10 ອາຫານປ້ອງກັນຜົມບາງສາເຫດຂອງຫົວລ້ານ
May 22, 2017 - 11:03 AM


-
ຖົ່ວຕ່າງໆ : ໝາກຖົ່ວເຫລືອງ, ຖົ່ວຍາວ, ຖົ່ວລັນເຕົາ ນອກຈາກຈະໃຫ້ໂປຣຕິນຫລາຍຍັງມີວິຕາມິນ, ແຮ່ທາດທີ່ສຳຄັນຕໍ່ ເສັ້ນຜົມຫລາຍຊ່ວຍກະຕຸ້ນການຈະເລີນຂອງຜົມ, ໃຫ້ທາດເຫລັກ, ສັງກະສີ ແລະ ໄບໂອຕິນ ຊ່ວຍໃຫ້ເສັ້ນຜົມມີຂະໜາດໃຫຍ່ຂຶ້ນ ແລະ ຍາວໄວຂຶ້ນ.
- ປາແຊວມັອນ : ມີກົດໄຂມັນຈຳເປັນໂອເມກ້າ 3, ມີໂປຣຕິນຄຸນນະພາບດີ ແລະ ຍັງມີວິຕາມິນເບ 12 ແລະ ທາດເຫລັກຫລາຍຊ່ວຍໃຫ້ເສັ້ນຜົມແຂງແຮງ.
- ຖົ່ວອາວມັອນ : ມີໂປຣຕິນຫລາຍ, ມີທາດເຫລັກ ແລະ ວິຕາມິນເອີຫລາຍ ແລະ ຍັງຊ່ວຍຫລຸດໄຂມັນ, ຄໍເລສເຕີໂຣນ ກິນມື້ລະ 20 ແກ່ນ ຈະຊ່ວຍໃຫ້ເສັ້ນຜົມມີຂະໜາດໃຫຍ່ຂຶ້ນ ແລະ ຍາວໄວຂຶ້ນ ທັງຍັງຊ່ວຍຫລຸດລະດັບໄຂມັນໃນເລືອດ ທັງໄຕຣກລີເຊີໄຣ ແລະ ຄໍເລສເຕີໂຣນນຳອີກ.
- ຜັກໃບຂຽວເຂັ້ມ : ຜັກຫົມ, ຜັກກາດດອກ ເປັນແຫ່ລງວິຕາມິນອາ ແລະ ເຊ ເຊິ່ງຮ່າງກາຍຕ້ອງການໃຊ້ໃນການຜະລິດໄຂມັນຊີບຳ ແລະ ນຳ້ມັນຈາກຮາກຂົນເພື່ອຫລໍ່ລ້ຽງເສັ້ນຜົມ. ນອກຈາກນີ້, ຜັກໃບຂຽວຍັງມີທາດເຫລັກ ແລະ ທາດການຊຽມນຳອີກ.
- ທັນຍາພືດ : ເຂົ້າເໝົ້າ, ເຂົ້າກໍ່າ, ໝາກສາລີ, ເຂົ້າເບລ, ໝາກເດືອຍ, ໝາງາດຳ ແລະ ຖົ່ວຕ່າງໆເປັນຕົ້ນ ໃນທັນຍາພືດມີວິຕາມິນເບຫລາຍ ເຊິ່ງມີສ່ວນຊ່ວຍບຳລຸງເສັ້ນຜົມໃຫ້ແຂງແຮງ.
- ໄຂ່ : ມີໂປຣຕິນ ແລະ ວິຕາມິນຫລາຍ ລວມທັງວິຕາມິນເບ 12 ແລະ ໄບໂອຕິນ ມີສ່ວນຊ່ວຍເພີ່ມການຈະເລີນເຕີບໃຫຍ່ຂອງແຊນເນື້ອເຍື່ອຜິວໜັງເທິງໜັງຫົວໃຫ້ເສັ້ນຜົມຈະເລີນເຕີບໃຫຍ່ໄດ້ດີ.
- ຊີ້ນປາ : ເປັນແຫ່ລງຂອງໂປຣຕິນຄຸນນະພາບດີ, ມີວິຕາມິນອາ, ເບ 6 ແລະ ມີກົດໄຂມັນທີ່ຈຳເປັນ ມີຄວາມສຳຄັນຫລາຍໃນການເຮັດໃຫ້ເສັ້ນຜົມ, ເລັບ ແລະ ຜິວໜັງມີສຸຂະພາບດີ.
- ນົມ ແລະ ຜະລິດຕະພັນຈາກນົມ : ໂຢເກິດ, ຊີສ ຄວນເລືອກຊະນິດໄຂມັນຕໍ່າ ນອກຈາກຈະມີໂປຣຕິນ, ເວ ແລະ ເຄຊີນ ເຊິ່ງເປັນໂປຣຕິນທີ່ມີຄຸນນະພາບສູງແລ້ວ ຍັງມີແຮ່ທາດທີ່ຈຳເປັນຕ່າງໆຫລາຍ ເຊັ່ນ : ທາດການຊຽມ, ໄອໂອດີນ, ສັງກະສີ, ເກືອ ແຮ່ເຫລົ່ານີ້ສຳຄັນຫລາຍຕໍ່ການຈະເລີນເຕີບໃຫຍ່ຂອງເສັ້ນຜົມ.
- ຫອຍນາງລົມ : ມີສັງກະສີຫລາຍ ຈຶ່ງຊ່ວຍເຮັດໃຫ້ເສັ້ນຜົມມີສຸຂະພາບດີ ແລະ ຊ່ວຍໃນການຕ້ານອະນຸມູນອິດສະລະທີ່ທຳລາຍຜິວນຳອີກ.
- ໝາກກ້ຽງ : ມີວິຕາມິນເຊຫລາຍ ຊ່ວຍໃນການດູດຊຶມທາດເຫລັກ ເຮັດໃຫ້ທາດເຫລັກທີ່ໄດ້ຮັບຈາກຊີ້ນສັດ ຫລື ຖົ່ວ ເຫລືອງດູດຊຶມໄດ້ງ່າຍຂຶ້ນ. ວິຕາມິນເຊຊ່ວຍໃນການສ້າງຄໍລາເຈັນ ເຊິ່ງຈຳເປັນໃນການຈະເລີນເຕີບໃຫຍ່ຂອງຮາກຜົມ ແລະ ຍັງຊ່ວຍໃນການຕ້ານອະນຸມູນອິດສະລະ, ຫລຸດຄວາມເສື່ອມຂອງເສັ້ນຜົມທີ່ເກີດຈາກອາຍຸຫລາຍຂຶ້ນນຳອີກ.