ໂຄງການຍົກລະດັບສະໜາມບິນແຂວງບໍ່ແກ້ວຄືບໜ້າ 70%


ໂຄງການປັບປຸງຍົກລະດັບສະໜາມບິນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຂະຫຍາຍເສັ້ນທາງແລ່ນຂຶ້ນລົງຂອງເຮືອບິນຈາກ 19 ແມັດມາເປັນ 36 ແມັດ ແລະ ຄວາມຍາວຈາກ 1.450 ແມັດມາເປັນ 1.660 ແມັດ ໃນມູນຄ່າການກໍ່ສ້າງທັງໝົດ 149 ຕື້ກວ່າກີບ ມາຮອດປັດຈຸບັນສໍາເລັດແລ້ວ 7% ແລະ ຄາດວ່າຈະໃຫ້ສໍາເລັດໃນປີ 2020.
ທ່ານ ຄໍາປຽນ ລ້ານນາ ຫົວໜ້າໂຄງການປັບປຸງສະໜາມບິນດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການປັບປຸງຍົກລະດັບສະໜາມບິນນີ້ ໄດ້ເລີ່ມລົງມືມາແຕ່ທ້າຍເດືອນ ກັນຍາ 2018 ໂດຍແມ່ນທຶນຂອງລັດຖະບານ, ເຊິ່ງມີ 4 ໜ້າວຽກຫລັກຄື: ຂະຫຍາຍເສັ້ນທາງຂຶ້ນ-ລົງຂອງເຮືອບິນໃຫ້ກວ້າງອອກຕື່ມ, ກໍ່ສ້າງປັບປຸງລານຈອດ, ສະຖານທີ່ຈອດລົດຂອງຜູ້ໂດຍສານ, ກໍ່ສ້າງຮົ້ວຖາວອນອ້ອມສະໜາມບິນ ມີຄວາມຍາວ 4.291 ແມັດ ແລະ ສ້ອມແປງອາຄານຜູ້ໂດຍສານ ແລະ ອື່ນໆ.
ສະໜາມບິນຫ້ວຍຊາຍນີ້ຈະພິເສດກວ່າສະໜາມບິນອື່ນໃນທົ່ວປະເທດເພາະວ່າການອອກແບບກໍ່ສ້າງແມ່ນໃຫ້ເຮືອບິນສາມາດຂຶ້ນລົງໄດ້ສອງທິດທາງ. ພາຍຫລັງການກໍ່ສ້າງສໍາເລັດຈະເປີດໃຫ້ມີ 2 ຖ້ຽວຕໍ່ວັນ ເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ໂດຍສານດີຂຶ້ນ.