ເມືອງວຽງທອງສົ່ງອັດຖິທະຫານອາສາສະໝັກຫວຽດນາມຄືນສູ່ປະເທດ
May 22, 2017 - 5:18 PM




ວັນທີ 12 ພຶດສະພານີ້, ຄະນະນຳເມືອງວຽງທອງແຂວງ ບໍລິຄຳໄຊໄດ້ມີພິທີຈັດສົ່ງອັດຖິ ທະຫານອາສາສະໝັກ ແລະ ຊຽວຊານ ສສ ຫວຽດນາມທີ່ໄດ້ເສຍຊີວິດໃນປາງສົງຄາມ ຢູ່ລາວກັບຄືນປະເທດຢາງສົມກຽດຢູ່ທີ່ກອງ ບັນຊາການທະຫານເມືອງ ດັ່ງກ່າວ, ໃນພິທີ ທ່ານ ພັນຕີ ຄຳໝັ້ນພົມມະຈັນຄະນະກອງບັນຊາການທະຫານເມືອງ ວຽງທອງຕາງໜ້າໃຫ້ໜ່ວຍງານຂຸດຄົ້ນອັດຖິລາຍງານວ່າ: ການເຄື່ອນໄຫວວຽກງານຂຸດຄົ້ນອັດຖິທະຫານອາສາ ສະໝັກຫວຽດນາມທີ່ໄດ້ເສຍສະຫລະຊີວິດ ໃນປາງສົງຄາມຢູ່ລາວ. ໂດຍສະເພາະຢູ່ ເມືອງວຽງທອງນັບແຕ່ປີ 1999- 2017 ສາມາດຂຸດຄົ້ນຮ່າງອັດຖິໄດ້ 261 ຮ່າງ. ໃນນັ້ນສົກປີ 2016-2017 ສາມາດ ຂຸດຄົ້ນໄດ້ 6 ຮ່າງ ແລະ ມອບໃຫ້ໜ່ວຍງານຂຸດຄົ້ນອັດຖິນຳກັບຄືນບ້ານເກີດເມືອງນອນຂອງເຂົາ ເຈົ້າ, ພ້ອມນີ້ໃນພິທີຍັງໄດ້ມອບ ໃບຍ້ອງຍໍໃຫ້ໜ່ວຍງານຂຸດຄົ້ນອັດຖິດັ່ງກ່າວທັງເປັນການສະ ແດງຄວາມກະຕັນຍູຮູ້ຄຸນຕໍ່ການເສຍສະຫລະ ອັນຍິ່ງໃຫຍ່ດັ່ງກ່າວຕໍ່ການປະຕິວັດລາວ.