ຂະແໜງປູກຝັງສະຫວັນນະເຂດລົງກວດກາຫາສານພິດຕົກຄ້າງຢູ່ໃນພືດຜັກ ແລະ ໝາກໄມ້ທີ່ຕະຫລາດສາມັກຄີໄຊ

ຂະແໜງປູກຝັງສະຫວັນນະເຂດລົງກວດກາຫາສານພິດຕົກຄ້າງຢູ່ໃນພືດຜັກ ແລະ ໝາກໄມ້ທີ່ຕະຫລາດສາມັກຄີໄຊ - kitchen vibe - ຂະແໜງປູກຝັງສະຫວັນນະເຂດລົງກວດກາຫາສານພິດຕົກຄ້າງຢູ່ໃນພືດຜັກ ແລະ ໝາກໄມ້ທີ່ຕະຫລາດສາມັກຄີໄຊ

ຕອນບ່າຍວັນທີ 30 ຕຸລານີ້, ພະນັກງານວິຊາການໜ່ວຍງານກັກກັນພືດ ຂະແໜງປູກຝັງພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ,​ ພ້ອມດ້ວຍວິຊາການຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກແຂວງ ໄດ້ຮ່ວມກັນລົງກວດກາຫາສານພິດທີ່ຕົກຄ້າງຢູ່ໃນພືດຜັກ ແລະ ໝາກໄມ້ທີ່ຕະຫລາດສາມັກຄີໄຊ, ນະຄອນໄກສອນພົມວິຫານ, ຊຶ່ງໄດ້ກວດກາທັງໝົດ 20 ກວ່າຕົວຢ່າງ, ໃນນັ້ນ ປະເພດຜັກປະກອບມີ: ຜັກປັງ, ກາດຂິວ, ຜັກຫົມ, ກາດຊອມ, ບົວລະພາ, ກາດຮອງເຕ້, ຫອມປ້ອມ, ຖົ່ວແຂກ, ສະເວີ່, ໝາກແຕງ, ໝາກສະໄລ່ໃຫຍ່, ຜັກກາດຫໍ່, ຫົວຜັກກາດຂາວ, ໝາກເລັ່ນໃຫຍ່ ແລະ ປະເພດໝາກໄມ້ປະກອບມີ: ໝາກກ້ຽງ, ໝາກສີດາ, ໝາກມ່ວງ, ແຕງແຄັນຕະລຸບ, ພິລາ, ລາແຊັງນ້ອຍ (ບໍ່ມີໄນ) ແລະ ໝາກລອງກັອງ ຕົ້ນຕໍແມ່ນການກວດຫາສານພິດທີ່ຕົກຄ້າງພາຍໃນພືດຜັກທີ່ມີຊື່ວ່າ: ອໍກາໂນຟົດສ໌ແຟດສ໌ ແລະ ຄາບາເນດ ມາຈາກການນໍາໃຊ້ຢາຂ້າສັດຕູພືດ ແລະ ແມງໄມ້ຊະນິດຕ່າງໆຢູ່ໃນພືດຜັກ ແລະ ຜ່ານການກວດກາຕົວຈິງໄດ້ພົບເຫັນສານປົນເປື້ອນເຫລົ່ານີ້ຢູ່ໃນພືດຜັກໃນລະດັບທີ່ບໍ່ປອດໄພ, ປະກອບມີ: ໝາກແຕງແຄັນຕະລຸບ, ລາແຊັງນ້ອຍ (ບໍ່ມີໄນ), ຜັກກາດຂິວ, ກາດຊອມ, ຜັກຕັ້ງສ້າຍ, ໝາກສະໄລ່ໃຫຍ່ ແລະ ຍັງພົບເຫັນສານປົນເປື້ອນໃນລະດັບທີ່ປອດໄພຢູ່ໃນຈຳພວກຜັກປັງ, ບົວລະພາ, ກາດຮອງເຕ້, ຫອມປ້ອມ, ຖົ່ວແຂກ, ໝາກແຕງ, ຜັກກາດຫໍ່, ຫົວຜັກກາດຂາວ,  ໝາກເລັ່ນໃຫຍ່. ປະເພດໝາກໄມ້ທີ່ມີສານຕົກຄ້າງມີ: ໝາກກ້ຽງ, ສີດາ, ໝາກມ່ວງ ແລະ ໝາກລັອງກັອງ. ສຳລັບຜັກຫົມ ແລະ ໝາກສະເວີ່ ແມ່ນບໍ່ພົບເຫັນ.

ທ່ານນາງ ມະຍຸລີ ຫົງສາທິລາດ ໄດ້ແນະນຳໃຫ້ຮູ້ວ່າ: ພືດຜັກ ແລະ ໝາກໄມ້ທຸກຊະນິດ ກ່ອນຈະນຳມາຮັບປະທານຕ້ອງໄດ້ແຊ່ນ້ຳເກືອກ່ອນປະມານ3-5 ນາທີ ແລ້ວຈຶ່ງນຳມາຮັບປະທານ. ສຳລັບຜັກກໍຕ້ອງໄດ້ແຊ່ນໍ້າເກືອ ແລະ ລ້າງດ້ວຍນ້ຳໄຫລ ຫລືວ່າປຸງແຕ່ງໃຫ້ສຸກດີ ຈຶ່ງຮັບປະກັນຄວາມປອດໄພໄດ້.

ຂະແໜງປູກຝັງສະຫວັນນະເຂດລົງກວດກາຫາສານພິດຕົກຄ້າງຢູ່ໃນພືດຜັກ ແລະ ໝາກໄມ້ທີ່ຕະຫລາດສາມັກຄີໄຊ - Visit Laos Visit SALANA BOUTIQUE HOTEL - ຂະແໜງປູກຝັງສະຫວັນນະເຂດລົງກວດກາຫາສານພິດຕົກຄ້າງຢູ່ໃນພືດຜັກ ແລະ ໝາກໄມ້ທີ່ຕະຫລາດສາມັກຄີໄຊ
ຂະແໜງປູກຝັງສະຫວັນນະເຂດລົງກວດກາຫາສານພິດຕົກຄ້າງຢູ່ໃນພືດຜັກ ແລະ ໝາກໄມ້ທີ່ຕະຫລາດສາມັກຄີໄຊ - 4 - ຂະແໜງປູກຝັງສະຫວັນນະເຂດລົງກວດກາຫາສານພິດຕົກຄ້າງຢູ່ໃນພືດຜັກ ແລະ ໝາກໄມ້ທີ່ຕະຫລາດສາມັກຄີໄຊ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!