ປະ​ເພນີ 6 ຢ່າງ ທີ່​ບໍ່​ຄວນ​ເບິ່ງ​ຂ້າມ

- 6974774 - ປະ​ເພນີ 6 ຢ່າງ ທີ່​ບໍ່​ຄວນ​ເບິ່ງ​ຂ້າມ
- kitchen vibe - ປະ​ເພນີ 6 ຢ່າງ ທີ່​ບໍ່​ຄວນ​ເບິ່ງ​ຂ້າມ

ໂດຍ​: ລູກ​ເມືອງ​ພວນ

ຄົນລາວເປັນຄົນມີນິໄສອ່ອນນ້ອມຖອມຕົນ, ນັບຖືສາສະໜາພຸດຮູ້ບາບ-ບຸນ- ຄຸນ- ໂທດ,  ເປັນຄົນເມດຕາ ອາລີ,  ເອື້ອເຜື້ອເພື່ອແຜ່ເກື້ອກູນຊ່ວຍເຫລືອເຊິ່ງກັນ ແລະ ກັນ. ຄົນລາວມີປະເພນີດີງາມຫຼາຍຢ່າງທີ່ເປັນໜ້ານັບຖື, ຍົກຍ້ອງ ເຊິ່ງແຕກຕ່າງກັບ ຊາດອື່ນໆໃນໂລກນັ້ນຄື:

- Visit Laos Visit SALANA BOUTIQUE HOTEL - ປະ​ເພນີ 6 ຢ່າງ ທີ່​ບໍ່​ຄວນ​ເບິ່ງ​ຂ້າມ

1.ເຂົ້າວັດຕ້ອງນຸ່ງເຄື່ອງເປັນລະບຽບຮຽບຮ້ອຍຈົບງາມ, ຜູ້ຍິງຕ້ອງນຸ່ງສີ້ນ, ເກົ້າຜົມ, ບ່ຽງແພ. ອັນນີ້ແມ່ນ ຮີດຄອງປະເພນີ – ວັດທະນະທຳຂອງລາວມາແຕ່ບູຮານນະການ.ພວກເຮົາຄວນຮັກສາໄວ້ໃຫ້ດີ. 

2.ຜູ້ຍິງບໍ່ໄດ້ໄປໃກ້ ແລະ ຊູນເອົາພະສົງ.

3.ບໍ່ເອົາຕີນຂຶ້ນຫ້າງ ຫຼື ໄວ້ບ່ອນສູງບ່ອນມີຫຼາຍຄົນ.

ໂດຍສະເພາະແມ່ນຜູ້ຍິງແມ່ນຫ້າມເດັດຂາດ.ຖ້າປະພຶດສິ່ງນັ້ນຖືວ່າບໍ່ມີມາລະຍາດ, ບໍ່ໃຫ້ກຽດແລະບໍ່ນັບຖືຄົນອື່ນ, ບໍ່ຮູ້ຕໍ່າຮູ້ສູງ.

4.ບໍ່ສະແດງຄວາມຮັກຢູ່ ໃນສະຖານທີ່ສາທາລະນະ.

ການສະແດງຄວາມຮັກຢູ່ບ່ອນຫຼາຍຄົນ ຫຼື ຢູ່ສະຖານທີ່ສາທາລະນະເຊັ່ນການກອດ,ຈູບກັນບໍ່ແມ່ນປະເພນີ ແລະ ວັດທະນະທຳຂອງລາວ.

5.ລູບຫົວຄົນອື່ນ.

ການລູບຫົວຄົນອື່ນຖື ວ່າ ເປັນການບໍ່ນັບຖື ແລະ ບໍ່ໃຫ້ກຽດຄົນອື່ນ, ມັນເປັນການໝິ່ນປະໝາດຄົນອື່ນ.

6.ບໍ່ຄວນເວົ້າດັງຢູ່ໃນສະຖານທີ່ສາທາລະນະ.

ນິໄສຂອງຄົນລາວເປັນຄົນຄ່ອຍເວົ້າຄ່ອຍຈາ, ມາລະຍາດອ່ອນນ້ອມຖອມຕົນ ບໍ່ ເວົ້າດັງໃນບ່ອນມີຫຼາຍຄົນຄ່ອຍເວົ້າຄ່ອຍຈາຈິ່ງເປັນ ຄົນມີມາລະຍາດ./.

- 6974774 - ປະ​ເພນີ 6 ຢ່າງ ທີ່​ບໍ່​ຄວນ​ເບິ່ງ​ຂ້າມ
(ພາບປະກອບ)

- 3 - ປະ​ເພນີ 6 ຢ່າງ ທີ່​ບໍ່​ຄວນ​ເບິ່ງ​ຂ້າມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!