5 ອັນດັບນັກທ່ອງທ່ຽວສາກົນທີ່ເຂົ້າມາທ່ຽວລາວຫລາຍທີ່ສຸດໃນປີ 2018


ໂດຍ: ຄຳພຸດ ເທບພະນົມ
ໃນປີທ່ອງທ່ຽວລາວ 2018 ທີ່ຜ່ານມານີ້ ລາວສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາ ທ່ຽວລາວໄດ້ຫຼາຍກວ່າປີ ຜ່ານມາ. ດັ່ງກົມພັດທະນາ ການທ່ອງທ່ຽວໃຫ້ຮູ້ວ່າ ນັກທ່ອງທ່ຽວສາກົນທີ່ເຂົ້າມາທ່ຽວລາວໃນ ປີ 2018 ບັນລຸໄດ້ 4 ລ້ານກວ່າຄົນ ມີອັດຕາສູງກວ່າປີຜ່ານມາ 8,2%. ເຊິ່ງມີ 5 ອັນດັບ ນັກທ່ອງທ່ຽວທີ່ເຂົ້າມາຫຼາຍສຸດດັ່ງນີ້:


ອັນດັບ 1 ນັກທ່ອງທ່ຽວ ຈາກປະເທດໄທສູງເຖິງ1,9 ລ້ານກວ່າເທື່ອຄົນ ເພີ່ມຂຶ້ນຈາກປີຜ່ານມາ 7%.
ອັນດັບ 2 ນັກທ່ອງທ່ຽວ ຈາກ ສສ. ຫວຽດນາມ ຈຳ ນວນ ມີຫຼາຍກວ່າ 860 ພັນເທື່ອຄົນຫຼຸດຈາກປີຜ່ານມາ 3%.
ອັນດັບ 3 ນັກທ່ອງ ທ່ຽວຈາກ ສປ.ຈີນ ມີ 8 ແສນ ກວ່າເທື່ອຄົນ ເພີ່ມຂຶ້ນ 26%.
ອັນດັບ 4 ນັກທ່ອງທ່ຽວ ຈາກ ສ.ເກົາຫຼີ ມີຫຼາຍກວ່າ 170 ພັນເທື່ອຄົນເພີ່ມຂຶ້ນ 2%.
ອັນດັບ 5 ນັກທ່ອງທ່ຽວຈາກສະຫະລັດອາເມລິກາມີຈຳນວນ 49 ພັນກວ່າຄົນ ເພີ່ມຂຶ້ນ 27% ສະເພາະປີ 2019 ນີ້ ເປັນປີທ່ອງທ່ຽວລາວ-ຈີນ ເຊິ່ງຄາດວ່າ ຈະສາມາດດຶງດູດນັກທ່ອງທ່ຽວຈີນມາທ່ຽວລາວ ໃຫ້ຫຼາຍຂຶ້ນ./.

