ເຕືອນປະຊາຊົນ ໃນລະດູຝົນນີ້ ໃຫ້ລະວັງເຫັດເບື່ອ
ເຫັດເປັນເຊື້ອລາຊະນິດໜຶ່ງ, ປະຊາຊົນລາວເຮົາມັກບໍລິໂພກເປັນອາຫານທີ່ແສນແຊບນົວ. ເຫດຕາມທຳມະຊາດມັກເກີດໃນລະດູຝົນ ມັນງອກເງີຍຂຶ້ນມາຈາກພື້ນດິນຕາມປ່າດົງທຳມະຊາດ, ເຂດພື້ນທີ່ ເຊິ່ງອາດຈະມີທັງເຫັດທີ່ກິດໄດ້ ແລະເບື່ອ. ດັ່ງນັ້ນ, ສູນສື່ສານເພື່ອສຸຂະພາບ ແລະ ສຸກຂະສຶກສາ ກະຊວງສາທາລະນະສຸກຂໍເໜີ ແຈ້ງເຕືອນມາຍັງປະຊາຊົນທຸກຂົງເຂດທົ່ວປະເທດ ໃຫ້ລະມັດລະວັງອັນຕະລາຍຈາກເຫັດມີພິດ ຄື ບໍ່ຄວນຊື້ເຫັດທີ່ບໍ່ຮູ້ຈັກມາກິນຊື້ເຫັດຕາມທ້ອງຕະຫຼາດ ຫຼື ວາງຂາຍຕາມແຄມທາງ ໂດຍສະເພາະເຫັດທີ່ມີສີສັນສວຍງາມ, ເປັນເກັດ, ມີຂົນ, ມີກິ່ນຂິວ ເພາະອາດຈະເປັນອັນຕະລາຍເຖິງຂັ້ນເສຍຊີວິດໄດ້.
“ເຫັດພິດ” ຫຼື “ເຫັດເບື່ອ” ເປັນເຫັດທີ່ມີອັນຕະລາຍຕໍ່ຜູ້ບໍລິໂພກ ຄວາມເປັນພິດອາດຈະເຮັດໃຫ້ເປັນອັນຕະລາຍຕໍ່ສຸຂະພາບໄດ້ ເຫັດທີ່ສາມາດນຳມາບໍລິໂພກໄດ້ຢ່າງປອດໄພມີຢູ່ເປັນຈຳນວນຫຼາຍ ແຕ່ຈະມີເຫັດພິດບໍ່ເຖິງ 100 ຊະນິດ ເຫັດພິດທີ່ຮ້າຍແຮງທີ່ສຸດໄດ້ແກ່ ເຫັດໃນສະກຸນ Amannita ສະກຸນ Helvella ເຊິ່ງເຫັດເຫຼົ່ານີ້ສາມາດສ້າງສານພິດຊີວະພາບທີ່ກໍ່ໃຫ້ເກີດອັນຕະລາຍຕໍ່ມະນຸດໄດ້ ເຫັດຕະກູນນີ້ພົບໄດ້ໃນປະເທດລາວ ເຊັ່ນ ເຫັດໂງກຫີນ, ເຫັດໄຂ່ຕາຍຊາກ ແລະ ເຫັດເກັດດາວເປັນຕົ້ນ.
ຂໍ້ແນະນໍາໃນການບໍລິໂພກເຫັດ:
- ຫ້າມກິນເຫັດດິບ ແລະ ຄວນກິນສະເພາະເຫັດທີ່ເຄີຍກິນ ຫຼື ຮູ້ຈັກ.
- ຕ້ອງຮູ້ແຫຼ່ງທີ່ມາຂອງເຫັດ ບໍ່ຄວນເກັບເຫັດໃນບໍລິເວນທີ່ມີສານພິດຕົກຄ້າງຢູ່.
- ຄວນສອບຖາມເບິ່ງວ່າເຄີຍມີຜູ້ບໍລິໂພກເຫັດນັ້ນມາກ່ອນຫຼືບໍ່ ບໍ່ຄວນລອງກິນໂດຍບໍ່ຮູ້ຈັກ.
- ບໍ່ຄວນປຸງອາຫານໂດຍການໃຊ້ເຫັດປ່າຫຼາຍຊະນິດລວມກັນ.
- ຫາກບໍ່ແນ່ໃຈ ບໍ່ມີຂໍ້ມູນພຽງພໍ ບໍ່ຄວນບໍລິໂພກເປັນອັນຂາດ.
- ຢ່ານຳເຫັດທຳມະຊາດໄປປຸງຈົນໝົດ ຄວນເກັບໄວຢ່າງລະ 1 ດອກ ເພື່ອນຳສົ່ງແພດເພື່ອໃຊ້ວິເຄາະເພື່ອເກີດອາການຜິດປົກກະຕິ.
- ການພິສູດເຫັດພິດຈະໃຊ້ບ່ວງເງິນ, ງາຊ້າງ, ເຂົ້າສານ, ຫົວຫອມ ຫຼື ຮອຍກັດທຳລາຍຈາກໜອນແມງ ແລະ ສັດບໍ່ໄດ້ ເພາະສານພິດໃນເຫັດມີຫຼາກຫຼາຍບໍ່ຄືສານພິດສັງເຄາະທີ່ມີທາດໂລຫະໜັກທົ່ວໄປ.
ການພະຍາບານເບື້ອງຕົ້ນເມື່ອກິນເຫັດເປັນພິດ
1. ເມື່ອພົບອາການຜິດປົກກະຕິໃຫ້ພົບແພດທັນທີ ແລະ ບັນເທົາອາການເລີ່ມຕົ້ນດ້ວຍການຮາກອອກມາໃຫ້ໄດ້ຫຼາຍທີ່ສຸດ ໂດຍການດື່ມນໍ້າອຸ່ນ 1 ລິດ ປະສົມກັບເກືອ 1 ບ່ວງແກງ ແລ້ວຈົກຄໍ (ວິທີນີ້ຫ້າມໃຊ້ກັບເດັກທີ່ຕໍ່າກວ່າ 5 ປີ)
2. ລວບລວມເຫັດທີ່ເຫຼືອເກັບໄວ້ ເສດອາຫານຈາກການປຸງ ແລະ ສ່ວນທີ່ຮາກອອກມາ ນຳສົ່ງແພດເພື່ອການກວດວິເຄາະ.
ຂໍ້ມູນຈາກ: http://news.com.la