ສູນການຄ້າລາວ-ໄອເຕັກ ເລັ່ງປຶກສາຫາລືການຊົດເຊີຍຮ້ານຄ້າທີ່ເສຍຫາຍຈາກອັກຄີໄພຜ່ານມານີ້


ຜູ້ອຳນວຍການສູນການຄ້າລາວໄອເຕັກ ໃຫ້ຮູ້ວ່າ: ປັດຈຸບັນ ສູນການຄ້າຂອງຕົນ ພວມເລັ່ງໃຫ້ການຊົດເຊີຍແກ່ຜູ້ໄດ້ຮັບຜົນກະທົບຈາກເຫດການໄຟໄໝ້ເມື່ອວັນທີ 10 ພຶດສະພານີ້, ເຊິ່ງປັດຈຸບັນ ກຳລັງເລັ່ງຫາລືກັບຫລາຍຝ່າຍໂດຍສະເພາະແມ່ນທາງບໍລິສັດປະກັນໄພ, ພາກເອກະຊົນ ແລະ ໜ່ວຍງານທີ່ກ່ຽວຂ້ອງໃນການຊົດເຊີຍຜູ້ໄດ້ຮັບຜົນກະທົບຢ່າງເຫມາະສົມ, ເນື່ອງຈາກວ່າມີບາງຮ້ານກໍໄດ້ເຮັດປະກັນໄພ, ເຊິ່ງຄາດວ່າຄວາມຄືບໜ້າລາຍລະອຽດຕ່າງໆ ຈະມີການຖະແຫລງຕໍ່ສື່ມວນຊົນໃນໄວໆນີ້.
ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ລາຍງານສະພາບໄຟໄໝ້ ທີ່ສູນການຄ້າລາວ-ໄອເຕັກ ໃຫ້ຮູ້ວ່າ: ເຫດການໄດ້ເກີດຂຶ້ນໃນວັນທີ 10 ພຶດສະພາ ຢູ່ໃນຫ້ອງວາງສະແດງສິນຄ້າຊັ້ນສອງ(ຕຶກຫລັງເກົ່າ), ເຊິ່ງສະຖານທີ່ດັ່ງກ່າວ ມີບັນດາຮ້ານວາງສະແດງ ແລະ ຂາຍສິນຄ້າຕ່າງໆໂດຍມີແຜນຈະເປີດໃນວັນທີ 10 ຫາ 17 ພຶດສະພາ ນີ້. ເບື້ອງຕົ້ນພົວວ່າ: ມີຮ້ານຂາຍເຄື່ອງຈຳນວນ 20 ກ່ວາຮ້ານຖືກໄຟໄໝ້ ເຊິ່ງສ່ວນໃຫຍ່ແມ່ນ ຮ້ານຂາຍປະເພດເຄື່ອງນຸ່ງ, ເຟີນີເຈີ ແລະ ອື່ນໆ, ສຳລັບມູນຄ່າເສຍຫາຍຍັງລໍຖ້າການປະເມີນຂອງເຈົ້າຂອງຮ້ານ ແລະ ສູນການຄ້າເສຍກ່ອນ, ເຊິ່ງຄາດວ່າສາເຫດການເກີດອັກຄີໄພຄັ້ງນີ້ ແມ່ນເກີດຈາກໄຟຟ້າລັດວົງຈອນ ຢູ່ຮ້ານຂາຍເຄື່ອງປະດົບຍົນແຫ່ງໜຶ່ງ.