ອາເມລິກາເຕືອນອາດມີ ການໂຈມຕີສີລັງກາຮອບໃໝ່


ສະຖານທູດອາເມລິກາຢູ່ນະຄອນຫລວງໂກລຳໂບ ປະກາດໃຫ້ປະຊາຊົນຫລີກເວັ້ນສະຖານທີ່ສັກກາລະບູຊາຕ່າງໆຢູ່ສີລັງກາ ໂດຍເຕືອນວ່າ: ອາດມີການໂຈມຕີເກີດຂຶ້ນອີກ.
ຂະນະດຽວກັນ, ທ່ານ ເຫມະສິຣີ ເຟີນານໂດ ລັດຖະມົນຕີປ້ອງກັນປະເທດສີລັງກາ ປະກາດລາອອກໃນວັນທີ 25 ເມສາ ຫລັງຈາກທ່ານ ໄມຕຣີປາລະ ຄິຣິເສນາ ປະທານາທິບໍດີສີລັງກາ ກົດດັນໃຫ້ 2 ເຈົ້າໜ້າທີ່ລະດັບສູງຝ່າຍຄວາມໝັ້ນຄົງຂອງປະເທດ ຄືລັດຖະມົນຕີປ້ອງກັນປະເທດ ແລະ ຜູ້ບັນຊາການຕຳຫລວດ ລາອອກ ເນື່ອງຈາກເຫດລະເບີດໃນວັນອີສເຕີ ທີ່ຂ້າຊີວິດຄົນຫລາຍຮ້ອຍຄົນ ແລະ ບາດເຈັບກວ່າ 500 ຄົນ.
ປະຊາຊົນສີລັງກາຕ່າງສະແດງຄວາມບໍ່ພໍໃຈລັດຖະບານທີ່ບໍ່ສົນໃຈຄຳເຕືອນຈາກໜ່ວຍງານດ້ານຂ່າວລັບຂອງອິນເດຍ ທີ່ແຈ້ງກ່ອນໜ້ານີ້ວ່າ: ອາດມີການໂຈມຕີໂດຍກຸ່ມກໍ່ການຮ້າຍທ້ອງຖິ່ນທີ່ເປັນສາຂາໜຶ່ງຂອງກຸ່ມລັດອິດສະລາມ ເຊິ່ງເຈົ້າໜ້າທີ່ລະດັບສູງຂອງສີລັງກາ ຕ່າງອອກມາຍອມຮັບວ່າ: ນີ້ເປັນຄວາມຜິດພາດຢ່າງໜັກ.