຈົ້າ​ເປັນ​ສາສະດາຈານ​ເອກ​ຂອງ​ໂລກ​ຜູ້​ນັບຖື​ ກໍ​ຄື​ຊາວ​ພຸດ​ທັງຫລາຍ​ຈຶ່ງ​ພາກັນ​ເຄົາລົບ​ນົບ​ໄຫວ້​ ແລະ ​ສັກກາລະ​ບູຊາ​ມາ​ຮອດ​ປັດຈຸບັນ.​ ໃນ​ຄໍາ​ສັ່ງສອນ​ຂອງ​ພຣະພຸດທະ​ເຈົ້າ ​ຄື​ກົດ​ລະບຽບ​ ຫລື​ວ່າ​ ກົດ​ຫ້າມ​​ການ​ກະທໍາ​ໃນ​ຊີວິດ​ຂອງ​ຄົນ​ເຮົາ​ຄື: ປາ​ນາ ​ຫ້າມ​ບໍ່​ໃຫ້​ຂ້າ​ສັດ, ອະທິ​ນາ ​ຫ້າມ​ບໍ່​ໃຫ້​ລັກ, ກາ​ເມ ​ຫ້າມ​ບໍ່​ໃຫ້ຫລິ້ນ​ຊູ້​ສູ່​ເມຍ​ທ່ານ, ມຸສາ​ ຫ້າມ​ບໍ່​ໃຫ້​ຕົວະ, ສຸຣາ​ເມ ​ຫ້າມ​ບໍ່​ໃຫ້​ດື່ມເຫລົ້າ ຫລື ​ສິ່ງ​ມືນ​ເມົາ. ນີ້​ເພິ່ນ​ເອີ້ນ​ວ່າ​ສິນ​ຫ້າ​ຂໍ້ ຖ້າ​ຜູ້​ໃດ​ປະຕິບັດ​ໄດ້​ຜູ້​ນັ້ນ​​ເຖິງ​ຍານ​ເປັນ​ສາວົກ​ຂອງ​ພຣະພຸດທະ​ເຈົ້າ​ໄດ້.

- WhatsApp Image 2020 05 27 at 5 - ລະນຶກເອົາວັນວິສາຄະບູຊາເຂົ້າສູ່ຈິດໃຈຂອງຊາວພຸດ.
- WhatsApp Image 2020 05 27 at 5 - ລະນຶກເອົາວັນວິສາຄະບູຊາເຂົ້າສູ່ຈິດໃຈຂອງຊາວພຸດ.
error: Alert: ເນື້ອຫາຂ່າວມີລິຂະສິດ !!