ຄົນໂລກສ່ວນໂຕສູງມີຂໍ້ດີຫລາຍ ກວ່າທີ່ຄິດ


1. ທ່ານມີຄວາມສຸກເວລາທີ່ໄດ້ຢູ່ກັບໂຕເອງ : ບໍ່ວ່າທ່ານຈະຫລິ້ນເກມ, ອ່ານໜັງສື, ກິນເຂົ້າ, ເບິ່ງຮູບເງົາ, ຟັງເພງຄົນດຽວ ທ່ານຮູ້ສຶກສຸກໃຈ, ບໍ່ເປັນບັນຫາ, ບໍ່ຮູ້ສຶກເຫງົາ ຫລື ຂາດຫາຍ, ແຕ່ຈະຮູ້ສຶກຄືໄດ້ພັກຜ່ອນ ແລະ ຕື່ມພະລັງໃຫ້ແກ່ຕົນເອງ. ເຖິງວ່າຈະມີງານລ້ຽງສັງສັນຫລວງຫລາຍໃຫ້ທ່ານເລືອກໄປ ແຕ່ທ່ານກໍຈະເລືອກທີ່ຈະມ່ວນກັບເວລາສ່ວນໂຕຢູ່ກັບໂຕເອງຫລາຍກ່ວາໄປງານເຫລົ່ານັ້ນ.
2. ທ່ານຄິດຫຍັງໄດ້ດີເມື່ອຢູ່ຄົນດຽວ : ທ່ານບໍ່ໍໄດ້ຕໍ່ຕ້ານການສະເໜີຄວາມຄິດ ຫລື ການຖົກຖຽງບັນຫາກັນໃນກຸ່ມ, ແຕ່ເມື່ອ ທ່ານຢູ່ຄົນດຽວ ທ່ານມັກຈະສາມາດກັ່ນຕອງຄວາມຄິດອອກມາໄດ້ມີປະສິດທິພາບ ແລະ ເກີດໄອເດຍທີ່ດີຂຶ້ນມາໄດ້ດີກ່ວາເວລາທີ່ ຕ້ອງຮ່ວມກັນຄິດກັບຄົນອື່ນໆ.
3. ທ່ານຈະເປັນຜູ້ນຳທີ່ດີໄດ້ກໍຕໍ່ເມື່ອຜູ້ຕາມຫລັງ ຫລື ລູກທີມພ້ອມທີ່ຈະເປັນຜູ້ນຳໂຕເອງໃນລະດັບໜຶ່ງ : ທ່ານສາມາດດຶງສັກກະຍະພາບຂອງຄົນອອກມາໄດ້ດີ ຖ້າຜູ້ຮ່ວມງານ ຫລື ລູກທີມຮູ້ໜ້າທີ່ຂອງໂຕເອງແລ້ວໃນລະດັບໜຶ່ງ, ແຕ່ທ່ານບໍ່ແມ່ນຄົນທີ່ຈະນຳລຳລິລຳໄລ ຫລື ກະຕຸ້ນໃຫ້ຜູ້ຮ່ວມງານ ຫລື ລູກທີມເຮັດສິ່ງຕ່າງໆຈາກສູນ ເພາະການເຮັດແບບນັ້ນຕ້ອງໃຊ້ແຮງຫລາຍໃນການອອກຄຳສັ່ງ ທັງຕ້ອງນຳເວົ້າ ແລະ ນຳຄຸມ ເຊິ່ງມັນບໍ່ແມ່ນຄວາມຊຳນານຂອງທ່ານເລີຍ ປ່ອຍຈຸດນັ້ນໃຫ້ເປັນໜ້າທີ່ຂອງຄົນທີ່ມັກເຂົ້າສັງຄົມເຂົາເຮັດໃຫ້ດີກ່ວາ ເພາະເຂົາມີພະລັງໃນການກະຕຸ້ນຄົນຫລາຍກ່ວາທ່ານ ເຊິ່ງຖ້າທ່ານມີຄູ່ຫູໃນການເຮັດວຽກ ເຊິ່ງເປັນຄົນທີ່ມັກເຂົ້າສັງຄົມນັ້ນ ຈະເຮັດໃຫ້ວຽກເດີນໜ້າໄດ້ຢ່າງຄ່ອງແຄ້ວຍິ່ງຂຶ້ນ.
4. ທ່ານຈະເປັນຄົນທ້າຍໆທີ່ຈະສະເໜີໂຕເພື່ອເຮັດຫຍັງຈັກຢ່າງ : ບໍ່ວ່າຈະແມ່ນຄົນສຸດທ້າຍທີ່ຍົກມືຕອບຄຳຖາມໃນຫ້ອງຮຽນ ຈົນເຖິງການອອກຄວາມຄິດເຫັນໃນຫ້ອງປະຊຸມ ເຖິງວ່າທ່ານຈະຮູ້ຄຳຕອບ ຫລື ມີຄວາມຄິດເຫັນດີໆ ແຕ່ທ່ານເລືອກທີ່ຈະໃຫ້ຄົນອື່ນເປັນຈຸດສົນໃຈໄປກ່ອນ ຍົກເວັ້ນເມື່ອຄຳຕອບນັ້ນບໍ່ຖືກຕ້ອງ ຫລື ຄວາມຄິດເຫັນບໍ່ຖືກໃຈ ທ່ານຈຶ່ງຈະສະເໜີຄວາມຄິດເຫັນຂອງທ່ານເມື່ອຍາມຈຳເປັນ.
