ບຸນກະບອງໃຫຍ່ເຜົ່າບຣູ ໄດ້ຮັບຄວາມສົນໃຈຫລາຍຈາກມວນຊົນ.


ງານເທສະການສືບສານຕຳນານກະບອງໃຫຍ່ຂອງຊົນເຜົ່າບຣູ ເຂດຈຸດສຸມໂພນງາມ ເມືອງອາດສະພອນ ແຂວງ ສະຫວັນນະເຂດ, ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 5-7 ກຸມພານີ້, ໂດຍໄດ້ຮັບຄວາມສົນໃຈຈາກມວນຊົນ ແລະ ພ້ອມດ້ວຍນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຢ່າງຫລວງຫລາຍ.
ໃນງານດ່ັງກ່າວ, ໂດຍມີຂະບວນແຫ່ທີ່ແຕ່ງກາຍ ເປັນເອກະລັກຂອງເຜົ່າບຣູ, ເຊິ່ງມີຜູ້ຟ້ອນຜູ້ຫາມກະບອງໃຫຍ່ສູງເຖິງ15 ແມັດ ທີ່ເປັນຈຸດເດັ່ນຂອງງານ.
ຫົວໜ້າຈຸດສຸມໂພນງາມໄດ້ກ່າວວ່າ: ງານດັ່ງກ່າວໄດ້ຈັດຂຶ້ນຄັ້ງທຳອິດເມື່ອປີ ຄສ 2008 ກົງກັບມື້ຂຶ້ນ 3 ຄ່ຳເດືອນ 3 ລາວ, ກະບອງແມ່ນມີຄວາມສຳຄັນຫລາຍຕໍ່ການ ດຳລົງຊີວິດຂອງ ປະຊາຊົນ ໃນຂົງເຂດຫ່າງໄກສອກ ຫລີກ ຫ່າງໄກຈາກຊຸມຊົນໂດຍໄດ້ນຳໃຊ້ກະບອງທີ່ເຮັດດ້ວຍນ້ຳມັນຍາງ ແລະ ໄມ້ໂດກມາ ປະສົມກັນແລ້ວ ໃຊ້ໃບຕອງຫໍ່ ເພື່ອໄຕ້ເປັນແສງສະຫວ່າງ ໃນຍາມຄ່ຳຄືນ ແລະ ການຈັດງານບຸນດັ່ງກ່າວກໍເພື່ອໃຫ້ ລູກຫລານຮູ້ຄຸນຄ່າຂອງ ກະບອງທີ່ໄດ້ມາຈາກທຳມະຊາດ, ຮູ້ຄຸນຄ່າ ຂອງປ່າໄມ້ ແລະ ຊ່ວຍກັນ ປົກປັກ ຮັກສາພ້ອມເປັນການ ສົ່ງເສີມ ການທ່ອງທ່ຽວທາງດ້ານວັດທະນະທຳ ແລະ ເສີມຂະ ຫຍາຍມູນເຊື້ອຄວາມສາ ມັກຄີບັນດາເຜົ່າພາຍໃນ ເມືອງອາດສະພອນ ຂອງ ພວກເຮົາ.
ເມືອງອາດສະພອນ ປະກອບມີ 3 ເຜົ່າອາໄສ ຢູ່ຮ່ວມກັນຄື: ເຜົ່າຜູ້ໄທກວມ 71,23%, ເຜົ່າບຣູ 27,78% ແລະ ເຜົ່າລາວ ກວມພຽງ 0,97% ເຊິ່ງແຕ່ ລະເຜົ່າກໍມີວິຖີຊີວິດທີ່ ແຕກຕ່າງກັນ, ຈິ່ງເຮັດໃຫ້ ເມືອງແຫ່ງນີ້ມີຄວາມຫລາກຫລາຍທາງດ້ານວັດທະນະທຳທີ່ໜ້າສົນໃຈ ແລະ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ມີແຫລ່ງທ່ອງທ່ຽວທີ່ງົດງາມ 27 ແຫ່ງ, ໃນນັ້ນມີແຫລ່ງ ທ່ອງທ່ຽວທຳມະຊາດ 19 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງດ້ານວັດທະນະທຳ 8 ແຫ່ງ, ງານບຸນກະບອງໃຫຍ່ ເຜົ່າບຣູນີ້ ກໍແມ່ນກິດຈະກຳ ທ່ອງທ່ຽວໜຶ່ງທີ່ສຳຄັນຂອງເມືອງດັ່ງນັ້ນຈົ່ງຊ່ວຍ ກັນປົກປັກຮັກສາ ແລະ ມີສ່ວນຮ່ວມເພື່ອສົ່ງເສີມການ ທອງທ່ຽວເມືອງອາດສະພອນໃຫ້ນັບມື້ອຸດົມສົມບູນ ຍິ່ງຂຶ້ນ./.

