ທ່ານຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງກະສິກໍາ ແລະ ປ່າໄມ້ເອົາໃນໃສ່ຫຼາຍບັນຫາ
ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ໃນຜ່ານມາ ແລະ ວາງທິດທາງແຜນການໃນສົກປີໃໝ່ ພາຍໃຕ້ຫົວຂໍ້ “ສຸມໃສ່ພັດທະນາຂົງເຂດກະສິກໍາໃຫ້ທັນສະໄໝ, ສີຂຽວ, ສະອາດ, ເປັນມິດຕໍ່ສິ່ງແວດລ້ອມ”, ທີ່ໄດ້ຈັດຂຶ້ນໃນວັນທີ 4-5 ມີນານີ້, ຢູ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ເພື່ອເຮັດໃຫ້ວຽກງານຂະແໜງກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ມີການຫັນປ່ຽນທີ່ຕັ້ງໜ້າ ແລະ ບັນລຸບັນດາຄາດໝາຍ ທີ່ໄດ້ກໍານົດໄວ້ໃນທິດທາງ-ແຜນການ ປີ 2019, ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກໄດ້ເນັ້ນໃຫ້ຂະແໜງການດຫ່ງກ່າວ ເອົາໃຈໃສ່ຕື່ມບາງຈຸດ ເປັນຕົ້ນແມ່ນ ໃຫ້ດໍາເນີນການຄົ້ນຄວ້າ ແລະ ປັບປຸງແຜນຍຸດທະສາດພັດທະນາກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດຄືນໃໝ່ ໂດຍສຸມໃສ່ພັດທະນາຂົງເຂດກະສິກໍາ ໃຫ້ທັນສະໄໝ, ໂດຍນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ທີ່ເປັນມິດຕໍ່ສິ່ງແວດລ້ອມເຂົ້າໃນການຜະລິດກະສິກໍາ ແລະ ໃຫ້ສອດຄ່ອງກັບດິນຟ້າອາກາດ ແນໃສ່ສ້າງແຫຼ່ງວັດຖຸດິບໃຫ້ພຽງພໍ ແລະ ມີຄຸນນະພາບສູງຮັບໃຊ້ໃຫ້ແກ່ການປຸງແຕ່ງ; ພ້ອມນີ້, ກໍເນັ້ນໃສ່ຜະລິດຕະພັນສົດ, ສະອາດປອດສານພິດ ເພື່ອສົ່ງອອກຕ່າງປະເທດ, ສົ່ງອອກກັບທີ່ ແລະ ບໍລິໂພກພາຍໃນປະເທດ; ຫັນປ່ຽນໂຄງປະກອບກະສິກໍາ ຈາກການຜະລິດກະສິກໍາຊະນິດດຽວໄປສູ່ການຜະລິດກະສິກໍາແບບຫຼາຍຊະນິດ (ປະສົມປະສານ), ກໍ່ສ້າງ ແລະ ຂະຫຍາຍພື້ນຖານໂຄງລ່າງກະສິກໍາຢູ່ຊົນນະບົດໃຫ້ມີຄວາມເຂັ້ມແຂງ. ການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ກ່ອນອື່ນໝົດ ຕ້ອງຮັບປະກັນໃຫ້ປະຊາຊົນບັນດາເຜົ່າຢູ່ເຂດຫ່າງໄກສອກຫຼີກ ທີ່ເຮັດວຽກງານກະສິກໍາລ້ວນໆສາມາດຮັບປະກັນໃຫ້ຕົນເອງມີເຂົ້າກິນ ຫຼືມີສະບຽງອາຫານທີ່ພຽງພໍ, ສະນັ້ນ, ຂະແໜງການທີ່ກ່ຽວຂ້ອງ ຕ້ອງນໍາພາປະຊາຊົນເຮັດກະເສດສຸມ ຈາກລະດັບງ່າຍດາຍໄປສູ່ລະດັບສູງ, ເຮັດໃຫ້ພວກເຂົາເຈົ້າ ສາມາດກຸ່ມຢູ່ກຸ່ມກິນກ່ອນ. ອີກດ້ານໜຶ່ງຕ້ອງເປີດກວ້າງຂະໜາດການຜະລິດສະບຽງອາຫານ ຢູ່ເຂດທີ່ມີເງື່ອນໄຂ ເປັນຕົ້ນ ບັນດາເຂດທົ່ງພຽງທີ່ໄດ້ກໍານົດໃນແຜນແລ້ວ, ດ້ວຍການລົງທຶນທີ່ມີປະສິດທິຜົນ ທີ່ສາມາດເຮັດໃຫ້ມີການສະສົມສະບຽງອາຫານ, ຍົກສູງສະມັດຕະພາບຂອງການຜະລິດ ແລະ ມີແຫຼ່ງສະໜອງທີ່ພຽງພໍ. ເຂດການຜະລິດດັ່ງກ່າວ ຈະສາມາດຊຸກຍູ້ໃຫ້ມີການນໍາໃຊ້ເຕັກນິກ ແລະ ກົນຈັກການຜະລິດທີ່ທັນສະໄໝ, ທັງສາມາດເປັນບ່ອນສາທິດໃຫ້ກັບຊາວກະສິກອນໄດ້ຮຽນຮູ້ ແລະ ໝູນໃຊ້ຕໍ່ໄປ. ພ້ອມທັງເອົາໃຈໃສ່ໃນການຜະລິດກະສິກໍາເປັນສິນຄ້າທີ່ມີມາດຖານ, ຄຸນນະພາບສູງ ທີ່ສອດຄ່ອງກັບເງື່ອນໄຂຕະຫຼາດຕ້ອງການ ແລະ ພຽງພໍດ້ານປະລິມານ; ເປັນເຈົ້າການປະສານສົມທົບກັບ ຂະແໜງອຸດສາຫະກໍາ-ການຄ້າ, ຂະແໜງ ທະນາຄານ, ຂະແໜງໄຟຟ້າ ແລະ ຂະແໜງການອື່ນໆ ຄົ້ນຄວ້າຫາທາງອອກຊ່ວຍປະຊາຊົນ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າຢ່າງມີຈຸດສຸມ ໂດຍຕິດພັນກັບອຸດສາຫະກໍາປຸງແຕ່ງ, ຫຼຸດຂອດຂັ້ນການອອກອະນຸຍາດ, ມີການຈັດຕັ້ງສະຫະກອນກຸ່ມການຜະລິດ, ກົນໄກເສດຖະກິດຮ່ວມມືຂອງປະຊາຊົນ ແລະ ຫຼາຍຮູບແບບເສດຖະກິດ, ຊ່ວຍແຫຼ່ງທຶນ, ສິນເຊື່ອ ແລະ ນະໂຍບາຍດ້ານໄຟຟ້າ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ຊອກຕະຫຼາດໃຫ້ກັບປະຊາຊົນ. ຕ້ອງປັບປຸງຍຸດທະສາດປ່າໄມ້ແບບຍືນຍົງ ທີ່ໄດ້ຮັບຮອງເອົາແລ້ວໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. ປັບປຸງກົດໝາຍປ່າໄມ້ທີ່ໄດ້ປະກາດໃຊ້ມາແລ້ວນັ້ນ ໃຫ້ເປັນເຄື່ອງມືຄຸ້ມຄອງມະຫາພາກທີ່ຮັດກຸມ. ຍູ້ແຮງຂະບວນການສົ່ງເສີມການລົງທຶນປູກໄມ້ອຸດສະຫະກໍາ ແລະ ໄມ້ໃຫຍ່ໄວ; ກວດກາຄືນເນື້ອທີ່ປ່າຜະລິດ, ປ່າປ້ອງກັນ ແລະ ປ່າສະຫງວນ, ວາງມາດຕະການຄຸ້ມຄອງໃຫ້ເຂັ້ມງວດກວ່າເກົ່າ, ປົກປັກຮັກສາປ່າໄມ້ ໄປພ້ອມກັບການສົ່ງເສີມການທ່ອງທ່ຽວທຳມະຊາດ. ເພີ່ມທະວີຄວາມສັກສິດ ແລະ ເຂັ້ມງວດໃນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ, ຄໍາສັ່ງເລກທີ 05/ນຍ ວ່າດ້ວຍການຄຸ້ມຄອງ ແລະ ກວດກາສັດປ່າ ແລະ ພືດພັນປະເພດຫວງຫ້າມທີ່ໃກ້ຈະສູນພັນ ແນໃສ່ເພີ້ມເນື້ອທີ່ປົກຫຸ້ມປ່າໄມ້ໃຫ້ໄດ້ 70% ຕາມເປົ້າໝາຍວາງໄວ້.
