ວຽງຈັນສິງ ຣັກບີ້ທີມຍິງຈາກ ສປປ ລາວ ຄວ້າແຊ້ມຣັກບີ້ ນາໆຊາດທີ່ບາງກອກ
ວຽງຈັນສິງ ທີມຣັກບີ້ຍິງສາວລາວ ທັງງາມທັງເກັ່ງ ແຊ້ມຣັກບີ້ DHL Vientiane 10s 2019 ສ້າງຜົນງານເດັ່ນຕໍ່ເນື່ອງ ດ້ວຍການປ້ອງກັນແຊ້ມການແຂ່ງຂັນ ຣັກບີ້ ນາໆຊາດ ທີ່ນະຄອນຫລວງບາງກອກ ປະເທດໄທ ລາຍການ ບາງກອກ ເທັນສ໌ (Bangkok 10s) 2019 ໃນວັນທີ 16-17 ກຸມພາຜ່ານມາ ເອົາຊະນະ ຄູ່ແຂ່ງ 5 ນັດລວດ ໂດຍບໍ່ເສຍຄະແນນຄື: ຊະນະ Bangkok Banger Belles 21:0, ຊະນະ Sparkling Rahus 17:0, ຊະນະ ມະຫາວິທະຍາໄລ ສຣີນະຄະຣິນວິໂຣດ 7:0, ຊະນະ Bangkok Southerner 26:0 ແລະ ຊະນະ Geckos 29:0 ເປັນແຊ້ມລາຍການນີ້ 3 ປີຊ້ອນ ແລະ ເປັນແຊ້ມລາຍການທີ 2 ໃນປີນີ້ຕໍ່ຈາກການເປັນແຊ້ມ DHL Vientiane 10s 2019 ໃນເດືອນມັງກອນຜ່ານມາ.
ສ່ວນທີມຊາຍ 1 ດຽວຈາກລາວ ທີ່ເຂົ້າຮ່ວມລາຍການນີ້ ສະໂມສອນວຽງຈັນຄວາຍ ໄດ້ຮອງຊະນະເລີດຂັນ Plate ດີວີຊັນ 2 ຮອບຊີງເສຍໃຫ້ ໄດໂນເສົາ ຄາວບອຍ 14-21 ຄະແນນ ໄດ້ຮອງແຊ້ມເປັນລາຍການທີ 2 ຕິດຕໍ່ກັນ ຕໍ່ຈາກ ລາຍການ DHL Vientiane 10s 2019.
ການແຂ່ງຂັນຄັ້ງນີ້ ສະຫະພັນກິລາຣັກບີ້ແຫ່ງຊາດລາວ ໄດ້ສົ່ງທັບນັກກິລາຣັກບີ້ຍິງ-ຊາຍເຂົ້າຮ່ວມ 2 ທີມ ໂດຍການແຂ່ງຂັນມີຫລາຍຮຸ່ນອາຍຸເຊັ່ນ: ຮຸ່ນອາຍຸບໍ່ເກີນ 8 ປີ, 10 ປີ, 12 ປີ, 14 ປີ, 16 ປີ ແລະ ຮຸ່ນທົ່ວໄປຍິງ-ຊາຍ. ສະເພາະທີມຍິງທົ່ວໄປມີ 6 ທີມເຂົ້າຮ່ວມ, ທີມຊາຍທົ່ວໄປ 24 ທີມ.
ສຳລັບລາຍການເຄື່ອນໄຫວຕໍ່ໄປໃນມໍ່ໆນີ້ ຈະກຽມສົ່ງທີມເຂົ້າຮ່ວມຄັດເລືອກທີ່ຮົງກົງໃນເດືອນເມສານີ້ ເປັນປະເພດທີມຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ແລະ ທີມຍິງ-ຊາຍທົ່ວໄປ.