ນະຄອນຫລວງວຽງຈັນ ຈະນຳສະເໜີຂຶ້ນຮັບລາງວັນ ເມືອງທ່ອງທ່ຽວສະອາດອາຊຽນ ໃນປີ 2020


ໃນກອງປະຊຸມເຜີຍແຜ່ ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ, ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ທ່ານ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ກຳລັງເລັ່ງຄົ້ນຄວ້າບັນດາຕົວເມືອງຢູ່ນະຄອນຫລວງວຽງຈັນ ເພື່ອຈະສະເໝີຂຶ້ນຮັບລາງວັນເມືອງທ່ອງທ່ຽວສະອາດ ອາຊຽນ ໃນປີ 2020 ຊຶ່ງຈະເປັນໃບໜ້າໃໝ່ໃຫ້ການທ່ອງທ່ຽວຂອງລາວໄດ້ຮັບຄວາມນິຍົມຂຶ້ນຕື່ມ.
ຫົວໜ້າພະແນກ ດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນການທ່ອງທ່ຽວຂອງລາວມີການຂະຫຍາຍຕົວ, ໂດຍສະເພາະ ໃນປີນີ້ ເປັນປີທ່ອງທ່ຽວລາວ ເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາທ່ຽວລາວເພີ່ມເປັນ 2 ລ້ານກວ່າເທື່ອຄົນແລ້ວ ແລະ ສ້າງລາຍຮັບໃຫ້ປະເທດໄດ້ຫລາຍຂຶ້ນ, ສະເພາະຢູ່ ນະຄອນຫລວງວຽງຈັນ ກໍເຫັນວ່າມີນັກທ່ອງທ່ຽວເພີ່ມຂຶ້ນ, ເຮັດໃຫ້ຕົວເລກນັກທ່ອງທ່ຽວມາທ່ຽວໃນປີນີ້ ເຖິງວ່າບໍ່ບັນລຸຕາມເປົ້າ, ແຕ່ທຽບກັບຊຸມປີຜ່ານມາເຫັນວ່າມີປະລິມານເພີ່ມຂຶ້ນ, ແຕ່ເຖິງຢ່າງໃດນະຄອນຫລວງກໍຈະໄດ້ມີການປັບປຸງຂອດບໍລິການຕ່າງໆໃຫ້ດີຂຶ້ນພ້ອມ, ຈະໄດ້ກຽມຄວາມພ້ອມຕ່າງໆເພື່ອສ້າງຕົວເມືອງໃນນະຄອນຫລວງວຽງຈັນ ໄດ້ຮັບລາງວັນເມືອງທ່ອງທ່ຽວສະອາດອາຊຽນ ໃນປີ 2020 ເພື່ອສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນໃນການຈັດຕັ້ງປະຕິບັດມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນໃຫ້ໄດ້ຮັບຜົນດີ.
ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແລະ ມີຄຳເຫັນວ່າ: ມາດຕະຖານເມືອງທ່ອງທ່ຽວສະ ອາດແມ່ນໜຶ່ງໃນ 7 ມາດຕະຖານການທ່ອງທ່ຽວອາຊຽນທີ່ໄດ້ຮັບຮອງໂດຍບັນດາທ່ານລັດຖະມົນຕີທ່ອງທ່ຽວຂອງ 10 ປະເທດອາຊຽນ, ເຊິ່ງແຕ່ລະປະ ເທດຕ້ອງໄດ້ເປັນເຈົ້າການຈັດຕັ້ງປະຕິບັດຮ່ວມກັນ ເຊິ່ງຄວາມໝາຍຄວາມສຳ ຄັນຂອງມາດຕະຖານເມື່ອງທ່ອງທ່ຽວສະອາດອາຊຽນຈະເປັນເຄື່ອງມືໃຫ້ປະເທດສະມາຊິກອາຊຽນໃນການຊ່ວຍປັບປຸງຄຸນນະພາບການທ່ອງທ່ຽວຢູ່ບັນດາເມືອງທ່ອງທ່ຽວໃຫ້ດີຂຶ້ນເປັນໂອກາດອັນດີໃນການສົ່ງເສີມເມືອງທ່ອງທ່ຽວຂອງແຕ່ລະປະເທດໃຫ້ເປັນປະຕູເຂົ້າທີ່ສຳຄັນ ເພື່ອຕ້ອນຮັບນັກທ່ອງທ່ຽວເຂົ້າສູ່ປະເທດຂອງຕົນການພັດທະນາ ເມືອງທ່ອງທ່ຽວໃຫ້ໄດ້ຕາມມາດຕະຖານອາຊຽນຮຽກຮ້ອງໃຫ້ມີການຮ່ວມມືກັນຢ່າງຈິງຈັງ ແລະ ໃກ້ຊິດຕໍ່ເນື່ອງຈາກທຸກພາກສ່ວນທັງພາກລັດ, ທຸລະກິດປະຊາຊົນທ້ອງຖິ່ນ, ນັກທ່ອງທ່ຽວ ແລະ ອົງການຈັດຕັ້ງຕ່າງໆ.

