ປີໃໝ່ນະຄອນຫລວງວຽງຈັນຕັ້ງເປົ້າໃຫ້ເສດຖະກິດເຕີບໂຕ 9,5%
ທ່ານເຈົ້າຄອງນະຄອນຫລວງວຽງຈັນ ສິນລະວົງ ຄຸດໄພທູນ ໃຫ້ຮູ້ວ່າ: ປີໃໝ່ 2019 ທີ່ຈະເຖິງນີ້, ນະຄອນຫລວງວຽງຈັນ ຈະສູ້ຊົນໃຫ້ເສດຖະກິດເຕີບໂຕ 9,5% ໃນນີ້ຂົງເຂດກະສິກຳ-ປ່າໄມ້ເພີ່ມຂຶ້ນ 4,2%, ອຸດສາຫະກຳເພີ່ມຂຶ້ນ 12,5% ແລະ ການບໍລິການເພີ່ມຂຶ້ນ 9,5%, ເອົາໃຈໃສ່ຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸ 4.800 ຕື້ກີບ. ນອກນີ້ ຈະສຸມໃສ່ວຽກງານແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະແກ້ໄຂໜີ້ສາທາລະນະ ແລະ ໜີ້ໂຄງການລົງທຶນຂອງເອກະຊົນໃຫ້ຜ່ອນເບົາລົງ, ເພີ່ມທະວີການຄຸ້ມຄອງລັດໃຫ້ມີຄຸນນະພາບ, ສອດຄ່ອງລະບຽບກົດໝາຍ, ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ (SME) ໃຫ້ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນກວ່າເກົ່າ.
ທ່ານເຈົ້າຄອງນະຄອນຫລວງ ໃຫ້ຮູ້ວ່າ: ໃນປີ 2018 ມີຫລາຍຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມບໍ່ບັນລຸໄດ້ຄື: ການເຕີບໂຕດ້ານເສດຖະກິດບັນລຸແຕ່ 9,3% (ແຜນການ 10,5%), ນັກທ່ອງທ່ຽວບັນລຸ 1,8 ລ້ານເທື່ອຄົນ (ຄາດໝາຍ 2 ລ້ານເທື່ອຄົນ). ນອກນີ້ ການປະຕິບັດນະໂຍບາຍ 6ສ ຂອງນະຄອນຫລວງວຽງຈັນຍັງບໍ່ທັນເຮັດໄດ້ດີ ເຊິ່ງສະແດງອອກຄື: ຍັງມີປາກົດການຫຍໍ້ທໍ້ສັງຄົມຫລາຍຢ່າງເກີດຂຶ້ນ ເປັນຕົ້ນອຸປະຕິເຫດ, ຄວາມບໍ່ເປັນລະບຽບຈົບງາມໃນຕົວເມືອງ, ຂີ້ລັກ-ງັດແງະ, ຢາເສບຕິດ, ຄ້າຂາຍເຖື່ອນ ແລະ ໄພສັງຄົມອື່ນໆ ເຊິ່ງໃນປີໃໝ່ນີ້ຕ້ອງເລັ່ງແກ້ໄຂໃຫ້ຫລຸດລົງ ເພື່ອແນໃສ່ສ້າງນະຄອນຫລວງວຽງຈັນເປັນຕົວເມືອງໜ້າຢູ່, ສີຂຽວ ແລະ ຍືນຍົງ.