ອິນເດຍຈະສ້າງເຄື່ອງປະຕິກອນນິວເຄຼຍ ສຳລັບໂຮງໄຟຟ້າ 10 ເຄື່ອງ

- 1495076792974 960x0 - ອິນເດຍຈະສ້າງເຄື່ອງປະຕິກອນນິວເຄຼຍ ສຳລັບໂຮງໄຟຟ້າ 10 ເຄື່ອງ
- kitchen vibe - ອິນເດຍຈະສ້າງເຄື່ອງປະຕິກອນນິວເຄຼຍ ສຳລັບໂຮງໄຟຟ້າ 10 ເຄື່ອງ

- 1495076792974 960x0 - ອິນເດຍຈະສ້າງເຄື່ອງປະຕິກອນນິວເຄຼຍ ສຳລັບໂຮງໄຟຟ້າ 10 ເຄື່ອງ

 

- Visit Laos Visit SALANA BOUTIQUE HOTEL - ອິນເດຍຈະສ້າງເຄື່ອງປະຕິກອນນິວເຄຼຍ ສຳລັບໂຮງໄຟຟ້າ 10 ເຄື່ອງ

ອິນ​ເດຍຈະ​ພັດທະນາ​ເຄື່ອງ​ປະຕິ​ກອນ​ນິວ​ເຄຼຍສຳລັບ​ໂຮງ​ໄຟຟ້າ​ແບບ​ໃຊ້​ນ້ຳມວນ​ໜັກ​ຄວາມດັນ​ສູງ 10 ​ເຄື່ອງ ​ເພື່ອ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ຜະລິດ​ໄຟຟ້າ​ຈາກ​ພະລັງງານ​ນິວ​ເຄຼຍ.

ລັດຖະບານ​ອິນ​ເດຍທີ່​ນຳ​ໂດຍ​ນາຍົກລັດຖະມົນຕີ ​ນາ​ເຣນທຣາ ​ໂມ​ດີ ​ໄດ້​ໃຫ້​ຄວາມ​ເຫັນ​ພ້ອມ​ໃນ​ແຜນການ​ພັດທະນາ​ເຄື່ອງ​ປະຕິ​ກອນ​ນິວ​ເຄຼຍສຳລັບ​ໂຮງ​ໄຟຟ້າ​ແບບ​ນ້ຳມວນ​ໜັກ​ຄວາມດັນ​ສູງ 10 ​ເຄື່ອງ ທີ່​ຈະ​ສາມາດ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້ 7.000 ​ເມ​ກາ​ວັດ ​ເຊິ່ງຫລາຍ​ກວ່າ​ໄຟຟ້າ​ຈາກ​ພະລັງງານ​ນິວ​ເຄຼຍທີ່​ອິນ​ເດຍຜະລິດ​ໄດ້​ໃນ​ປັດຈຸບັນ​ນີ້​ອີກ​ກວ່າ​ທົບ​ເຄິ່ງ ຫລື 6.780 ​ເມກາ​ວັດ. ລັດຖະບານ​ອິນ​ເດຍລະບຸ​ວ່າ​ໂຄງການ​ສ້າງ​ເຕົາ​ປະຕິ​ກອນ​ນິວ​ເຄຼຍນີ້​ຈະ​ສ້າງ​ລາຍ​ຮັບ​ເປັນ​ມູນ​ຄ່າ​ປະມານ 11.000 ​ໂດ​ລາ ​ແລະ ສ້າງ​ວຽກ​ຫລາຍ​ກວ່າ 33.000 ຕຳ​ແໜ່​ງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ລັດຖະບານ​ຍັງ​ບໍ່​ໄດ້​ເປີດ​ເຜີຍ​ວ່າ: ຈະ​ສ້າງ​ເຄື່ອງ​ປະຕິ​ກອນ​ນິວ​ເຄຼຍ​ເຫລົ່າ​ນີ້​ຢູ່​ບ່ອນ​ໃດ ​ແລະ ຈະ​ໃຊ້​ເວລາ​ໃນ​ການ​ສ້າງ​ດົນ​ປານ​ໃດຈຶ່ງ​ຈະ​ເລີ່​ມການ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້. ​ໂຄງການ​ພັດທະນາ ​ແລະ ຜະລິດ​ເຕົາ​ປະຕິ​ກອນ​ນິວ​ເຄຼຍຂອງ​ອິນ​ເດຍ​ໃນ​ເທື່ອ​ນີ້ ​ເປັນ​ສ່ວນ​ໜຶ່ງ​ຂອງ​ແນວ​ຄິດ​ ​ເມກ ອິນ ອິນ​ເດຍ. ປັດຈຸບັນ​ນີ້ ອິນ​ເດຍມີ​ໂຮງ​ໄຟຟ້າ​ພະລັງງານ​ນິວ​ເຄຼຍ 7 ​ແຫ່ງ ສ່ວນ​ຫລາຍ​ໃຊ້​ເຄື່ອງ​ປະຕິ​ກອນ​ນິວ​ເຄຼຍຈາກຣັດ​ເຊຍ ​ແລະ ຈີນ.

 

- 4 - ອິນເດຍຈະສ້າງເຄື່ອງປະຕິກອນນິວເຄຼຍ ສຳລັບໂຮງໄຟຟ້າ 10 ເຄື່ອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!