UN ລະບຸປີ 2018 ຈະເປັນປີທີ່ ອາກາດຮ້ອນເປັນປະຫວັດສາດ

un ລະບຸປີ 2018 ຈະເປັນປີທີ່ ອາກາດຮ້ອນເປັນປະຫວັດສາດ - 1543491438943 960x0 - UN ລະບຸປີ 2018 ຈະເປັນປີທີ່ ອາກາດຮ້ອນເປັນປະຫວັດສາດ
un ລະບຸປີ 2018 ຈະເປັນປີທີ່ ອາກາດຮ້ອນເປັນປະຫວັດສາດ - kitchen vibe - UN ລະບຸປີ 2018 ຈະເປັນປີທີ່ ອາກາດຮ້ອນເປັນປະຫວັດສາດ

ອົງການອຸຕຸນິຍົມ​ວິທະຍາ​ໂລກ ຫລື WMO ​ເຊິ່ງ​ເປັນ​ອົງການ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ທີ 29 ພະຈິກ​ແລ້ວ​ນີ້​ວ່າ: ອຸນຫະພູມ​ຂອງ​ໂລກ​ໃນ​ປີ 2018 ຈະ​ເປັນ​ປີ​ທີ່​ມີ​ອາກາດ​ຮ້ອນ​ຫລາຍ​ເປັນ​ປະຫວັດສາດ​ເປັນ​ປີ​ທີ 4, ພ້ອມ​ທັງ​ກ່າວ​ເນັ້ນ​ເຖິງ​ຄວາມ​ຈຳ​ເປັນ​ຮີບ​ດ່ວນ​ໃນ​ການ​ລົງມື​ດຳ​ເນີນ​ເພື່ອ​ແກ້​ໄຂ​ບັນຫາ​ນີ້.

WMO ​ເຜີຍ​ແຜ່​ລາຍ​ງານ​ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ລັດ​ພາຄີ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຄັ້ງທີ 24 ຢູ່​ປະ​ເທດ​ໂປ​ໂລ​ຍ ​ໃນ​ເດືອນ​ທັນວາ ທີ່​ລະບຸ​ວ່າ: ປີ​ທີ່​ມີ​ອາກາດ​ຮ້ອນ​ຫລາຍ​ທີ່​ສຸດ 20 ປີ​ທີ່​ມີ​ການ​ບັນທຶກ​ໄວ້​ນັ້ນ ​ເກີດ​ຂຶ້ນ​ໃນ​ໄລຍະ 22 ປີຜ່ານມາ ​ແລະ ປີ 2018 ກຳລັງ​ຈະ​ເປັນ​ປີ​ທີ 4 ທີ່​ມີ​ອາກາດ​ຮ້ອນ​ຫລາຍ​ເປັນ​ປະຫວັດສາດ ​ເຊິ່ງໝາຍ​ຄວາມ​ວ່າ: ​ໃນ​ໄລຍະ 4 ປີຜ່ານມາ ຄື​ປີ 2015, 2016, 2017 ​ແລະ 2018 ​ເປັນ 4 ປີ​ທີ່​ມີ​ອາກາດ​ຮ້ອນ​ຫລາຍ​ທີ່​ສຸດ​ຕິດ​ຕໍ່​ກັນ. ທ່ານ ​ເພ​ເທີຣີ ທາ​ລັສ ​ເລຂາທິການ WMO ກ່າວ​ກັບ​ນັກ​ຂ່າວ​ຢູ່​ນະຄອນ​ເຈ​ນີວາ ຂອງ​ສະ​ວິດ​ວ່າ: ທ່າ​ອ່ຽງ​ເລື່ອງ​ອຸນຫະພູມ​ໂລກ​ເພີ່ມ​ສູງ​ຂຶ້ນນັ້ນ ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ ​ແລະ ​ເປັນ​ທິດ​ທາງ​ທີ່​ດຳ​ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ. ລາຍ​ງານ​ຂອງ WMO ສະ​ແດງ​ໃຫ້​ເຫັນ​ວ່າ: ອຸນຫະພູມ​ສະ​ເລ່ຍຂອງ​ໂລກ​ໃນ​ໄລຍະ 10 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້ ສູງ​ກວ່າ​​ໄລຍະ​ກ່ອນ​ຍຸກ​ອຸດສາຫະກຳ​ປີ 1850-1900 ​ເກືອບ 1 ອົງສາ.

un ລະບຸປີ 2018 ຈະເປັນປີທີ່ ອາກາດຮ້ອນເປັນປະຫວັດສາດ - Visit Laos Visit SALANA BOUTIQUE HOTEL - UN ລະບຸປີ 2018 ຈະເປັນປີທີ່ ອາກາດຮ້ອນເປັນປະຫວັດສາດ
un ລະບຸປີ 2018 ຈະເປັນປີທີ່ ອາກາດຮ້ອນເປັນປະຫວັດສາດ - 5 - UN ລະບຸປີ 2018 ຈະເປັນປີທີ່ ອາກາດຮ້ອນເປັນປະຫວັດສາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!