ບາເຢິນ ເລັ່ງດຶງ ເວນເກີ ຄຸມທີມ


ສື່ດັງລາຍງານວ່າ: ບາເຢິນ ມິວນິກ ກຳລັງຄິດໜັກກ່ຽວກັບການດຶງ ອາແຊນ ເວນເກີ ອະດີດຜູ້ຈັດການທີມ ອາເຊນອລ ມາຄຸມທີມ ຫລັງຈາກ ນິໂກ້ ໂຄວັດ ພາທີມສ້າງຜົນງານໄດ້ໜ້າຜິດຫວັງໃນລະດູການນີ້.
ບາເຢິນ ມິວນິກ ຍອດສະໂມສອນບານເຕະໃນ ບຸນເດສລີກາ ເຢຍລະມັນ ກຳລັງພິຈາລະນາຢ່າງຈິງຈັງເຖິງຄວາມເປັນໄປໄດ້ໃນການແຕ່ງຕັ້ງ ອາແຊນ ເວນເກີ ອະດີດຜູ້ຈັດການທີມ ອາເຊນອນ ເປັນຜູ້ຈັດການທີມຄົນໃໝ່. ຕາມລາຍງານຈາກ ບິລ ສື່ຊັ້ນນຳເມືອງເບຍ.
ບາເຢິນ ພາຍໃຕ້ການນຳທີມຂອງ ນິໂກ້ ໂຄວັດ ຜູ້ຈັດການທີມຊາວໂຄຣແອດ ເລີ່ມລະດູການນີ້ໄດ້ໜ້າຜິດຫວັງ ໂດຍປັດຈຸບັນນີ້ຢູ່ອັນດັບ 5 ໃນຕາຕະລາງຄະແນນ ບຸນເດສລີກາ ແລະ ຕາມຫລັງ ໂບຣຸສເຊຍ ດອດມຸນ ທີມນຳເຖິງ 9 ຄະແນນ ຫລັງເກມຫລ້າສຸດເຮັດໄດ້ພຽງເປີດບ້ານສະເໝີ ຟໍທູນ່າ ດຸສເຊລດອຟ 3-3 ໃນວັນທີ 24 ພະຈິກ ທັງທີ່ເປັນຝ່າຍຂຶ້ນ 3-1.
ຈາກຜົນງານດັ່ງກ່າວ ສົ່ງຜົນໃຫ້ຕຳແໜ່ງຂອງ ໂຄວັດ ສັ່ນຄອນຢ່າງໜັກ ໂດຍເຊື່ອວ່າລາວບໍ່ສາມາດຮັບມືກັບບັນດານັກເຕະດາວດັງໃນທີມໄດ້ ແລະ ຫລ້າສຸດ ບິລ ລະບຸວ່າ: ບາເຢິນ ກຳລັງຄິດຢ່າງໜັກກ່ຽວກັບການຫາຜູ້ຈັດການທີມຄົນໃໝ່ມາແທນ ໂຄວັດ ເຊິ່ງມີລາຍງານວ່າ ເວນເກີ ຄືເປົ້າໝາຍຫລັກທີ່ຍອດທີມແຫ່ງແຄວ້ນບາວາເຣຍເລັ່ງເອົາໄວ້.