ບໍ່ຮອດເດືອນພະຍາດຫັດຂ້າຊີວິດ ຄົນຟີລິບປິນແລ້ວ 136 ຄົນ


ຈຳນວນຜູ້ເສຍຊີວິດຈາກພະຍາດຫັດຢູ່ຟີລິບປິນນັບແຕ່ຕົ້ນເດືອນນີ້ເພີ່ມຂຶ້ນຢ່າງວ່ອງໄວເປັນຢ່າງໜ້ອຍ 136 ຄົນ, ສ່ວນລັດຖະບານເນັ້ນເຕືອນປະຊາຊົນເລື່ອງ “ຄວາມສຳຄັນ” ຂອງການສັກວັກແຊັງ ແລະ ນຳລູກຫລານໄປຮັບວັກແຊັງໂດຍໄວ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກຂອງຟີລິບປິນລາຍງານສະຖານະການການແຜ່ລະບາດຂອງພະຍາດຫັດພາຍໃນປະເທດວ່າ: ນັບແຕ່ປະກາດໃຫ້ເປັນພາວະສຸກເສີນດ້ານສາທາລະນະສຸກແຫ່ງຊາດ ໃນວັນທີ 6 ກຸມພາ ພົບຜູ້ຕິດເຊື້ອຢ່າງໜ້ອຍ 8.443 ຄົນ ໃນຈຳນວນນີ້ເສຍຊີວິດແລ້ວ 136 ຄົນ ໂດຍໃນສ່ວນຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນສູງເຖິງ 253% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ, ສ່ວນຈຳນວນຜູ້ເສຍຊີວິດເພີ່ມຂຶ້ນສູງເຖິງ 491% ສ່ວນຫລາຍເປັນເດັກອາຍຸ 1-4 ປີ ແລະ ບໍ່ໄດ້ຮັບການສັກວັກແຊັງ.
ຂະນະທີ່ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຖະແຫລງໃນວັນທີ 15 ກຸມພາ ຮຽກຮ້ອງໃຫ້ປະຊາຊົນເຂົ້າຮັບການສັກວັກແຊັງຕາມໂຮງໝໍ ຫລື ສຸກສາລາໃກ້ເຮືອນ ໂດຍສະເພາະຜູ້ປົກຄອງນຳລູກຫລານທີ່ຍັງນ້ອຍໄປຮັບການສັກວັກແຊັງປ້ອງກັນພະຍາດຫັດ. ທ່ານ ຟຣານຊິສໂກ ດູເກ ລັດຖະມົນຕີກະຊວງສາທາລະນະສຸກຂອງຟີລິບປິນ ກ່າວວ່າ: ພື້ນທີ່ວິກິດທີ່ສຸດຄືນະຄອນຫລວງມະນິລາ ເຊິ່ງມີປະຊາກອນອາໄສໜາແໜ້ນກວ່າ 12 ລ້ານຄົນ ແລະ ອັດຕາການຕິດເຊື້ອເພີ່ມຂຶ້ນສູງເຖິງ 1.000%.
ທັງນີ້, ພະຍາດຫັດເປັນພະຍາດທີ່ຕິດຕໍ່ກັນໄດ້ງ່າຍ ເນື່ອງຈາກແຜ່ກະຈາຍໄດ້ຜ່ານທາງອາກາດ ໂດຍການໄອ ແລະ ຈາມ ຕະຫລອດຈົນການສຳຜັດກັບນ້ຳລາຍ ຫລື ຂີ້ມູກຂອງຜູ້ປ່ວຍ. ເບື້ອງຕົ້ນຜູ້ຕິດເຊື້ອຈະມີອາການໄຂ້, ຖ້າບໍ່ໄດ້ຮັບການປິ່ນປົວທີ່ຖືກຕ້ອງເກີນ 1 ອາທິດ ອາດເກີດພາວະແຊກຊ້ອນ ເຊິ່ງລວມເຖິງສະໝອງອັກເສບ, ປອດອັກເສບ ແລະ ຕາບອດ ໂດຍການໄດ້ຮັບວັກແຊັງສາມາດຫລຸດຄວາມສ່ຽງການຕິດເຊື້ອໄດ້ສູງເຖິງ 75%.