ຕຳຫລວດເມືອງໄຊທານີ ສາມາດແກ້ງເຄືອຂ່າຍຢາເສບຕິດຂະຫນາດໃຫຍ່


ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ປກສ ເມືອງ ໄຊທານີ ນະຄອນຫລວງວຽງຈັນ ໄດ້ເຂົ້າກັກຕົວ
ນາງວິລະວອນ ອາຍຸ 43 ປີ
ພັກເຊົາຢູ່ບ້ານສະພັງໝໍ້ ແລະ ນາງ ເມລິນ ອາຍຸ 22 ປີ ພັກເຊົາຢູ່ບ້ານທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ, ພ້ອມຂອງກາງຢາບ້າ
2.618 ເມັດ ແລະ
ທ້າວ ຊົວມົວຊົງ ອາຍຸ 22
ປີ
ຢູ່ບ້ານໜອງວຽງຄຳ ເມືອງໄຊທານີ ທີ່ເປັນຜູ້ຕິດຕໍ່ພົວພັນຊື-ຂາຍຢາເສບຕິດກັບພວກກ່ຽວ, ຊຶ່ງຖືກເຈົ້າໜ້າທີ່ຈັບຕົວໄດ້ຢູ່ເສັ້ນທາງບ້ານໜອງວຽງຄຳ
ພ້ອມຂອງກາງຢາບ້າ
6000 ເມັດ
ແລະ ລົດຈັກ ທີ່ໃຊ້ເປັນພາຫະນະເຄື່ອນຍ້າຍຢາເສບຕິດດັ່ງກ່າວ
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ນາງ ວິລະວອນ ແລະ ນາງ ເມລິນໄດ້ຮັບສາລະພາບວ່າ:
ໄດ້ຮ່ວມກັນຄ້າຂາຍຢາເສບຕິດມາແຕ່ຕົ້ນເດືອນ ທັນວາ 2018 ເປັນຕົນມາໂດຍທັງສອງໄດ້ຊື້ຢາບ້າຈາກ
ທ້າວຊົວມົວຊົງ ຈໍານວນຫຼາຍຄັ້ງໂດຍຊື້ຄັ້ງລະ 3 ມັດ(ເທົ່າກັບ
6.000 ເມັດ)
ແລະ ຢາບ້າທີ່ເຈົ້າໜ້າທີ່ກວດພົບເປັນຂອງພວກກ່ຽວແທ້ ໂດຍມີໄວ້ ເພື່ອຂາຍໃຫ້ກຸ່ມເສບຢາ ໂທມາສັ່ງຊື້ຢູ່ຕາມສະຖານທີ່ຕ່າງໆ, ປັດຈຸບັນຄະດີດັ່ງກ່າວແມ່ນຢູ່ຂັ້ນຕອນຂອງການສືບສວນ-ສອບສວນ
ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕະບຽບກົດໝາຍ.
ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນປີ 2018 ຜ່ານມາ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນໄດ້ມີຄວາມພະຍາຍາມສູງຕໍ່ການສະກັດກັ້ນແກ້ໄຂບັນຫາຢາເສບຕິດ, ໂດຍໄດ້ເຄື່ອນໄຫວ ຊອກຮູ້ແຫລ່ງຜະລິດ, ຊອກຮູ້ຜູ້ເປັນຫົວໂປ່ໂຕການ, ພໍ່ຄ້າລາຍໃຫຍ່ ແລະ ອື່ນ
ໆ, ຊຶ່ງສາມາດແກ້ໄຂໄດ້ 736 ເລື່ອງ, ກັກຕົວຜູ້ຖືກຫາ 1 ພັນກ່ວາຄົນ, ສາມາດຢຶດຂອງກາງຢາບ້າຫລາຍກ່ວາ 5 ແສນເມັດ, ຢາໄອ 200 ກ່ວາກິໂລ, ໃນນີ້ ມີກຸ່ມແກ້ງລາຍໃຫຍ່ທີ່ເຈົ້າໜ້າທີ່ສາມາດແກ້ໄຂໄດ້ ຄື: ວັນທີ 16 ພຶດສະພາ 2018 ໄດ້ມ້າງແກ້ງທ້າວ ອ່ອນຈັນ ຢູ່ບ້ານກຽງໃຈ, ເມືອງສິງແຂວງຫລວງນ້ຳທາ ພ້ອມພັກພວກ 4 ຄົນ, ຢຶດຂອງກາງຢາບ້າ 11 ພັນກ່ວາເມັດ, ຢາໄອ 1 ກິໂລ, ເຮໂລອິນ 2 ແທ່ງ ແລະ ລົດໃຫຍ່ 2 ຄັນ. ໃນວັນທີ 19 ມິຖຸນາ 2018 ໄດ້ມ້າງແກ້ງທ້າວ ລັດທະໄຊ ຢູ່ບ້ານນາເງິນ, ເມືອງທຸລະຄົມແຂວງວຽງຈັນ ລວມມີ 8 ຄົນ, ພ້ອມຂອງກາງຢາບ້າ 102.200 ເມັດ ແລະ ວັນທີ 25 ສິງຫາ 2018 ໄດ້ມ້າງກຸ່ມທ້າວ ບຸນຈັນ ຢູ່ບ້ານສະນອດ, ເມືອງສັງທອງນະຄອນ
ຫລວງວຽງຈັນ, ພ້ອມພັກພວກ 4 ຄົນ ແລະ ຢຶດຂອງກາງຢາບ້ານໄດ້ 18 ພັນກ່ວາເມັດ, ຢາໄອ 502 ກຼາມ, ປືນສັ້ນ 2 ກະບອກ, ລົດໃຫຍ່ 7 ຄັນທີ່ພວກເຂົານຳໃຊ້ເຂົ້າໃນການເຄື່ອນໄຫວຄ້າຂາຍຢາເສບຕິດດັ່ງກ່າວ