5 ເຕັກນິກການຮຽນພາສາສຳລັບຜູ້ໃຫຍ່


– ຮຽນຮູ້ຄຳສັບຈາກທຸກສິ່ງອ້ອມໂຕ : ເມື່ອເຮົາເລີ່ມຮຽນພາສາໃໝ່ ທຸກສິ່ງທຸກຢ່າງອ້ອມໂຕຖືເປັນບົດຮຽນທີ່ເຮົາສາມາດໃຊ້ໃນການຮຽນຮູ້ໄດ້ ໂດຍສະເພາະການຮຽນຮູ້ຄຳສັບ ລອງນຶກ ຫລື ເບິ່ງທຸກສິ່ງອ້ອມໂຕໃຫ້ເປັນພາສາອັງກິດ, ນຶກຄຳສັບຂອງສິ່ງທີ່ເຮົາພົບໃນຊີວິດປະຈຳວັນເປັນພາສາອັງກິດ ຖ້າບໍ່ແນ່ໃຈຄຳສັບໃດກໍໃຫ້ເປີດພົດຈະນານຸກົມເບິ່ງຕອນນັ້ນເລີຍ ຫລື ໃຜບໍ່ສະດວກກໍຈົດໄວ້ກ່ອນ ຄ່ອຍມາເປີດເບິ່ງຕາມຫລັງ. ນອກຈາກນີ້ການແປຄຳສັບໄວ້ກັບສິ່ງຂອງໃນເຮືອນ ຫລື ບ່ອນເຮັດວຽກກໍເປັນອີກວິທີໜຶ່ງທີ່ຊ່ວຍໃຫ້ທ່ານສາມາດຈື່ຈຳຄຳສັບໄດ້ວ່ອງໄວຫລາຍຍິ່ງຂຶ້ນ.
– ຈື່ເປັນກຸ່ມຄຳ ຫລື ປະໂຫຍກ: ການຮູ້ຄຳສັບເປັນຄຳໆນັ້ນຈະດີສຳລັບຜູ້ທີ່ເລີ່ມຮຽນພາສາໃໝ່ໆ, ແຕ່ການຮຽນໂດຍການຈື່ເປັນກຸ່່ມຄຳ ຫລື ປະໂຫຍກ ຈະເຮັດໃຫ້ເຮົາສາມາດນຳໄປປັບໃຊ້ໃນສະຖານະການຈິງໄດ້ຫລາຍກ່ວາ ເພາະຈະເຮັດໃຫ້ເຮົາເຂົ້າໃຈທັງໂຄງສ້າງ, ຮູບແບບປະໂຫຍກ ທ່ານຈະສາມາດສ້າງປະໂຫຍກໃໝ່ໆເອງໄດ້ ໂດຍການປ່ຽນພຽງແຕ່ຄຳນາມ ຫລື ຄຳກິລິຍາ ໂດຍໃຊ້ຮູບແບບປະໂຫຍກເກົ່າ ເຊັ່ນ : ປະໂຫຍກທີ່ທ່ານຈື່ໄດ້ແມ່ນ I would have bought the eggs, but they were broken. ແຕ່ທ່ານສາມາດສ້າງປະໂຫຍກໃໝ່ເປັນ “I would have read the book, but it was too long” ຫລື “I would have worn my blue sweater, but it was torn.”


