ມຽນມາ ແລະ ອາຊຽນ ຈະຮ່ວມມື ສົ່ງກັບຜູ້ອົບພະຍົບຈາກບັງກະລາເທດ


ສຳນັກຂ່າວມຽນມາລາຍງານວ່າ: ມຽນມາ ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ເຫັນພ້ອມຈະຮ່ວມມືກັນສົ່ງກັບຜູ້ອົບພະຍົບຈາກບັງກະລາເທດ.
ທ່ານ ວິນ ມຽດ ເອ ລັດຖະມົນຕີກະຊວງສະຫວັດດີການສັງຄົມມຽນມາ ກ່າວວ່າ: ການຮ່ວມມືດັ່ງກ່າວຈະຊ່ວຍສົ່ງເສີມບັນທຶກຄວາມເຂົ້າໃຈທີ່ລົງນາມລະຫວ່າງ 3 ຝ່າຍ ໄດ້ແກ່ ລັດຖະບານມຽນມາ, ໂຄງການພັດທະນາແຫ່ງສະຫະປະຊາຊາດ ຫລື UNDP ແລະ ສຳນັກງານຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ ຫລື UNHC. ນອກຈາກນີ້ ຍັງຈະຊ່ວຍສົ່ງເສີມການປະຕິບັດຕາມຂໍ້ຕົກລົງລະຫວ່າງມຽນມາ ແລະ ບັງກະລາເທດນຳອີກ ແລະ ການຮ່ວມມືດັ່ງກ່າວບໍ່ພຽງແຕ່ເປັນຜົນດີຕໍ່ປະເທດໃນພາກພື້ນເທົ່ານັ້ນ, ແຕ່ຍັງລວມໄປເຖິງປະຊາຄົມສາກົນນຳອີກ.
ມຽນມາປະກາດຄວາມພ້ອມໃນການຮັບຜູ້ອົບພະຍົບກຸ່ມທຳອິດກັບຈາກບັງກະລາເທດໃນວັນທີ 15 ພະຈິກຜ່ານມາ, ແຕ່ຍັງມີຄວາມຊັກຊ້າ ເນື່ອງຈາກເຫດຜົນຕ່າງໆ. ເຖິງຢ່າງໃດກໍຕາມ, ມຽນມາຈະຍັງເດີນໜ້າຂະບວນການສົ່ງກັບ ແລະ ຕັ້ງຖິ່ນຖານໃຫ້ຜູ້ອົບພະຍົບຕາມຂໍ້ຕົກລົງທະວີພາຄີຕໍ່ໄປ. ທັງນີ້ ມຽນມາ ແລະ ບັງກະລາເທດ ເຫັນພ້ອມເລື່ອງການສົ່ງກັບຜູ້ອົບພະຍົບທີ່ຫລົບໜີອອກຈາກລັດຍະໄຂ່ໄປບັງກະລາເທດໃນເດືອນສິງຫາຜ່ານມາ.