ລາວຈະຂາຍພັນທະບັດລັດຖະບານມູນຄ່າ 1 ພັນຕື້ກີບ


ສປປ ລາວ ຈະຂາຍພັນທະບັດລັດຖະບານໃນມູນຄ່າ 1 ພັນຕື້ກີບ, ເຊິ່ງຈະເລີ່ມໃນຕົ້ນເດືອນທັນວານີ້, ໂດຍລັດຖະບານໄດ້ມອບໃຫ້ 3 ບໍລິສັດຫລັກຊັບ ເອກະຊົນຄື: ບໍລິສັດຫລັກຊັບລ້ານຊ້າງມະຫາຊົນ, ບໍລິສັດຫລັກຊັບ ທຄຕລ-ກທ ແລະ ບໍລິສັດຫລັກຊັບລາວ-ຈີນ ເປັນທີ່ປຶກສາດ້ານການເງິນ ແລະ ຕົວແທນຈໍາໜ່າຍພັນທະບັດດັ່ງກ່າວ, ຊຶ່ງພິທີລົງນາມແຕ່ງຕັ້ງໄດ້ມີຂຶ້ນໃນວັນທີ 13 ພະຈິກນີ້ ນະຄອນຫລວງວຽງຈັນ, ໂດຍມີທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງການເງິນໃຫ້ຮູ້ວ່າ: ເນື່ອງຈາກແຫລ່ງລາຍຮັບງົບປະມານບໍ່ພຽງພໍກັບຄວາມຕ້ອງການທາງດ້ານລາຍຈ່າຍ, ລັດຖະບານຈຶ່ງມີຄວາມຈໍາເປັນຕ້ອງໄດ້ຊອກແຫລ່ງທຶນມາດຸ່ນດ່ຽງງົບປະມານໃນແຕ່ລະປີດ້ວຍການລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ, ດັ່ງນັ້ນກະຊວງການເງິນຈຶ່ງອອກຈໍາໜ່າຍພັນທະບັດນີ້ໂດຍຜ່ານຕະຫລາດຫລັກຊັບລາວ ແລະ ມອບໃຫ້ບັນດາບໍລິສັດດັ່ງກ່າວເປັນທີ່ປຶກສາ ແລະ ຈໍາໜ່າຍພັນທະບັດໃຫ້ມີຜົນສໍາເລັດ. ເພື່ອປະກອບສ່ວນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 8 ແລະ ແຜນງົບປະມານແຫ່ງລັດ 5 ປີ 2016-2020 ໃຫ້ບັນລຸເປົ້າໝາຍວາງໄວ້, ທັງຮັບປະກັນໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງ.