ຜົນສຳເລັດການເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 73 ຂອງຄະນະກຳມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດປະຈຳພາກພື້ນອາຊີ-ປາຊີຟິກ




ທ່ານ ນາງ ShamshadAkhtar, ເລຂາທິການບໍລິຫານງານ ຄະນະກຳມາທິການເສດຖະກິດ-ສັງຄົມ ສປຊ ປະຈຳພາກພື້ນ ອາຊີ-ປາຊີຟິກ ໄດ້ຂຶ້ນກ່າວບົດປາໄສ ທີ່ຊີ້ໃຫ້ເຫັນສິ່ງທ້າທາຍຕ່າງໆທີ່ບັນດາປະເທດ ໃນພາກພື້ນອາຊີ-ປາຊີຟິກ ກໍາລັງປະເຊີນຢູ່ ໂດຍສະເພາະການຫັນປ່ຽນ ການນຳໃຊ້ພະລັງງານແບບດັ່ງເດີມ ໄປສູ່ພະລັງງານທາງເລືອກໃໝ່ ແນໃສ່ຕອບສະໜອງຄວາມຕ້ອງການດ້ານພະລັງງານ ເພື່ອການພັດທະນາແບບຍືນຍົງ ກໍຄືການຂະຫຍາຍຕົວທາງດ້ານເສດ ຖະກິດຂອງພາກພື້ນໃນປັດຈຸບັນ ແລະ ອະນາຄົດ ໄປພ້ອມໆກັບການຫລຸດຜ່ອນ ຜົນກະທົບຕໍ່ກັບສິ່ງແວດລ້ອມ. ພ້ອມດຽວກັນ, ຍັງໄດ້ກ່າວເຖິງວຽກງານ ການພັດທະນາພື້ນຖານໂຄງລ່າງ ຢູ່ບັນດາປະເທດດ້ອຍພັດທະນາ, ປະເທດກຳລັງພັດທະນາ ບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ (LDC; LLDC & SIDS) ຕະຫລອດເຖິງການຈັດຕັ້ງປະຕິບັດບັນດາເປົ້າໝາຍ ດ້ານການພັດ ທະນາແບບຍືນຍົງ (SDGs) ໂດຍໄດ້ຮຽກຮ້ອງ ໃຫ້ມີການເຊື່ອມໂຍງ ແລະ ຮ່ວມມືທາງດ້ານການເງິນທຶນ ລວມໄປເຖິງການເສີມສ້າງ ຂີດຄວາມສາມາດ ໃນການຮ່ວມມືພັດທະນາ. ທ່ານ ຍັງໄດ້ກ່າວຍ້ອງຍໍຊົມເຊີຍ ຜົນຂອງກອງປະຊຸມສຸດຍອດເວທີປຶກສາຫາ ລືຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ່ນທາງ ສປຈີນ ເຊິ່ງຫາກໍ່ປິດລົງດ້ວຍຜົນສຳເລັດ.
