ລົງທຶນ 30 ລ້ານໂດລາ ສ້າງໂຮງງານແປຮູບຂີ້ເຫຍື້ອ ຢູ່ນະຄອນຫລວງວຽງຈັນ


ໃນວັນທີ 2 ເມສານີ້, ຢູ່ນະຄອນຫລວງວຽງຈັນ, ບໍລິສັດ ຂວັນເມືອງກຣຸບ ຈໍາກັດຜູ້ດຽວ, ບໍລິສັດ ຢູເອຊີ ເອັນເນີຢີ້ ຈໍາກັດ ແລະ ບໍລິສັດ ສະແບງ ຊັດສ໌ເທນເນເບິ້ນ ເອັນເນີຢີ້ ຈໍາກັດ ໄດ້ຮ່ວມລົງນາມກັບພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ເພື່ອລົງທຶນສ້າງຕັ້ງໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານທົດແທນຢູ່ບ້ານນາຜາສຸກ (ຫຼັກ 32) ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນມູນຄ່າການລົງທຶນ 30 ລ້ານໂດລາ ໂດຍຄາດວ່າຈະໃຫ້ສໍາເລັດການກໍ່ສ້າງໃນຕົ້ນປີ 2021.
ທ່ານ ຄຳຫຼ້າ ນາກຄະວົງ ປະທານບໍລິສັດ ຂວັນເມືອງກຣຸບ ຈໍາກັດຜູ້ດຽວ ໄດ້ຕາງໜ້າໃຫ້ 3 ບໍລິສັດດັ່ງກ່າວ ລາຍງານວ່າ: ໂຮງງານແປຮູບຂີ້ເຫຍື້ອດັ່ງກ່າວ ເພື່ອຈະຮັບເອົາຂີ້ເຫຍື້ອຊຸມຊົນໃນນະຄອນຫຼວງວຽງຈັນໃນເບື້ອງຕົ້ນປະມານ 400 ໂຕນ/ມື້, ສ່ວນປລາສຕິກທີ່ນໍາມາໃຊ້ໃໝ່ປະມານ 40 ໂຕນ/ມື້ ແລະ ປຸ໋ຍອິນຊີເຄມີປະມານ 100 ໂຕນ/ມື້ ແລະ ຄາດວ່າຈະຜະລິດກະແສໄຟຟ້າໄດ້ປະມານ 6 ເມກາວັດ ເພື່ອຕອບສະໜອງໃຫ້ສັງຄົມ ແລະ ຊ່ວຍກຳຈັດຂີ້ເຫຍື້ອໃນຕົວເມືອງໄດ້ຕື່ມອີກ.


ທ່ານ ຄຳຫຼ້າ ນາກຄະວົງ ໃຫ້ຮູ້ຕື່ມອີກວ່າ: ການກໍ່ສ້າງໂຮງງານດັ່ງກ່າວແມ່ນເປັນການຈັດຕັ້ງປະຕິບັດຢູ່ໃນໄລຍະທໍາອິດ ແລະ ຍັງມີແຜນກໍ່ສ້າງໄລຍະທີສອງຕໍ່ໄປ ເພື່ອຮອງຮັບຂີ້ເຫຍື້ອທີ່ເພີ່ມຂຶ້ນໃນອະນາຄົດ. ພ້ອມດຽວກັນນັ້ນ, ຍັງມີແຜນລົງທຶນຈັດຊື້ພາຫານະເພື່ອເກັບຂີ້ເຫຍື້ອໃຫ້ທົ່ວນະຄອນຫຼວງໄດ້ພຽງພໍ ແລະ ເຊື່ອໝັ້ນວ່າການລົງທຶນຄັ້ງນີ້ຈະເປັນໃບໜ້າໃໝ່ຂອງນະຄອນຫຼວງວຽງຈັນ.