5. ຄົນມັກຈະຖາມເຖິງຄວາມຄິດເຫັນຂອງທ່ານ : ຖ້າທ່ານສັງເກດວ່າຄົນມັກຖາມວ່າທ່ານມີຄວາມຄິດເຫັນແນວໃດໃນເລື່ອງ ຕ່າງໆນັ້ນອາດເປັນຍ້ອນວ່າທ່ານບໍ່ຄ່ອຍເວົ້າຈົນເຂົາຕ້ອງຖາມ ຫລື ເພາະວ່າຄົນຄິດວ່າທ່ານນັ້ນຊ່າງສັງເກດ ຫລື ຕ້ອງກຳລັງຄິດຫຍັງຢູ່ແນ່ນອນ ຈຶ່ງຢາກໃຫ້ທ່ານແບ່ງປັນຄວາມຄິດເຫັນອອກມາ ຖ້າຄົນຕ້ອງຖາມຄວາມຄິດເຫັນຂອງທ່ານ ກ່ອນທີ່ທ່ານຈະມີໂອກາດໄດ້ເວົ້າຫຍັງອອກມາ ກໍມີຄວາມເປັນໄປໄດ້ສູງວ່າທ່ານນັ້ນເຂົ້າຂັ້ນເປັນຄົນໂລກສ່ວນໂຕສູງແລ້ວ.
6. ທ່ານຈະໃສ່ຫູຟັງຕະຫລອດເວລາທີ່ຕ້ອງຢູ່ໃນສັງຄົມ ຫລື ສະຖານະການທີ່ມີຜູ້ຄົນ : ບໍ່ວ່າຈະແມ່ນເວລາເດີນທາງໄປເຮັດວຽກ, ອອກກຳລັງກາຍ ທ່ານກໍມັກຈະໃສ່ຫູຟັງ ທ່ານອາດຈະມັກຟັງເພງກໍແມ່ນ ແຕ່ຍອມຮັບໄດ້ເລີຍວ່າທ່ານກຳລັງຫລີກເວັ້ນການທີ່ຕ້ອງເວົ້າກັບຜູ້ຄົນຢູ່.
7. ທ່ານພະຍາຍາມຫລີກເວັ້ນຜູ້ຄົນທີ່ໃຈຮ້າຍ ແລະ ຄຽດຊັງຢູ່ : ທ່ານຈະບໍ່ພະເຊີນໜ້າກັບຄົນທີ່ອາລົມບໍ່ດີເຖິງຂັ້ນໂມໂຫຮ້າຍຢູ່ ບໍ່ວ່າຄົນຜູ້ນັ້ນຈະລະເບີດອາລົມມາໃສ່ທ່ານ, ໃສ່ຄົນອື່ນ ຫລື ໃສ່ສິ່ງຂອງຢູ່ກໍຕາມ ເພາະທ່ານບໍ່ເກັ່ງເລີຍໃນເລື່ອງການຮອງຮັບອາລົມຮຸນແຮງແບບນັ້ນ ເພາະມັນຈະເຮັດໃຫ້ທ່ານຮູ້ສຶກໝົດແຮງ, ຫົດຫູ່ ແລະ ອຶດອັດ.
8. ທ່ານໄດ້ຮັບອີເມວ, ຂໍ້ຄວາມ ແລະ ສາຍໂທເຂົ້າຫລາຍກ່ວາທີ່ທ່ານສົ່ງ ຫລື ໂທໄປ : ທ່ານພະຍາຍາມຫລີກເວັ້ນການລົມກັບຜູ້ຄົນ ເຖິງວ່າຈະເປັນການລົມໂທລະສັບກໍໍຕາມ, ແຕ່ຖ້າຈຳເປັນທ່ານກໍຈະເລືອກທີ່ຈະໃຊ້ວິທີສົ່ງຂໍ້ຄວາມແທນ ພ້ອມທັງເລືອກທີ່ຈະອ່ານ ແຕ່ບໍ່ຕອບ, ຍົກເວັ້ນເມື່ອຈຳເປັນແທ້ໆ.
9. ທ່ານບໍ່ມັກບົດສົນທະນາແບບຜິວເຜີນກັບຄົນແປກໜ້າ ຫລື ຄົນທີ່ບໍ່ສະໜິດ : ທ່ານບໍ່ມັກການສົນທະນາສັ້ນໆ ຫລື ບົດສົນທະນາຕາມມາລະຍາດສັງຄົມທີ່ທ່ານຈະຕ້ອງໂຕ້ຕອບກັບຄົນທີ່ທ່ານບໍ່ໄດ້ຮູ້ຈັກກັນເປັນຢ່າງດີ, ແຕ່ທ່ານມັກລົມກັບຄົນສະໜິດ ເພາະທ່ານມີຫຍັງໃຫ້ເວົ້າຫລາກຫລາຍ.
ຖ້າຮູ້ໂຕແລ້ວວ່າທ່ານເປັນຄົນໂລກສ່ວນໂຕສູງກໍບໍ່ຕ້ອງແປກໃຈອີກຕໍ່ໄປວ່າເປັນຫຍັງທ່ານຈຶ່ງມີລັກສະນະນິໄສແບບທີ່ກ່າວມານັ້ນ ການເປັນຄົນໂລກສ່ວນໂຕສູງບໍ່ໄດ້ໝາຍຄວາມວ່າທ່ານມີຫຍັງຜິດປົກກະຕິ ຫລື ແປກແຍກຈາກສັງຄົມ, ແຕ່ທ່ານແມ່ນຄົນທີ່ເກັບລາຍລະອຽດທຸກຢ່າງອ້ອມໂຕ ແລະ ໂລກສ່ວນໂຕມີປະສິດທິພາບສູງກ່ວາຄົນອື່ນຕ່າງຫາກ.