ເຮັດວຽກນຳລັດ ຍັງມັດໃຈຄົນໜຸ່ມ

- advert banner 728 90 728x90 - ເຮັດວຽກນຳລັດ ຍັງມັດໃຈຄົນໜຸ່ມ

ໂດຍ: ມຶກບໍ່ແຫ້ງ

- lattana 1 - ເຮັດວຽກນຳລັດ ຍັງມັດໃຈຄົນໜຸ່ມ

ການເຮັດວຽກນຳລັດຍັງເປັນສິ່ງທີ່ໃຝ່ຝັນຂອງຄົນໜຸ່ມເປັນຈຳນວນຫລາຍ ທ່າມກາງການຫລຸດຈຳນວນໂຄຕາລັດຖະກອນຂອງລັດຖະບານ. ການເຮັດວຽກນຳລັດຍັງສາມາດດຶງດູດຄວາມສົນໃຈຂອງຄົນໜຸ່ມຈຳນວນຫລວງຫລາຍ ໂດຍສະເພາະການຫລັ່ງໄຫລໄປຊື້ແບບຟອມເສັງເຂົ້າເປັນລັດຖະກອນ ຢູ່ສະພາແຫ່ງຊາດ ເມື່ອວັນ 5 ເມສາ 2019 ທີ່ຜ່ານມາ ໂດຍເພິ່ນມີໂຄຕາຮັບໄດ້ພຽງແຕ່ 10 ຕໍາແໜ່ງແຕ່ຄົນໄປລໍຖ້າຊື້ແບບຟອມແຕ່ເຊົ້າໆນັ້ນເກີນກວ່າ 200 ຄົນ ເຊິ່ງເຮັດໃຫ້ຄົນຈຳນວນຫລາຍແປກໃຈບໍ່ແມ່ນໜ້ອຍ.

ຄວາມໃຝ່ຝັນນັ້ນແມ່ນຈາກຫລາຍເຫດຜົນ ແຕ່ໜຶ່ງໃນນັ້ນກໍຄືຄວາມໝັ້ນຄົງຖາວອນ, ຄວາມກ້າວໜ້າມີຖານະຕໍາແໜ່ງ ແລະໜ້າຕາໃນ ສັງຄົມ. ບັນດາຄ່ານິຍົມດັ່ງກ່າວຊາວໜຸ່ມລາວຖືກປູກຝັງຕັ້ງແຕ່ໃນ ທ້ອງແມ່ກໍວ່າໄດ້ ເຊິ່ງກາຍເປັນວັດທະນະທຳຜ່ານຄຳເວົ້າ ຄຳອວຍພອນ ເຊັ່ນວ່າ “ໃຫຍ່ມາໃຫ້ເຈົ້າເປັນເຈົ້າຄົນນາຍຄົນ, ເປັນເຈົ້າ ແຂວງເຈົ້າເມືອງ ນາຍົກ” ແລະອື່ນໆ.

ຊາວໜຸ່ມລາວຢູ່ທ່າມກາງຄວາມກົດດັນຂອງສະພາບແວດລ້ອມຢ່າງແທ້ຈິງ ເປັນຕົ້ນການພັກດັນຂອງພໍ່ແມ່, ຍາດຕິພີ່ນ້ອງ ແລະໝູ່ຄູ່ດ້ວຍກັນໃນການເຮັດວຽກນຳລັດ ເຊິ່ງບາງຄົນບໍ່ຮູ້ຮອດວ່າຊິເຮັດຫຍັງຟັງພຽງຄຳຄົນອື່ນເວົ້າ ຫລື ດຶງດູດຍ້ອນຊື່ສະຖາບັນໃຫຍ່ໆຂອງພາກລັດ. ສິ່ງດັ່ງກ່າວໄດ້ຄ່ອຍໆທຳລາຍ ຕົວຕົນທີ່ແທ້ຈິງ ແລະພອນສະຫວັນຂອງຄົນໜຸ່ມລາວ, ພ້ອມຍັງເຮັດໃຫ້ເຂົາເຈົ້າຢ້ານກົວ ບໍ່ກ້າເຮັດໃນສິ່ງທີ່ຕົນເອງມັກ ຍ້ອນ “ວັດທະນະທຳການເຊື່ອຟັງຜູ້ໃຫຍ່”.

ໃນຄວາມຈິງແລ້ວ ພະພຸດທະເຈົ້າຍັງ ສອນວ່າ “ຄຳສອນຂອງເພິ່ນເອງກໍຢ່າເຊື່ອ ເມື່ອບໍ່ໄດ້ຮັບຄິດໄຕ່ຕອງເສຍກ່ອນ”. ເຊິ່ງອາດບໍ່ໂທດດ້ານຄົນໜຸ່ມຝ່າຍດຽວ ແຕ່ຜູ້ເປັນພໍ່ແມ່ຍາດຕິພີ່ນ້ອງຄວນສົ່ງເສີມລູກຫລານລ້ຽງຊີບຕົນເອງດ້ວຍສິ່ງທີ່ຕົນເອງມັກແທນທີ່ຈະເປັນຄວາມຕ້ອງການແລະຄວາມຄາດຫວັງຂອງຕົນເພາະຈະເຮັດໃຫ້ເຂົາເຈົ້າເສຍສິ່ງທີ່ເປັນເລີດໃນຕົວຕົນຂອງເຂົາເຈົ້າກໍເປັນໄປໄດ້.

