ເຊລຊີ ເຮັດຜິດກົດ ອາດຖືກ ຟີຟາ ລົງໂທດຫ້າມຊື້ນັກເຕະ 2 ປີ


ຕາມການເປີດເຜີຍຂອງ ມີເດຍພາຣດ ເວັບໄຊຂ່າວສານຂອງປະເທດຝຣັ່ງວ່າ: ສະຫະພັນບານເຕະສາກົນ (ຟີຟາ) ກຳລັງພິຈາລະນາຈະຫ້າມ ເຊລຊີ ຍອດສະໂມສອນແຫ່ງ ພຣີເມຍລີກ ອັງກິດ ຊື້ນັກເຕະເປັນເວລາ 2 ປີ ຈາກການທີ່ພວກເຂົາອາດເຮັດຜິດກົດໃນດ້ານການຊື້ນັກເຕະມາຮ່ວມທີມນັບແຕ່ຕອນທີ່ນັກເຕະເຫລົ່ານັ້ນອາຍຸຍັງບໍ່ຮອດເກນ.
ສື່ດັ່ງກ່າວລາຍງານເລື່ອງນີ້ ໂດຍອ້າງອີງຈາກເອກະສານຂອງ ເຕະບານລີກ ເວັບໄຊລາຍງານເລື່ອງລັບໃນວົງການບານເຕະ ໂດຍພວກເຂົາລະບຸວ່າ: ເຈົ້າໜ້າທີ່ດ້ານຈະລິຍະທຳ ແລະ ການເຮັດຂໍ້ຕົກລົງຂອງ ຟີຟາ ໃຊ້ເວລາເຖິງ 3 ປີ ໃນການກວດສອບເລື່ອງທີ່ວ່າ: ເຊລຊີ ອາດຈະລະເມີດກົດດ້ານການດຶງນັກເຕະຈາກຕ່າງປະເທດໄປຮ່ວມທີມນັບແຕ່ຕອນທີ່ພວກເຂົາຍັງເປັນພຽງໄວຮຸ່ນ ເຊິ່ງມີນັກເຕະທີ່ສົງໄສເຖິງ 14 ຄົນ.
ທັງນີ້ ແບຣັກຕຣ໊ອງ ຕຣາໂອເຣ ຫົວຫອກຊາວບູກິນາຟາໂຊທີ ເຊລຊີ ຂາຍໄປໃຫ້ ໂອລິມປິກ ລີຍົງ ໃນລະດູການປີກ່ອນ ຢູ່ໃນກຸ່ມນັ້ນເຊັ່ນກັນ ໂດຍການສືບສວນຂອງ ຟີຟາ ພົບວ່າຍອດທີມແຫ່ງຖິ່ນ ສະແຕມຟອດ ບຣິດ ເຊັນສັນຍາກັບ ຕຣາໂອເຣ ຄັ້ງທຳອິດຕອນລາວອາຍຸ 16 ປີ ແລະ ເອກະສານຈາກເຕະບານ ລີກ ຍັງລະບຸອີກວ່າ: ເຊລຊີ ຍອມຮັບວ່າພວກເຂົາຈ່າຍເງິນໃຫ້ແມ່ຂອງ ຕຣາໂອເຣ ເປັນຈຳນວນ 155.000 ປອນ ໃນໄລຍະເດືອນເມສາ 2011 ເພື່ອຈະໄດ້ສິດຫ້າມໃຫ້ ຕຣາໂອເຣ ຍ້າຍໄປຢູ່ກັບທີມອື່ນ ລວມທັງຈ່າຍເງິນອີກ 13.000 ປອນ ໃຫ້ ເອຈີອີ ໂບໂບດິອູລາສໂຊ ທີມໃນບູກິນາຟາໂຊທີ່ຮັບ ຕຣາໂອເຣ ເຂົ້າມາຝຶກຊ້ອມໃນລະດັບອາຄາເດມີ ໃນຕອນນັ້ນ.
ສຳລັບກົດເລື່ອງການຊື້ນັກເຕະໄວເດັກຂອງ ຟີຟາ ນັ້ນ ລະບຸໄວ້ວ່າ: ທຸກທີມໃນທະວີບເອີຣົບຫ້າມຊື້ນັກເຕະຈາກປະເທດນອກທະວີບເອີຣົບໄປຮ່ວມທີມ ຖ້ານັກເຕະຄົນນັ້ນຍັງອາຍຸບໍ່ຮອດ 18 ປີ ໂດຍມີຂໍ້ຍົກເວັ້ນ ຄືຜູ້ປົກຄອງຂອງນັກເຕະຄົນນັ້ນ ຕ້ອງອົບພະຍົບໄປຢູ່ໃນປະເທດຂອງທີມໃໝ່ ດ້ວຍເຫດຜົນທີ່ບໍ່ກ່ຽວຂ້ອງກັບບານເຕະ.