ປະທານສະພາແຫ່ງຊາດຣາຊະອານາຈັກກໍາປູເຈຍ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ


ໃນວັນທີ 31 ພຶດສະພາຜ່ານມານີ້ທີ່ຫໍປະຊຸມແຫ່ງຊາດ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ພົບປະສອງຝ່າຍລະຫວ່າງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສົມເດັດອັກຄະມະຫາ ໂປເຢຍ ຈັກກຣິ ເຮັງຊໍາຣິນ ປະທານສະພາແຫ່ງຊາດແຫ່ງຣາຊະອານາຈັກກໍາປູເຈຍ, ພ້ອມດ້ວຍຄະນະໃນໂອກາດມາຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ໃນລະຫວ່າງວັນທີ 30 ພຶດສະພາຫາ 1 ມິຖຸນານີ້.
ການພົບປະສອງຝ່າຍໃນຄັ້ງນີ້ ໄດ້ມີການແລກປ່ຽນຄໍາເຫັນ ແລະ ປຶກສາຫາລືຮ່ວມກັນດ້ວຍບັນຍາກາດສາຍພົວພັນມິດຕະພາບ, ການຮ່ວມມື ແລະ ຄວາມສາມັກຄີທີ່ດີຂອງສອງຊາດ, ສອງປະຊາຊົນ. ພ້ອມນີ້, ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງສະພາແຫ່ງຊາດ ແລະ ສະພາແຫ່ງຊາດກໍາປູເຈຍ. ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ສອງສະພາແຫ່ງຊາດຈະສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືຂອງສອງສະພາສະບັບປີ 2019 ໃຫ້ຕໍ່ເນື່ອງ ແລະ ມີຄຸນນະພາບ. ພ້ອມນີ້, ຍັງສະເໜີໃຫ້ມີການພົວພັນຮ່ວມມືລະຫວ່າງສະພາປະຊາຊົນຂັ້ນແຂວງທີ່ມີຊາຍແດນຕິດຈອດກັນ ເພື່ອແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດນໍາກັນ.
ສໍາລັບການຮ່ວມມືດ້ານການຄ້າຂອງສອງຝ່າຍເຫັນວ່າມີທ່າອ່ຽງຫລຸດລົງຄື ໃນປີ 2018 ມູນຄ່າການຄ້າບັນລຸພຽງແຕ່ 17,8 ລ້ານໂດລາສະຫະລັດ, ຖ້າທຽບໃສ່ມູນຄ່າການຄ້າໃນປີ 2012 ແມ່ນຫລຸດລົງ 3 ລ້ານກວ່າໂດລາສະຫະລັດ. ສ່ວນການຮ່ວມມືດ້ານການສຶກສາແມ່ນມີທ່ວງທ່າດີ, ໂດຍມີການແລກປ່ຽນທຶນການສຶກສາຂອງສອງລັດຖະບານເພີ່ມຂຶ້ນມາເປັນ 15 ທຶນຕໍ່ປີ ເລີ່ມແຕ່ປີ 2019 ເປັນຕົ້ນໄປ, ພ້ອມທັງໄດ້ເພີ່ມເບັ້ຍລ້ຽງໃຫ້ນັກສຶກສາທັງສອງຝ່າຍນັບແຕ່ປີ 2016 ຈາກ 150 ໂດລາມາເປັນ 180 ໂດລາສະຫະລັດຕໍ່ເດືອນ.
ໃນວັນດຽວກັນ, ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣິ ເຮັງຊໍາຣິນ ພ້ອມດ້ວຍຄະນະ ກໍໄດ້ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມຢູ່ເດີ່ນພະທາດຫລວງວຽງຈັນ.