ການພັດທະນາຊົນນະບົດ, ຕ້ອງຖືເອົາການຜະລິດກະສິກໍາເປັນໝາກຫົວໃຈຂອງການພັດທະນາ ແລະ ຕ້ອງຮັບປະກັນຄວາມຍືນຍົງທາງດ້ານເສດຖະກິດ-ສັງຄົມ ແລະ ສະພາບແວດລ້ອມ, ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ໃນນີ້ຊາວກະສິກອນສາມາດຮັບເອົາວິທະຍາການກະສິກຳທັນສະໄໝແລ້ວ ຈະເປັນກຳລັງຕົ້ນຕໍໃນການຂັບເຄື່ອນຂະບວນການພັດທະນາກະສິກຳ ແລະ ຊົນນະບົດ. ການຈັດຕັ້ງການຜະລິດ ແລະ ສ້າງສັງຄົມຊົນນະບົດ ໃຫ້ມີຄວາມເຂັ້ມແຂງ.
ຕ້ອງເຂົ້າໃຈວ່າ: ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແມ່ນໜ້າທີ່ຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ທັງແມ່ນໜ້າທີ່ຂອງທົ່ວສັງຄົມ, ດັ່ງນັ້ນ, ຕ້ອງປຸກລະດົມກຳລັງແຮງທັງຊາດ, ຂອງປະຊາຊົນ, ຜູ້ປະກອບການ, ນັກລົງທຶນ ແລະ ອົງການຈັດຕັ້ງ, ສະຖາບັນການເງິນພາຍໃນ, ການເງິນສາກົນ ແລະ ປະເທດເພື່ອນມິດ ເຂົ້າຮ່ວມໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງແຂງແຮງຕື່ມອີກ. ໃຫ້ສືບຕໍ່ສົມທົບກັບຂະແໜງການ-ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງຕາມທິດຊີ້ນໍາຂອງລັດຖະບານ. ພ້ອມດຽວກັນນີ້, ຕ້ອງສົມທົບກັບອົງການປົກຄອງທ້ອງຖິ່ນສຶກສາອົບຮົມ, ປຶກສາຫາລື, ລະດົມແນວຄວາມຄິດ, ປຸກລຸກສະຕິຄວາມຕື່ນຕົວ ເປັນເຈົ້າການຂອງຊາວກະສິກອນໃຫ້ສູງຂຶ້ນ, ຕີຖອຍແນວຄິດເອື່ອຍອີງ, ແນວຄິດລໍຄອຍຖ້າແຕ່ລັດ, ອົງການຈັດຕັ້ງສາກົນ, ບໍລິສັດມາຊ່ວຍ. ໃນນາມເປັນເສນາທິການໃຫ້ລັດຖະບານໃນວຽກງານດັ່ງກ່າວ ຈົ່ງສືບຕໍ່ເປັນໃຈກາງປະສານສົມທົບກັບທ້ອງຖິ່ນ ຜັນຂະຫຍາຍຈັດຕັ້ງປະຕິບັດຕາມບາດກ້າວຂັ້ນຕອນ ແລະ ຮູບແບບວິທີໃໝ່ ທີ່ກໍາລັງດໍາເນີນໄປຢູ່ບັນດາແຂວງ ແລະ ເມືອງທົ່ວປະເທດ ໂດຍໃຫ້ຕິດພັນກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢູ່ທ້ອງຖິ່ນໃຫ້ສຳເລັດຕາມກໍານົດເວລາ.