ອາກາດ​ອົບ​ເອົ້າ​ ໄພພິບັດ​ອຸບາດອາດ​ຕາມ​ມາ

- 9658 - ອາກາດ​ອົບ​ເອົ້າ​ ໄພພິບັດ​ອຸບາດອາດ​ຕາມ​ມາ
- kitchen vibe - ອາກາດ​ອົບ​ເອົ້າ​ ໄພພິບັດ​ອຸບາດອາດ​ຕາມ​ມາ

ໂດຍ: ທິດກ່ຳ

ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເຫັນ​ວ່າ​ມີ​ລັກສະນະ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ, ​ເທົ່າ​ທີ່​ທິດ​ກ່ຳ​ໄດ້​ຕິດຕາມ​ມາປີ​ນີ້​ເຫັນ​ວ່າ​ສະພາບ​ອາກາດ​ຮ້ອນ​ອົບ​ເອົ້າລື່ນ​ກວ່າ​ປີຜ່ານໆ​ມາ ແລະ ປາກົດການ​ທີ່​ຜິດ​ປົກກະຕິ​ອີກ​ອັນ​ໜຶ່ງ​ກໍ​ແມ່ນ​ມີ​ພາ​ຍຸ​ລົມ​ແຮງ ​ກາຍ​ເປັນ​ໄພພິບັດ​ອັນ​ໃຫຍ່​ຫລວງ​ຕໍ່​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ, ຕໍ່​ຄົນ, ສັດ​ເດຍລະສານ​ ເຊັ່ນວ່າ: ມີ​ລົມພາຍຸ, ຟ້າຜ່າ, ໝາກ​ເຫັບ​ຕົກ​ ເຮັດ​ໃຫ້​ບ້ານ​ເຮືອນ​ໃນຫລາຍ​ທ້ອງ​ຖິ່ນ​ເປ່​ເພ​ເສຍ​ຫາຍ​ດ້ວຍ​ມູນ​ຄ່າ​ຫລາຍສີບຫລາຍ​ຮ້ອຍ​ລ້ານ​ກີບ.

- Visit Laos Visit SALANA BOUTIQUE HOTEL - ອາກາດ​ອົບ​ເອົ້າ​ ໄພພິບັດ​ອຸບາດອາດ​ຕາມ​ມາ
- 69374 - ອາກາດ​ອົບ​ເອົ້າ​ ໄພພິບັດ​ອຸບາດອາດ​ຕາມ​ມາ

  ໃນ​ສະ​ໄໝ​ກ່ອນ, ​ເບິ່ງຄາວ​ພໍ່​ແມ່​ປູ່ຍ່າຕານາຍ​ເຮົາ ​ພໍ​ຕົກ​ເຖິງ​​ເດືອນ​ຫ້າ​ຕໍ່​ໃສ່​ເດືອນ​ຫົກ​ລາວ​ເຮົາ ​ກໍ​ມີຝົນ​ໂຮຍ​ຮຳ, ​ໄຂ່​ມົດ​ແດງ​ຕຶ່ງ​ ປະຊາຊົນ​ພາກັນ​ໄປ​ແຍ່​ມາ​ແກງ​ໃສ່​ປາ​ຄໍ​ໃຫຍ່​ເໝືອດ​ກັບ​ຜັກຫວານ, ບາງ​ທ້ອງ​ຖິ່ນ​ກໍ​ພາກັນ​ໄປ​ເກັບ​ເຫັດ​ໄຄ, ​ເຫັດ​ລະ​ໂງກ​ມາ​ແກງ​ໃສ່​ຍອດ​ຜັກຕິ້ວ ປົງໝໍ້ແກງລົງ​ໃໝ່ໆສົດໆ​ຮ້ອນ​ແລ້ວ​ກໍ​ພາ

