ຊົນບູລີ ປ່ອຍ ພັດທະນາ ພົມມະເທບ ໃຫ້ ພູເກັດ ຊິຕີ້ ຢືມໂຕຈົນຈົບລະດູການນີ້
ໃນວັນທີ 11 ກຸມພາຜ່ານມາ, ເຟສບຸກທາງການສະໂມສອນ ພູເກັດ ຊິຕີ້ ທີມໃນໄທລີກ 3 ສາຍລຸ່ມ ໄດ້ຢືນຢັນການຢືມໂຕ ພັດທະນາ ພົມມະເທບ ກອງກາງດາວຮຸ່ງທີມຊາດລາວ ອາຍຸ 20 ປີ ຈາກສະໂມສອນຊົນບູລີ ເອັຟຊີ ທີມດັງໃນໄທລີກ 1 ຈົນຈົບລະດູການນີ້.
ກອງກາງດາວຮຸ່ງທີມຊາດລາວ ຍ້າຍຈາກ ກາລະສິນ ເອັຟຊີ ທີມໃນໄທລີກ 2 ໄປຮ່ວມ ຊົນບູລີ ເອັຟຊີ ໃນໄທລີກ 1 ປີ 2018 ໂດຍໄປຢູ່ກັບ U18 ຂອງຊົນບູລີ ເອັຟຊີ ພາທີມເຂົ້າຮອບ 4 ທີມເຕະບານ ໂຄ໊ກ ຄັບ 2018 ແຕ່ໄດ້ຮັບອາການບາດເຈັບຫົວເຂົ່າກັບທີມຊາດາວ ນັດອຸ່ນເຄື່ອງສະເໝີກັບ ບັງກະລາເທດ 2-2 ເຖິງຂັ້ນຕ້ອງໄດ້ຜ່າຕັດພັກຍາວ 10 ເດືອນ ໂດຍກັບມາລົງສະໜາມໄດ້ອີກຄັ້ງໃນການຮັບໃຊ້ທີມຊາດລາວໃນເຕະບານຊາຍຊີງແຊ້ມອາຊຽນ 2018 ຫລື Suzuki Cup 2018 ທີມຊາດລາວ ເປີດບ້ານເສຍໃຫ້ ທີມຊາດມຽນມາ 1-3.
ພັດທະນາ ພົມມະເທບ ລົງສະໜາມນັດທຳອິດໃຫ້ ພູເກັດ ຊິຕີ້ ໃນນັດເປີດລະດູການໄທລີກ 3 ປີ 2019 ສາຍລຸ່ມ: ພູເກັດ ຊິຕີ້ ບຸກໄປເສຍໃຫ້ ນະຄອນສີ ຢູໄນເຕັດ 1-4 ໂດຍ ພັດທະນາ ພົມມະເທບ ສາມາດສົ່ງບານໃຫ້ໝູ່ຍິງປະຕູໃນນັດນີ້.
ພັດທະນາ ພົມມະເທບ ຕິດທີມຊາດລາວ U19 ຈຳນວນ 8 ນັດ ຍິງ 1 ປະຕູ, U23 ຈຳນວນ 5 ນັດ ແລະ ຕິດທີມຊາດລາວຊຸດໃຫຍ່ 2 ນັດ ຍິງ 1 ປະຕູ.