ແມນຢູໄນເຕັດ ໃຊ້ອັອບຊັນຂະຫຍາຍສັນຍາ ເດເຄອາ

ແມນຢູໄນເຕັດ ໃຊ້ອັອບຊັນຂະຫຍາຍສັນຍາ ເດເຄອາ - 111 2 - ແມນຢູໄນເຕັດ ໃຊ້ອັອບຊັນຂະຫຍາຍສັນຍາ ເດເຄອາ
ແມນຢູໄນເຕັດ ໃຊ້ອັອບຊັນຂະຫຍາຍສັນຍາ ເດເຄອາ - kitchen vibe - ແມນຢູໄນເຕັດ ໃຊ້ອັອບຊັນຂະຫຍາຍສັນຍາ ເດເຄອາ

​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ຍັກ​ໃຫຍ່​ແຫ່ງ ພຣີ​ເມຍ​ລີກ ອັງກິດ ​ໃຊ້​ອັອບຊັນ​ຂະຫຍາຍ​ສັນຍາ ດາ​ວິດ ​ເດ ​ເຄອາ ຜູ້​ຮັກສາ​ປະຕູ​ທີ​ມຊາດ​ສະ​ເປ​ນ ອອກ​ໄປ​ອີກ 1 ປີ ຫລື ຈົນ​ຮອດ​ຊຳ​ເມີ້​ປີ 2020 ຮຽບຮ້ອຍ​ແລ້ວ.

​ເດ ​ເຄອາ ​ເຊິ່ງຍ້າຍ​ຈາກ ​ແອດ​ເລ​ຕິ​ໂກ ມາດຣິດ ມາ​ຢູ່​ກັບ ​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ​ແຕ່​ປີ 2011 ກຳລັງ​ຈະ​ໝົດ​ສັນຍາ​ໃນ​ຊຳ​ເມີ້​ນີ້ ​ເຊິ່ງໝາຍ​ຄວາມ​ວ່າ ລາວ​ສາມາດ​ຈະ​ເຈລະຈາ​ກັບ​ສະ​ໂມ​ສອນ​ຈາກ​ຕ່າງ​ແດນ​ໄດ້​ຢ່າງ​ອິດສະຫລະ​ນັບ​ແຕ່​ວັນ​ທີ 1 ມັງກອນ​ເປັນຕົ້ນ​ໄປ ດ້ວຍ​ເຫດ​ນີ້ ​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ຈຶ່ງ​ດຶງ​ໄວ້​ດ້ວຍ​ການ​ໃຊ້​ອັອບຊັນ​ທີ່​ມີ​ຢູ່​ໃນ​ມື​ຂະຫຍາຍ​ສັນຍາ​ອອກ​ໄປ​ອີກ 1 ປີ.

ແມນຢູໄນເຕັດ ໃຊ້ອັອບຊັນຂະຫຍາຍສັນຍາ ເດເຄອາ - Visit Laos Visit SALANA BOUTIQUE HOTEL - ແມນຢູໄນເຕັດ ໃຊ້ອັອບຊັນຂະຫຍາຍສັນຍາ ເດເຄອາ

ທັງ​ນີ້, ບີ​ບີ​ຊີ ລາຍ​ງານ​ວ່າ: ​ເດ ​ເຄອາ ຍັງ​ພ້ອມ​ຈະ​ຕໍ່​ສັນຍາ​ໄລຍະ​ຍາວ​ໃນ​ຖິ່ນ ​ໂອລ ​ແທຣັບຟອດ ​ແລະ ຫວັງ​ວ່າ ​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ຈະ​ມອບ​ຄ່າ​ເມື່ອຍ​ໃຫ້​ໃນ​ລະດັບ​ທີ່ ອາ​ເລັກ​ເຊິ​ສ ຊານ​ເຊ​ຊ ກອງ​ໜ້າ​ທີ​ມຊາດ​ຊິ​ລີ ຮັບ​ຢູ່​ໃນ​ປັດຈຸບັນ.

ແມນຢູໄນເຕັດ ໃຊ້ອັອບຊັນຂະຫຍາຍສັນຍາ ເດເຄອາ - 4 - ແມນຢູໄນເຕັດ ໃຊ້ອັອບຊັນຂະຫຍາຍສັນຍາ ເດເຄອາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!