ກອງປະຊຸມດັ່ງກ່າວ, ຍັງໄດ້ເປີດໂອກາດໃຫ້ບັນດາປະເທດສະມາຊິກແລກປ່ຽນທັດສະນະກ່ຽວກັບບັນຫາທີ່ພົ້ນເດັ່ນສາກົນ ເປັນຕົ້ນ ແມ່ນກ່ຽວກັບຄວາມຍືນຍົງດ້ານພະລັງງານ, ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ການພັດທະນາພື້ນຖານໂຄງລາງ. ໃນນັ້ນ, ຫົວໜ້າຄະນະຜູ້ແທນລາວ ໄດ້ຂຶ້ນກ່າວຄໍາປາໄສໃນພາກອະພິປາຍທົ່ວໄປ ໂດຍຊີ້ໃຫ້ເຫັນເຖິງສະພາບການຂອງໂລກໃນປັດຈຸບັນ ທີ່ຜັນແປໄປຢ່າງສະ ຫລັບຊັບຊ້ອນ ແລະ ສົ່ງຜົນສະທ້ອນຕໍ່ກັບບັນດາປະເທດໃນພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນນະໂຍບາຍດ້ານພະລັງງານ ທີ່ບໍ່ສອດຄ່ອງກັບການພັດທະນາແບບຍືນຍົງ ເປັນຕົ້ນແມ່ນການຕອບສະໜອງຄວາມຕ້ອງການດ້ານພະລັງງານ, ການເຂົ້າເຖິງການຊົມໃຊ້ພະລັງງານຂອງປະຊາຊົນຢູ່ຊົນນະບົດຫ່າງໄກສອກຫລີກ ແລະ ຜົນກະທົບຈາກພະລັງງານທີ່ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ທີ່ຍັງເປັນສິ່ງທ້າທາຍ ແລະ ຮຽກຮ້ອງໃຫ້ມີການຮ່ວມມືກັນຫລາຍຂຶ້ນ ລະຫວ່າງປະເທດໃນພາກພື້ນ. ທ່ານຍັງສະແດງຄວາມເປັນຫ່ວງ ແລະ ຍົກໃຫ້ເຫັນເຖິງຄວາມສໍາຄັນໃນການຮ່ວມມືກັນເພື່ອຈັດຕັ້ງປະຕິບັດບັນດາແຜນງານຍຸດທະສາດພະລັງງານແບບຍືນຍົງ ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ການພັດທະນາດ້ານເສດຖະກິດ ແລະ ການສົ່ງເສີມຄວາມຍືນຍົງດ້ານສິ່ງແວດລ້ອມ ພ້ອມທັງໄດ້ແຈ້ງໃຫ້ທີ່ປະຊຸມຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ໂດຍສອດຄ່ອງກັບເງື່ອນ ໄຂການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຊຶ່ງບັນດາປະເທດສະມາຊິກສະຫະປະຊາຊາດ ໄດ້ຮັບຮອງໃນປີ 2015 ເພື່ອສ້າງເງື່ອນໄຂໃຫ້ແກ່ ສປປ ລາວ ຫລຸດພົ້ນຈາກສະຖານະປະເທດດ້ອຍພັດທະນາ ຕາມເປົ້າໝາຍ ແລະ ເປັນປະເທດທີ່ມີລາຍຮັບປານກາງພາຍໃນປີ 2030.
ໃນຕອນທ້າຍກອງປະຊຸມສະໄໝສາມັນຄັ້ງນີ້, ຍັງໄດ້ຮັບຮອງເອົາບັນດາຮ່າງຍັັດຕິຕ່າງໆກ່ຽວກັບ ການສົ່ງເສີມການຮ່ວມມືເພື່ອການພັດທະນາດ້ານຕ່າງໆ ຢູ່ໃນຂົງເຂດອາຊີ-ປາຊິຟິກ ຈຳນວນທັງໝົດ 9 ສະບັບຢ່າງເປັນເອກະສັນ ແລະ ໄດ້ເລືອກເອົາຄຳຂວັນ“Inequality in the era of the 2030 Agenda for Sustainable Development” ເປັນຫົວຂໍ້ ສຳລັບການດຳເນີນກອງປະຊຸມປະຈຳປີຄັ້ງທີ 74 ຂອງຄະນະກຳມາທິການເສດຖະກິດ-ສັງຄົມສະຫະປະຊາຊາດ ປະຈຳພາກພື້ນອາຊີ-ປາຊີຟິກ (UNESCAP) ຊຶ່ງຈະຈັດຂຶ້ນໃນໄລຍະດຽວກັນ ໃນປີ 2018. ກອງປະຊຸມສະໄໝສາມັນປະຈຳປີຂອງຄະນະກຳມາທິການເສດຖະກິດ-ສັງຄົມສະຫະປະຊາຊາດ ປະຈຳພາກພື້ນອາຊີ-ປາຊີຟິກ (UNESCAP) ໃນຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ ແລະ ປະສົບຜົນສໍາເລັດຢ່າງຈົບງາມ.