ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນທີ່ຊຽງໄຮ້
ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 1 (China International Import Expo) ພາຍໃຕ້ຫົວຂໍ້: “ຍຸກສະໄໝໃໝ່, ຊົມໃຊ້ອະນາຄົດຮ່ວມກັນ New Era, Shared Future” ທີ່ຈະຈັດຂຶ້ນໃນວັນທີ 5-10 ພະຈິກນີ້ ທີ່ ນະຄອນຊຽງໄຮ້ ສປຈີນ.
ງານວາງສະແດງນີ້, ຈະມີບັນດາຜູ້ນຳ, ຕົວແທນບໍລິສັດ ແລະ ນັກທຸລະກິດຈາກ 130 ປະເທດທົ່ວໂລກເຂົ້າຮ່ວມ, ໃນນັ້ນ 12 ປະເທດຈະຖືກຄັດເລືອກໃຫ້ເປັນປະທານຮ່ວມກັບ ສປຈີນ. ຈຸດປະສົງເພື່ອສົ່ງເສີມການຮ່ວມມືດ້ານການຄ້າລະຫວ່າງ ສປຈີນ ກັບ ພາກພື້ນ ແລະ ສາກົນ ແນ່ໃສ່ຮັກສາ ແລະ ຊຸກຍູ້ເສດຖະກິດໂລກ ໃຫ້ພັດທະນາໄປໃນທິດທາງທີ່ເປີດກວ້າງ, ສົມດຸນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ຈະໄດ້ພົບປະສອງຝ່າຍກັບທ່ານ ສີ ຈິ້ນຜິງ ເພື່ອປຶກສາຫາລືກ່ຽວກັບການເພີ່ມທະວີ ແລະ ເສີມຂະຫຍາຍການພົວພັນຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ລະຫວ່າງສອງປະເທດຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂື້ນ. ນອກນີ້, ທ່ານນາຍົກລັດ
ຖະມົນຕີ ທອງລຸນ ຈະໄດ້ພົບປະກັບພາກສ່ວນທຸລະກິດຈີນ ແລະ ຢ້ຽມຢາມພື້ນຖານການຜະລິດຈຳນວນຫນຶ່ງ.