ລາວ​ປາສະຈາກຝຸ່ນ​ລະອອງ PM 2,5 ແລ້ວ

ລາວ​ປາສະຈາກຝຸ່ນ​ລະອອງ pm 2,5 ແລ້ວ - VT Sky clear - ລາວ​ປາສະຈາກຝຸ່ນ​ລະອອງ PM 2,5 ແລ້ວ
ລາວ​ປາສະຈາກຝຸ່ນ​ລະອອງ pm 2,5 ແລ້ວ - kitchen vibe - ລາວ​ປາສະຈາກຝຸ່ນ​ລະອອງ PM 2,5 ແລ້ວ

​ເມື່ອ​ຫລາຍ​ວັນ​ຜ່ານ​ມານີ້, ຢູ່ນະຄອນຫລວງ​ວຽງຈັນ ​ແລະ ບັນດາ​ແຂວງ​ໃກ້​ຄຽງ ​ໄດ້​ມີ​ສະພາບໝອກຄວັນ ຫລື ຝຸ່ນ​ລະອອງ PM 2,5 ປົກ​ຫຸ້ມ ​ເຊິ່ງເລີ່ມ​ແຜ່​ຂະ​ຫຍາຍແຕ່ວັນທີ 11 ມີນາ ນີ້ເປັນຕົ້ນມາ, ປັດຈຸບັນ​ສະພາບ​ດັ່ງ​ກາວ​ໄດ້ດີ​ຂຶ້ນ​ຫລາຍ​ແລ້ວ.

ທ່ານ​ ນາງ ສີ​ສຸພັນ ຫລວງ​ລາດ ຫົວໜ້າກົມ​ຄວບ​ຄຸມ​ມົນ​ລະ​ພິດ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວວ​ດລ້ອມ ​ໃຫ້​ຮູ້​ວ່າ: ປັດຈຸບັນສະພາບໝອກຄວັນ​ຢູ່​ໃນ​ປະ​ເທດ​ເຮົາ​​ເລີ່​ມດີ​ຂຶ້ນ ​ແລະ​ ​ໄຟ​ປ່າ​ກໍ​ໄດ້​ມອດ​ລົງ​ແລ້ວ, ຈາກ​ສະພາບໝອກຄວັນ​ທີ່​ຮ້າຍ​ແຮງ​ໃນ​ວັນ​ທີ 11 ມີ​ນາ ສູງເຖິງ 108,9 µg/m3, ​ໃນ​ວັນ​ທີ 12 ສູງຂຶ້ນເຖິງ 172,1 µg/m3 ​ແລະ ຈາກ​ນັ້ນ​ກໍ​ໄດ້​ຫລຸດ​ລົງ​ເປັນ​ລໍາດັບ​ຄື: ວັນທີ 13 ຫລຸດ​ລົງ​ 140,6 µg/m3, ວັນ​ທີ 15 ຫລຸດ​ລົງ 118,4 µg/m3, ວັນ​ທີ 16 ຫລຸດ​ລົງ​ເຖິງ 51,4 µg/m3 ​ແລະ ວັນ​ທີ 17 ​ໄດ້​ເພີ່ມ​ຂຶ້ນ​ຕື່ມ​ອີກ​ເລັກ​ໜ້ອຍ​ ​ເນື່ອງ​ຈາກ​ວ່າສະພາບໝອກຄວັນມາ​ຈາກ​ບັນດາ​ປະ​ເທດ​ອ້ອມຂ້າງ ​ແລະ ຄາດ​ວ່າ​ໃນ​ມໍ່ໆນີ້​ຖ້າ​ມີ​ຝົນຕົກ​ລົງ​ມາສະ​ພາບໝອກດັ່ງ​ກ່າວ​ກໍຈະ​ດີ​ຂຶ້ນ.