– ຝຶກເວົ້າບົດສົນທະນາຄືໂຕຈິງກັບເຈົ້າຂອງພາສາ : ບໍ່ວ່າຈະແມ່ນຄົນລາວທີ່ເວົ້າພາສາຂອງຕົນໄດ້ຄ່ອງ ຫລື ຈະເປັນຊາວຕ່າງຊາດເຈົ້າຂອງພາສາກໍຍິ່ງດີ ນອກຈາກຈະເຮັດໃຫ້ເຮົາໄດ້ສັງເກດການໃຊ້ຄຳ ແລະ ຮູບແບບປະໂຫຍກ ແລ້ວເອົາມາປັບໃຊ້ໃຫ້ເຮົາໃຊ້ພາສາໄດ້ດີຂຶ້ນ ແລະ ຊ່ວຍໃຫ້ເຮົາເຂົ້າໃຈສິ່ງທີ່ຄູ່ສື່ສານຕ້ອງການຈະສື່ແລ້ວ ຍັງຊ່ວຍເພີ່ມຄວາມໝັ້ນໃຈໃນການເວົ້າພາສາ ນັ້ນເມື່ອເຖິງເວລາຕ້ອງໃຊ້ແທ້ໆນຳອີກ.
– ພາໂຕເອງໄປຢູ່ໃນສະພາບແວດລ້ອມທີ່ມີພາສານັ້ນ : ເປີດໂອກາດໃຫ້ໂຕເອງໄດ້ຢູ່ໃນສະພາບແວດລ້ອມທີ່ມີພາສານັ້ນ ຖ້າໃຜບໍ່ສະດວກທີ່ຈະພາໂຕເອງໄປຢູ່ໃນສະພາບແວດລ້ອມທີ່ມີແຕ່ຄົນທີ່ໃຊ້ພາສານັ້ນ ດັ່ງການໄປຢູ່ເມືອງນອກ ຫລື ໄປເຂົ້າສະມາຄົມຕ່າງໆ ກໍມີວິທີການງ່າຍໆທີ່ໄດ້ຜົນຄືກັນ ເຊັ່ນ : ຟັງເພງຍີ່ປຸ່ນ, ຟັງຂ່າວພາສາຈີນ ຫລື ຟັງ Podcast ພາສາອັງກິດ ໃນຂະນະທີ່ກຳລັງເຮັດວຽກເຮືອນຢູ່ ຫລື ຈະເປັນການເບິ່ງຮູບເງົາ ຫລື ຊີຣີ ໂດຍການເປີດຊັບໄຕເຕິນ ລວມເຖິງການອ່ານໜັງສືໂດຍອ່ານອອກສຽງດັງໆ ໂດຍບໍ່ຕ້ອງສົນໃຈວ່າຈະເຂົ້າໃຈເນື້ອຫາຫລືບໍ່.
– ບໍ່ມັກຫຍັງກໍບໍ່ຕ້ອງຝືນ : ຖ້າທ່ານຊັງແກຣມມາ ກໍບໍ່ຕ້ອງໄປຫັກໂຫມຮຽນມັນຫລາຍ ລອງໃຊ້ເວລາຈັກມື້ລະ 10 ນາທີ ອ່ານໜັງສື ຫລື ບົດຄວາມທີ່ທ່ານສົນໃຈ, ຮຽນຮູ້ຄຳສັບໃໝ່ໆແລ້ວພັກຜ່ອນໂດຍການເຮັດຄວາມເຂົ້າໃຈກັບແກຣມມາປະມານ 5 ນາທີ, ແຕ່ຄ່ອຍໆສະສົມໄປກໍໄດ້ຜົນຄືກັນ.
ແລະ ສິ່ງສຸດທ້າຍທີ່ຢາກຝາກໄວ້ ຢ່າເບິ່ງວ່າການຝຶກພາສາໃໝ່ນັ້ນເປັນການຮຽນ, ແຕ່ໃຫ້ເບິ່ງການຝຶກພາສາເປັນເລື່ອງມ່ວນໆ, ໃຫ້ເປັນຄວາມທ້າທາຍທີ່ເຮົາຈະຕ້ອງເອົາຊະນະມັນໃຫ້ໄດ້ ແລະ ເບິ່ງໃຫ້ເປັນເລື່ອງທຳມະດາ ແລ້ວຈະເຮັດໃຫ້ເຮົາບໍ່ກົດດັນ ແລະ ບໍ່ເຄັ່ງຄຽດທີ່ຕ້ອງຝຶກພາສານັ້ນ.