ນັກ​ສະນຸກ​ເກີຍິງ ຈາກ​ອັງກິດ​ຄວ້າ​ແຊ້ມ​ໂລກ 2019

- 974325 - ນັກ​ສະນຸກ​ເກີຍິງ ຈາກ​ອັງກິດ​ຄວ້າ​ແຊ້ມ​ໂລກ 2019
- kitchen vibe - ນັກ​ສະນຸກ​ເກີຍິງ ຈາກ​ອັງກິດ​ຄວ້າ​ແຊ້ມ​ໂລກ 2019

ການແຂ່ງຂັນສະນຸກເກີປະເພດຍິງ ຊິງແຊ້ມໂລກ ທີ່ ສະໂມສອນໄຮເອັນ ສະນຸກເກີ ກຸງເທບ ຊິງເງິນລາງວັນ ຫລາຍກວ່າ 1 ລ້ານບາດ (ສະກຸນເງິນໄທ) ໂດຍ ການແຂ່ງຂັນຊິງແຊ້ມໂລກ ປະເພດຍິງ World Wom en’s Snooker Championship, ເປັນການແຂ່ງຂັນ ໃນຮອບຕັດສິນ 32 ຄົນສຸດ ທ້າຍ, ສາວໄທສາມາດເອົາ ຊະນະໄປໄດ້ 4 ຄົນ ຈົນມາ ຮອດ 16 ຄົນສຸດທ້າຍ, ສາວ ໄທກໍເອົາຊະນະໄດ້ທຸກຄົນ. ຈົນທີ່ສຸດນັກສະນຸກເກີສາວໄທ “ມິ້ງ ສະຣະບູຣີ” ຍັດຊາຣັດ ວົງທັດໄທ ເຈົ້າ ຂອງແຊ້ມເຍົາວະຊົນໂລກ3  ປີ  ຊ້ອນ ອາຍຸ 21 ປີ ພົບກັນ “ມືວາງອັນດັບ1” ຂອງລາຍ ການເຣນີ ອີແວນ ນັກສະນຸກ ເກີຍິງ ແຊ້ມໂລກ 11 ສະໄໝ ຈາກອັງກິດ.

ໂດຍເປີດມາເຟຣມ ທໍາ ອິດສາວໄທ ມິ້ງ ກົດໄມ້ດຽວ 9 ຊຸດ 61 ແຕ້ມ ນໍາ 68-0 ກ່ອນ ທີ່ ອີແວນ ຈະມາໄລ່ນໍາມາ 57-68 ພາດເຫລືອງບໍ່ລົງ ຈຶ່ງເຮັດໃຫ້ສາວໄທນໍາເຫລືອງໄປຮອດນຳເງິນເອົາຊະນະໄປ 82-63 ຂຶ້ນນໍາ 1-0 ເຟມ, ສໍາລັບເຟຣມ 2 ມິ້ງ ນໍາເຂົ້າ ໄປກ່ອນ 23-0 ແຕ່ ອີແວນ ນໍາແຊງ 58-23 ຄະແນນ ຂາດລອຍ 1 ສະນຸກ ແລະ  ມິ້ງພະຍາຍາມນໍາແລ້ວວາງ   ສະນຸກ ແຕ່ດວງບໍ່ດີ ຈຶ່ງເຮັດ ໃຫ້ ອີແວນ ນໍາຮອດສີບົວ ໄປຊະນະ 64-37 ນໍາມາ ສະເໝີ 1-1 ເຟຣມ. ຈາກນັ້ນ ທັງສອງໄດ້ສະລັບກັນນໍາ ຊະນະຄົນລະເຟຣມ, ຄະແນນ ອອກມາສະເໝີກັນ 2-2 ເຟມ, ກ່ອນເຟຣມທີ 5 ເຣນີ ອີແວນ ຈະນໍາມາ 2 ໄມ້ ເອົາຊະນະ ຂາດລອຍ 73-8 ຂຶ້ນນໍາ 3-2 ເຟຣມ ແລະ ໃນເຟຣມ 6 ເຣນີ ອີແວນ ແທງເອົາຊະນະ 53-35 ນໍາຫ່າງ 4-2 ເຟຣມ. ກ່ອນທີ່ເຟຣມ 7 ມິ້ງສາວໄທ ຈະກົດໄມ້ດຽວ 56 ແຕ້ມ ຊະ ນະ 84-0 ນໍາມາ 3-4 ເຟຣມ, ພໍມາຮອດເຟຣມ 8 ອີແວນ ໂຊຄວາມແມ່ນຢໍາ ແທງໄມ້ດຽວເກືອບໝົດໂຕະ ເຮັດເບຣກໄດ້ 92 ແຕ້ມ ຂຶ້ນ ປ່ຽນແທນນໍາ 5-3 ເຟຣມ ມາຮອດເຟຣມ 9 ອີແວນ ເກັບເທື່ອລະໄມ້ເບຣກ 43 ແຕ້ມ ສາມາດເອົາຊະນະ 70-32 ຈົບການແຂ່ງຂັນ. ເຣນີ ອີແວນ ເອົາຊະນະ 6-3 ເຟຣມ ຄວ້າແຊ້ມໂລກເປັນ ສະໄໆທີ 12.

- Visit Laos Visit SALANA BOUTIQUE HOTEL - ນັກ​ສະນຸກ​ເກີຍິງ ຈາກ​ອັງກິດ​ຄວ້າ​ແຊ້ມ​ໂລກ 2019
- 336 - ນັກ​ສະນຸກ​ເກີຍິງ ຈາກ​ອັງກິດ​ຄວ້າ​ແຊ້ມ​ໂລກ 2019
- 44 1 - ນັກ​ສະນຸກ​ເກີຍິງ ຈາກ​ອັງກິດ​ຄວ້າ​ແຊ້ມ​ໂລກ 2019
- 974325 - ນັກ​ສະນຸກ​ເກີຍິງ ຈາກ​ອັງກິດ​ຄວ້າ​ແຊ້ມ​ໂລກ 2019

- 4 - ນັກ​ສະນຸກ​ເກີຍິງ ຈາກ​ອັງກິດ​ຄວ້າ​ແຊ້ມ​ໂລກ 2019
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!