ອາເມລິກາເຜີຍບໍ່ຄິດໂຄ່ນລົ້ມຜູ້ນຳຊີຣີແລ້ວ ແຕ່ຈະບໍ່ຊ່ວຍຟື້ນຟູປະເທດ


ເຈົ້າໜ້າທີ່ອາເມລິກາກ່າວວ່າ: ອາເມລິກາບໍ່ຫາທາງໂຄ່ນລົ້ມປະທານາທິບໍດີ ບາຊາ ອານອັດຊັດ ອອກຈາກຕຳແໜ່ງອີກແລ້ວ, ແຕ່ເຕືອນວ່າຈະບໍ່ໃຫ້ການຊ່ວຍເຫລືອໃນການຟື້ນຟູປະເທດ ຈົນກວ່າລັດຖະບານຊີຣີຈະປ່ຽນແປງແນວທາງທັງໝົດ.
ທ່ານ ເຈມ ເຈບຟຣີ ຜູ້ແທນພິເສດອາເມລິກາດ້ານຊີຣີ ກ່າວວ່າ: ທ່ານ ອັດຊາດ ຕ້ອງສະແດງທ່າທີປານີປານອມຈາກການທີ່ສົງຄາມກາງເມືອງໃນຊີຣີຍືດເຍື້ອມາ 7 ປີ ແລະ ຄາດວ່າກຸ່ມກະບົດຕິດອາວຸດປະມານ 100.000 ຄົນຍັງຢູ່ໃນຊີຣີ. ທ່ານ ເຈບຟຣີ ຖະແຫລງໃນກອງປະຊຸມອັດລັງຕິກ ເຄົາຊິລ ຢູ່ນະຄອນຫລວງວໍຊິງຕັນວ່າ: ອາເມລິກາຕ້ອງການໃຫ້ລັດຖະບານຊີຣີປ່ຽນແປງທັງລະບົບ, ຄາດວ່າຊີຣີຕ້ອງການງົບປະມານຟື້ນຟູປະເທດປະມານ 300-400 ລ້ານໂດລາສະຫະລັດ ເຊິ່ງທ່ານ ເຈບຟຣີ ເຕືອນວ່າ: ປະເທດຕາເວັນຕົກ ແລະ ສະຖາບັນການເງິນສາກົນ ຈະບໍ່ໃຫ້ການຊ່ວຍເຫລືອທາງການເງິນ ຖ້າລັດຖະບານຊີຣີຍັງບໍ່ປ່ຽນແປງຫລັກການທັງລະບົບ.