ລາວ​ປາສະຈາກຝຸ່ນ​ລະອອງ pm 2,5 ແລ້ວ - Visit Laos Visit SALANA BOUTIQUE HOTEL - ລາວ​ປາສະຈາກຝຸ່ນ​ລະອອງ PM 2,5 ແລ້ວ

ເຖິງ​ແນວ​ໃດ​ກໍ​ຕາມ, ຫົວໜ້າຄວນ​ຄຸມ​ມົນ​ລະ​ພິດ​ກໍ​ຂໍ​ເຕືອນໃຫ້​ສັງຄົມສືບຕໍ່​​ເອົາ​ໃຈ​ໃສ່​ໃນ​ການ​ຮັກສາ​ສຸຂະພາບ ​ແລະ ປ້ອງ​ກັນ​ພະຍາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ ​ໂດຍ​ສະ​ເພາະ​ພະຍາດ​ທາງ​ເດີນ​ຫາຍ​ໃຈ​, ດັ່ງ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່ອັດ​ປະຕູ ​ແລະ ປ່ອງຢ້ຽມ​ເພື່ອ​ບໍ່​ໃຫ້ໝອກຄວັນ​ເຂົ້າ​ມາສະ​ສົມ​ໃນ​ເຮືອນ, ຜູ້​ສູງ​ອາຍຸ​ທີ່​ມີ​ພະຍາດ​ປະຈຳ​ຕົວ​ກ່ຽວກັບ​ລະບົບ​ຫົວ​ໃຈ​ເສັ້ນ​ເລືອ​ດ ​ແລະ ລະບົບ​ຫາຍ​ໃຈ​, ພະຍາດ​ຫອບ​ຫືດ, ລວມທັງ​ເດັກນ້ອຍ​ທີ່​ມີ​ພູມ​ຄຸ້ມ​ກັນ​ຮ່າງກາຍ​ບໍ່ທັນ​ແຂງ​ແຮງ​ບໍ່ຄວນ​ອອກ​ໄປ​ເຄື່ອນ​ໄຫວ​ກິດຈະກຳ​ຢູ່​ນອກ​ເຮືອນ, ຖ້າ​ມີ​ອາການ​ຜິດ​ປົກກະຕິ​ໃຫ້​ຮີບ​ຮ້ອນ​ໄປ​ພົບ​ທ່ານໝໍທັນທີ, ຖ້າ​ອອກ​ເຮືອນ​ຄວນ​ໃສ່ໜ້າກາກ​ປະ​ເພດ N95 ທີ່​ສາມາດ​ກັ່ນ​ຕອງ​ຝຸ່ນ​ລະອອງ​ຂະ​ນາດ​ນ້ອຍ​ໄດ້, ຄວນ​ໃຊ້​ຜ້າ​ຈຸ່ມ​ນ້ຳອັດ​ປາກ ​ແລະ ດັງ​ເພື່ອ​ຜ່ານ​ກຸ່ມ​ຄວັນ​ອອກ​ໄປ​ຫາ​ບ່ອນ​ປອດ​ໄພ, ​ໃຊ້​ນ້ຳ​ເກືອບ້ວນປາກ ​ແລະ ຄໍ ​ເພື່ອ​ປ້ອງ​ກັນ​ການ​ເຈັບຄໍ, ຫລີກ​ລ້ຽງການ​ອອກກຳລັງ​ກາຍ​ໃນ​ໄລຍະ​ທີ່​ມີໝອກຄວັນ​ຫລາຍ ​ເພາະວ່າ​ຈະ​ເປັນ​ອັນຕະລາຍ​ຕໍ່ລະບົບ​ຫາຍ​ໃຈ ​ແລະ ລະບົບ​ຫົວ​ໃຈ​​ເສັ້ນ​ເລືອດ, ຫລີກ​ລ້ຽງການ​ຈູດ​ຂີ້​ເຫຍື້ອ​ຊະຊາຍຢູ່​ບໍລິ​ເວນ​ທີ່ຢູ່​ອາ​ໃສ​ ​ແລະ ການ​ຈູດໄຮ່​ຖາງ​ປ່າ ​ເພື່ອ​ບໍ່​ໃຫ້​ເພີ່ມ​ມົນ​ລະ​ພິດ​ທາງ​ອາກາດ.

ລາວ​ປາສະຈາກຝຸ່ນ​ລະອອງ pm 2,5 ແລ້ວ - 4 - ລາວ​ປາສະຈາກຝຸ່ນ​ລະອອງ PM 2,5 ແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!