ຜູ້ຂຽນມີນ້ອງສາວ ທີ່ມີພອນສະຫວັນ ເລື່ອງການແຕ້ມຮູບ, ລາວມັກແຕ້ມຮູບຕັ້ງແຕ່ຕອນຍັງນ້ອຍ ດ້ວຍຊີວິດຈິດໃຈ ແລະ ຮູບທີ່ແຕ້ມອອກມາກໍສວາຍງາມວິຈິດແທ້ໆ ຈົນໄທບ້ານພາກັນຫາລາວແຕ້ມຫັ້ນແຕ້ມນີ້ໃຫ້ເລື້ອຍໆ. ພ້ອມນັ້ນລາວຍັງມີພອນສະຫວັນ ເລື່ອງການແຕ່ງລະຄອນສັ້ນຕື່ມອີກແຕ່ພອນສະຫວັນເຫລົ່ານັ້ນຖືກທຳລາຍຢ່າງຮາບຄາບ ເມື່ອລາວຟັງຄວາມພໍ່ແມ່ໃຫ້ໄປຮຽນຄູຢູ່ວິທະຍາໄລຄູບ້ານເກິນ ແລະ ເມື່ອຮຽນຈົບກໍກັບມາສອນຢູ່ໂຮງຮຽນມັດທະຍົມຕອນປາຍຢູ່ບ້ານເກີດ.

ຕະຫລອດໄລຍະ 6 ປີ ທີ່ລາວສອນຢູ່ໂຮງຮຽນນັ້ນລາວຕ້ອງການຢາກອອກທຸກມື້ ຍ້ອນບໍ່ມັກ ແຕ່ເຮັດຕາມໃຈຜູ້ອື່ນ ສຸດທ້າຍຮອດປີທີ 7 ລາວຕັດສິນໃຈລາອອກ ແລ້ວມາເຮັດໃນສິ່ງທີ່ລາວມັກແຕ່ຕອນຍັງນ້ອຍ, ດຽວນີ້ລາວບໍ່ພຽງແຕ່ມີເງິນຫລາຍຂຶ້ນ ແຕ່ຍັງມີຄວາມສຸກ ແລະມ່ວນຊື່ນກວ່າແຕ່ກ່ອນ ເຖິງວ່າບໍ່ໄດ້ເປັນເຈົ້າໃຫຍ່ນາຍໂຕກໍຕາມ. ພວກເຮົາສາມາດຫາຕົວຢ່າງຄ້າຍໆກັນນີ້ໄດ້ຢ່າງຫລວງຫລາຍ.

- 1 1 - ເຮັດວຽກນຳລັດ ຍັງມັດໃຈຄົນໜຸ່ມ

ຜູ້ຂຽນກໍເຄີຍເຮັດວຽກນຳລັດ (ໄດ້ເປັນລັດຖະກອນແລ້ວ) ເປັນເວລາ 2 ປີ ໂດຍບໍ່ຮູ້ວ່າຈຸດໝາຍຂອງຕົນແມ່ນຫຍັງແທ້? ຢາກເຮັດຫຍັງແທ້? ພຽງແຕ່ວ່າໄດ້ເຮັດບ່ອນໃຫຍ່ ແລະເຮັດໃຫ້ພໍ່ແມ່ພີ່ນ້ອງພູມໃຈຕາມຄວາມປະສົງ ແຕ່ສຸດທ້າຍກໍຕັດສິນໃຈອອກ ເພື່ອຊອກວຽກທີ່ຕົນເອງມັກກວ່າ ແລະ ປັດຈຸບັນຜູ້ຂຽນບໍ່ໄດ້ຄິດເສຍດາຍແມ່ນແຕ່ໜ້ອຍຈາກການຕັດສິນໃຈຄັ້ງນັ້ນ.

ເວົ້າແນວນີ້ກໍບໍ່ແມ່ນຕ້ານການແຫ່ເຮັດວຽກນຳລັດ ແຕ່ຢາກໃຫ້ພວກ ເຮົາມີຄວາມເປັນອິດສະຫລະໃນການປະກອບອາຊີບ ໂດຍບໍ່ຈຳກັດສາຍອາຊີບພຽງພາກລັດ, ໃນປັດຈຸບັດມີຫລາຍຂະແໜງການທີ່ໜ້າສົນໃຈໃຫ້ທ້າທາຍ ເຊັ່ນ ການປະກອບທຸລະກິດຂະໜາດນ້ອຍທີ່ປະເທດຈະເລີນທາງເສດຖະກິດນິຍົມກັນ, ຂະແໜງການພັດທະນາກໍໜ້າສົນໃຈບໍ່ແມ່ນໜ້ອຍທີ່ຈະໄດ້ສຳຜັດກັບຊຸມຊົນ ຊົນນະບົດທີ່ມີຫຍັງໃຫ້ຮຽນຮູ້ຢ່າງຫລາກຫລາຍ, ພາກເອກະຊົນທີ່ຊ່ວຍຂັບເຄື່ອນການພັດທະເສດຖະກິດກໍຂະຫຍາຍຕົວ ແລະ ຕ້ອງພະນັກງງານຢ່າງຫລວງຫລາຍ. 

 ໃນເມື່ອເພິ່ນຫຼຸດໂຄຕາການເຂົ້າລັດຖະກອນລົງ ແຕ່ຄົນຫລາຍຂຶ້ນ ໂອກາດທີ່ຈະໄດ້ກໍໜ້ອຍລົງ ແລ້ວເປັນຫຍັງພວກເຮົາບໍ່ລອງສາຍອາຊີບອື່ນຕາມຄວາມມັກຮັກຂອງຕົນ ?