ກັນ​ຊົດ​ຈົນ​ເຫື່ອ​ໄຫລ​ໄຄຍ້ອຍ, ມີ​ປະຊາຊົນ​ບາງ​ທ້ອງ​ຖິ່ນ​ກໍ​ພາກັນ​ໄປ​ຫາ​ໝໍ່​ໄມ້​ທີ່​ພວມ​ເກີດ​​ໃໝ່ໆ​ມາ​ແກງ​ໃສ່​ປາກົດ​ໂທນ​ປົນ​ກັບ​ໜໍ່​ເລົາ​ກິນຢ່າງ​ອີ່ມ​ໜຳ​ສຳລານ​ອີ່ມ​ພີ​ມີ​ຄວາມສຸກ, ​ເຖິງ​ຍາມ​ນີ້​ລະປະຊາຊົນ​ລາວບັນດາ​ເຜົ່າ​ຍັງ​ພາກັນ​ກຽມ​ຄາດ​ກຽມ​ໄຖ​ເພື່ອ​ເຮັດ​ນາປີ​ລ້ຽງ​ຊີວິດ​ອິນ​ຊີ​ ລ້ຽງ​ລູກລ້ຽງ​ເຕົ້າ, ຕື່ນ​ເຊົ້າມາ​ໄລ່​ງົວ​ໄລ່​ຄວາຍ​ອອກ​ຈາກ​ແຫ​ລ່ງ​ເປັນ​ພຶງ​ເປັນ​ແພ​ສູ່​ທົ່ງ​ນາ​ປ່າ​ຫຍ້າ​ອັນກວ້າງ​ໃຫຍ່, ພໍ​ເຖິງ​ຍາມ​ແລງ​ມາ​ໄດ້​ຍິນ​ສຽງ​ກອງ​ແລງ​ດັງ​ຕຸ້ມໆ, ກາງຄືນ​ມາ​ໄດ້​ຍິນ​ສຽງ​ຄູບາ​ເທດ​ອິຕິ​ປີ​ໂສ​ປາກົດ​ວ່າ​ບ້ານ​ເມືອງ​ມີ​ຄວາມ​ສະຫງົບ​ອົບ​ອຸ່ນຮົ່ມ​ເຢັນ, ບໍ່​ມີ​ຂີ້ລັກ​ມັກ​ສົກ, ບໍ່​ເຄີຍ​​ໄດ້​ຍິນ​ຄຳ​ວ່າ​ຢາ​ບ້າ, ສໍ້​ລາດ​ບັງ​ຫລວງ ​ແລະ ​ແມ່ຈ້າງນາງ​ເລງ.

  ການ​ດຳລົງ​ຊີວິດ​ແບບ​ພໍ​ພຽງ​ຕາມ​ຊົນນະບົດ​ກາຍ​​ເປັນ​ວິຖີ​ຊີວິດ​ທີ່​ລຽບ​ງ່າຍ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ຕາມ​ຮິດ 12 ຄອງ 14 ​ເຮັດບຸນ​ສິນ​ກິນ​ທານ​ໄດ້​ຟັງ

ສຽງ​ແຄນ​ສຸດສະ​ແນນ​ລ່ອງ​ຂອງ, ທຳນອງ​ລົມ​ພັດ​ໄຜ່ ​ປາກົດ​ວ່າ​ສຸດ​ຍອດ​ຂອງ​ອະລິຍະ​ທຳ​ຂອງ​ຄົນ​ລາວ​ເຮົາ​ຢ່າງ​ມີ​ຊີວິດ​ຊີວາ ​ແລະ ຄຳ​​ວ່າ​ໄພພິບັດ​ທີ່​ເກີດ​ຂຶ້ນກັບ​ຄົນ​ນັ້ນ​ເກືອບ​ວ່າ​ບໍ່​ມີ.

  ພໍ​ຕົກ​ມາສະ​ໄໝ​ເປີງ​ນີ້, ສິ່ງ​ທີ່​ໄດ້​ກ່າວ​ມານັ້ນປາກົດ​ວ່າມັນ​ຄ່ອຍ​ມະ​ຫັບ​ມະຫາຍ​ໄປ​ຕາມ​ກົດ​ເກນ​ແຫ່ງ​ເດືອນ​ປີ ​ເບິ່ງ​ອັນ​ໃດ​ກໍ​ຄື​ວ່າ​ມັນ​ຈະ​ເລີ​ນທັນ​ສະ​ໄໝ​, ໄປມາ​ທາງ​ໃດ​ກໍ​ວ່ອງ​ໄວ​ທັນ​ໃຈ, ຢາກ​ເຫັນ​ຢາກ​ເບິ່ງ​ສິ່ງ​ໃດ​ກໍ​ໄດ້​ເຫັນ​ກາຍ​ເປັນ​ຍຸກ​ຫູ​ທິບ​ຕາ​ທິບ, ຍຸກ​ມ້າ​ປົ່ງ​ເຂົາ​ເສົາ​ອອກດອກ​ ຄວາມ​ຈະ​ເລີ​ນທາງ​ດ້ານ​ວັດຖຸ​ຄ່ອຍໆ​ຕີ​ຖອຍ​ແນວ​ຄິດ​ຈິດ​ໃຈ​ຂອງ​ຄົນ​ເຮົາ​ໃຫ້​ເຫີ​ນຫ່າງ​ຈາກ​ສັດຈະທຳ, ອະລິຍະ​ທຳ​ຄວາມ​ໂກດ, ຄວາມ​ໂລບ, ຄວາມ​ຫລົງ​ນັບ​ມື້​ເຂົ້າມາ​ຄອບ​ງຳ​ແນວ​ຄິດ​ຈິດ​ໃຈ​ຂອງ​ຄົນ​ເຮົາ​ເທື່ອ​ລະ​ໜ້ອຍ.

