ຫວຽດນາມຊ່ວຍເສີມທັກສະການຂຽນຂ່າວ-ບົດວັດ ທະນະທຳໃຫ້ສື່ມວນຊົນລາວ
ໃນ ວັນທີ 17-18 ທັນວານີ້, ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວຈາກພາກສ່ວນຕ່າງໆໄດ້ຮັບການຍົກລະດັບດ້ານທັກສະການຂຽນຂ່າວ-ບົດກ່ຽວກັບວັດທະນະທຳ ເພື່ອໃຫ້ກຳໄດ້ຄວາມສຳຄັນກ່ຽວກັບການອະນຸລັກ ແລະ ເສີມຂະຫຍາຍມໍລະ ດົກດ້ານວັດທະນະທຳ, ທຳມະຊາດ ລວມເຖິງມໍລະດົກທີ່ເປັນນາມມະທຳທີ່ໄດ້ຮັບການຮັບຮອງຈາກອົງການອຸຍເນັສໂກໃຫ້ມີຄວາມຍືນຍົງ.
ທ່ານ ຫວຽນ ທາຍ ທຽນ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະ ແຫລງຂ່າວ ແລະ ສື່ສານຫວຽດນາມ ໃຫ້ຮູ້ວ່າ: ສື່ມວນຊົນມີບົດບາດສຳຄັນຕໍ່ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃຫ້ສັງຄົມ ກໍຄືໃຫ້ປະຊາ ຊົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບການອະນຸລັກ ແລະ ປົກປັກຮັກສາມໍລະດົກດ້ານວັດທະນະທຳ, ທຳມະຊາດ ລວມເຖິງຮີດຄອງປະເພນີທີ່ເປັນເອກະລັກຂອງທ້ອງຖິ່ນໃຫ້ມີຄວາມຍືນຍົງ. ໃນໄລຍະຜ່ານມາ, ກົມສື່ມວນຊົນຫວຽດນາມ ໄດ້ຊ່ວຍຈັດຊຸດອົບຮົມດ້ານຕ່າງໆໃຫ້ສື່ມວນຊົນລາວຢ່າງຕໍ່ເນື່ອງ ເປັນຕົ້ນການຂຽນຂ່າວສາລະຄະດີ, ຂ່າວສັ້ນ, ແລະ ບົດປະເພດຕ່າງໆ ເພື່ອໃຫ້ສື່ມວນຊົນລາວສາມາດນຳໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ.
ໃນໂອກາດນີ້, ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສະແດງຄວາມຂອບໃຈຕໍ່ກົມສື່ມວນຊົນຂອງຫວຽດນາມທີ່ໃຫ້ການຊ່ວຍເຫລືອ ແລະ ສະໝັບສະໜູນຂະແໜງສື່ມວນຊົນຂອງລາວດ້ວຍດີຕະຫລອດມາ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະ ຫວ່າງຂົງເຂດສື່ມວນຊົນຂອງສອງປະເທດໃຫ້ໄດ້ຮັບການພັດທະນາດີຂຶ້ນໃນຕໍ່ໝ້າ.
ໃນຊຸດອົບຮົມຄັ້ງນີ້,
ບັນດາສຳມະນາກອນໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານມໍລະດົກຂອງຫວຽດນາມ,
ພາລະບົດບາດຂອງອົງການອຸຍເນັສໂກ,
ສິ່ງທ້າທາຍໃນການອະນຸລັກ
ແລະ ປົກປັກຮັກສາມໍລະດົກ ແລະ ອື່ນໆ.
ນອກນີ້,
ສື່ມວນຊົນລາວຍັງໄດ້ໄປທັດສະນະສຶກສາຢູ່ສະຖານທີ່ສຳຄັນທີ່ໄດ້ຖືກຮັບຮອງເປັນມໍລະດົກດ້ານວັດທະນະທຳ
ແລະ
ປະຫວັດສາດຂອງຫວຽດນາມຕື່ມອີກ.