ກຳປູເຈຍເປີດເຂື່ອນໄຟຟ້າພະລັງນ້ຳ ໃຫຍ່ທີ່ສຸດຂອງປະເທດ


ນາຍົກລັດຖະມົນຕີ ຮຸນແຊນ ຜູ້ນຳກຳປູເຈຍ ເປັນປະທານໃນພິທີເປີດເຂື່ອນເຊຊານຕອນລຸ່ມ 2 ເຊິ່ງເປັນເຂື່ອນຜະລິດກະແສໄຟຟ້າຈາກພະລັງນ້ຳຂະໜາດໃຫຍ່ທີ່ສຸດຂອງປະເທດ ຢູ່ແຂວງສະຕຶງແຕຣງ ທາງຕອນເໜືອສຸດຕິດຊາຍແດນ ສປປ ລາວ ໃນວັນທີ 17 ທັນວານີ້.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ເຂື່ອນເຊຊານຕອນລຸ່ມ 2 ຂະໜາດ 400 ເມກາວັດ ມູນຄ່າ 780 ລ້ານໂດລາສະຫະລັດ ດ້ວຍເງິນທຶນສະໜັບສະໜູນຈາກລັດຖະບານຈີນ ເປັນໜຶ່ງໃນເຂື່ອນຫລາຍແຫ່ງໃນກຳປູເຈຍ ທີ່ຖືກວິຈານຈາກກຸ່ມອະນຸລັກສິ່ງແວດລ້ອມວ່າ: ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນ ແລະ ປະລິມານສັດນ້ຳໃນເສັ້ນທາງຂອງແມ່ນ້ຳຂອງ.
ກ່ອນໜ້ານີ້ອົງການສະຫະປະຊາຊາດ ໄດ້ສະແດງຄວາມກັງວົນຕໍ່ເຂື່ອນນີ້, ຂະນະທີ່ນັກວິທະຍາສາດຫລາຍຄົນໄດ້ຮ່ວມຮຽກຮ້ອງໃຫ້ຢຸດການກໍ່ສ້າງ ເນື່ອງຈາກຢ້ານວ່າຈະສົ່ງຜົນກະທົບຕໍ່ລະບົບການຜະລິດອາຫານໃນພາກພື້ນ.
ເຂື່ອນເຊຊານຕອນລຸ່ມ 2 ເປັນໂຄງການຮ່ວມມືລະຫວ່າງ ບໍລິສັດ ຣໍຢັລ ກຣຸບ ຂອງກຳປູເຈຍ ຖືຮຸ້ນ 39% ກັບບໍລິສັດ ໄຮໂດຣລ້ານຊ້າງ ອິນເຕີເນຊັນແນລ ເອເນີຈີ ຂອງລັດຖະບານຈີນ ຖືຮຸ້ນ 51% ແລະ ບໍລິສັດ ອີວີເອັນ ອິນເຕີເນຊັນແນລ ຂອງຫວຽດນາມ ຖືຮຸ້ນ 10%, ເຂື່ອນຈະຖືກສົ່ງມອບເປັນກຳມະສິດຂອງລັດຖະບານກຳປູເຈຍ ຫລັງດຳເນີນກິດຈະການຜ່ານໄປ 40 ປີ.