​  ໄປ​ຄຽງ​ຄູ່​ກັບ​ການ​ປ່ຽນ​ແປງ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ຄົນ​ເຮົາ ​ການ​ປ່ຽນ​​ແປງ​ຂອງ​ໂລກ, ​ໂດຍ​ສະ​ເພາະ​ທາງ​ດ້ານ​ດິນ​ຟ້າ​ອາກາດ​ກໍ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫລວງ ​ແລະ ​ເຫັນ​ກັບ​ຕາ, ສິ່ງ​ທີ່​ໜ້າ​ເປັນ​ຫວ່ງ ​ແລະ ​ເປັນຕາ​ຢ້ານ​ກໍ​ຄື​ເກີດ​ມີ​ແຜ່ນດິນ​ໄຫວ, ມີ​ລົມພາຍຸ​ພັດ​ກະ​ໜ່ຳຮຸນ​ແຮງ, ​ເກີດ​ແລ້ງ​ເກີດ​ຖ້ວມ​ເກີດ​ຮ້ອນ​ເກີດ​ໜາວ​ ອັນ​ເປັນ​ເຫດ​ໃຫ້​ມີຄົນ​ເຈັບ​ຄົນ​ຕາຍ, ວັດຖຸ​ຊັບ​ສິນ​ເສຍ​ຫາຍ​ກາຍ​ເປັນ​ໄພພິບັດ​ອັນ​ໃຫຍ່​ຫລວງ​ຕໍ່​ມະນຸດສະ​ໂລກ ​ໂດຍ​ສະ​ເພາະ​ຢູ່​ໃນ​ປະ​ເທດ​ເຮົາ​ແນວ​ບໍ່​ທັນ​ເຄີຍ​ເຫັນ​ກໍ​ເຫັນ, ​ແນວ​ບໍ່​ທັນ​ເຄີຍ​ມີ​ກໍ​ມີ, ​ແນວ​ບໍ່​ເຄີຍ​ພົບ​ພໍ້​ກໍ​ເຫັນ​ຢ່າງ​ທັນຕາ.

​  ເມື່ອ​ຕັ້ງ​ໂຈດ​ກັນ​ວ່າ​ພວກ​ເຮົາ​ຈະ​ພາກັນ​ຫລີກ​ລ້ຽງ​ໄພພິບັດ​ໄດ້​ແນວ​ໃດ? ທາງ​ອອກ​ກໍ​ຄືທຸກ​ຄົນ​ມີ​ສະຕິ​ໃນ​ການ​ໄປມາ, ມີ​ສະຕິ​ໃນ​ການ​ຢູ່​ການ​ກິນ, ຕິດຕາມ ​ແລະ ​ເຝົ້າລະວັງ​ສະພາບ​ດິນ​ຟ້າ​ອາກາດ​ຢ່າງ​ໃກ້ຊິດ, ພ້ອມ​ກັນ​ສ້າງ​ທຳ​ມະ​ຊາດ ​ແລະ ສິ່ງ​​ແວດ​ລ້ອມ​ໃຫ້​ສົດ​ໃສ ​ແລະ ​ເປັນ​ສີຂຽວ​ໜ້າ​ຢູ່, ຈຳກັດ​ການ​ທຳລາຍ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ທັງ​ຕິດຕາມ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຈາກ​ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ພວກ​​ເຮົາ ຈຶ່ງ​ຈະສາມາດ​​ຫລີກ​ລ່ຽງຈາກ​ໄພ​ພິບັດ​ທີ່​ຈະ​ອຸບາດ​ຕາມ​ມາ.

- 9658 - ອາກາດ​ອົບ​ເອົ້າ​ ໄພພິບັດ​ອຸບາດອາດ​ຕາມ​ມາ

- 5 - ອາກາດ​ອົບ​ເອົ້າ​ ໄພພິບັດ​ອຸບາດອາດ​ຕາມ​ມາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!