ລະວັງຂີ້ເຫຍື້ອຖ້ວມໂລກ!

ລະວັງຂີ້ເຫຍື້ອຖ້ວມໂລກ! - 327 - ລະວັງຂີ້ເຫຍື້ອຖ້ວມໂລກ!
ລະວັງຂີ້ເຫຍື້ອຖ້ວມໂລກ! - kitchen vibe - ລະວັງຂີ້ເຫຍື້ອຖ້ວມໂລກ!
ລະວັງຂີ້ເຫຍື້ອຖ້ວມໂລກ! - 327 - ລະວັງຂີ້ເຫຍື້ອຖ້ວມໂລກ!

ຄົງ​ຈະ​ບໍ່​ມີ​ໃຜ​ດອກກ​້າ​ຫາ​ວ່າ​ຜູ້​ຂຽນ “​ໂຍກ” ​ເກີນ​ໄປ ​ທີ່​ເວົ້າວ່າ​ດຽວ​ນີ້​ຈຳນວນ​ຂີ້​ເຫຍື້ອພວມ​ລາມ​ຂຶ້ນ​ເກືອບ​ຖ້ວມ​ຮູດັງ​ຂອງ​ຊາວ​ໂລກ ​ແລະ ອີກ​ບໍ່​ເຫິງ​ມັນ​ກໍ​ຈະ​ຖ້ວມ​ໂລກ​ຖ້າ​ປະຊາ​ຄົມ​ໂລກ ຫາກ​ບໍ່​ມີ​ມາດຕະຖານ​ຈິງ​ຈັງ​ ​ແລະ ມີ​ປະສິດທິພາບ​ໃນ​ການ​ຈຳກັດ ​ແລະ ກຳຈັດ​ມັນ​ໃຫ້​ໝົດ​ໄປ. ​ເມື່ອ​ເບິ່ງ​ຕາມ​ສະພາບ​ຄວາມ​ເປັນ​ຈິງ​ໃນ​ປັດຈຸບັນ, ຂີ້​ເຫຍື້ອ ບໍ່​ເປັນພຽງ​ບັນຫາ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແຕ່​ມັນ​ຍັງ​ກາຍ​ເປັນ​ຮູບ​ແບບ​ອາ​ຊະ​ຍາ​ກຳປະ​ເພດ​ໜຶ່ງທີ່​ເປັນ​ອັນຕະລາຍ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ແຕ່ລະ​ປະ​ເທດ, ​ເປັນ​ສ້ຽນ​ໜາມ​ບັນ​ທອນ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ປະ​ເທດ ​ແລະ ສາກົນ.

​   ເຫດ​ໃດຈຶ່ງ​ວ່າ​ຈັ່ງ​ຊັ້ນ? ​ກໍ​ເພາະວ່າ​ມີ​ປາກົດການ​ເປັນ​ຕົວຢ່າງ​ຊີ້ອອກ​ຢ່າງ​ຈະ​ແຈ້ງວ່າ ບາງ​ປະ​ເທດ​ອຸດ​ສາຫະ​ກຳ​ຂະຫຍາຍຕົວ​ຂັ້ນຫົວ​ແຖວ​ ໄດ້​ໃຊ້​ກົນອຸບາຍ​ຫລາຍ​ຫລ່ຽມ​ເພື່ອ​ຂົນ​ເອົາ​ກອງຂີ້​ເຫຍື້ອຈາກປະ​ເທດ​ຂອງ​ຕົນ​ໄປ​ຖິ້ມຢູ່​ປະ​ເທດ​ອື່ນ​ດ້ວຍ​ວິທີ​ຕົບ​ຕາ​ວ່າ ​ເພື່ອ“​ແປ​ຮູບ​ນຳ​ມາ​ໃຊ້​ຄືນ​ໃໝ່” ຫລື “ຣີ​ໄຊ​ເຄີນ” ​ແຕ່​ເວລາ​ກວດກາ​ເບິ່ງ​ຄັກໆ​ພັດ​ເປັນ​ຂີ້​ເຫຍື້ອປົນ​ເປື້ອນສານ​ເຄມີ​ທີ່​ເປັນອັນ​ຕະລາຍ​ສຸດໆ.

ລະວັງຂີ້ເຫຍື້ອຖ້ວມໂລກ! - Visit Laos Visit SALANA BOUTIQUE HOTEL - ລະວັງຂີ້ເຫຍື້ອຖ້ວມໂລກ!

ຕົວຢ່າງ​ຫວ່າງ​ບໍ່​ດົນ​ມາ​ນີ້, ສ. ອາ​ເມ​ລິ​ກາ ​ໄດ້​ສົ່ງ​ຕູ້​ຄອນ​ເທ​ນ​ເນີ​ບັນຈຸ​ຂີ້​ເຫຍື້ອທີ່​ອ້າງ​ວ່າ “​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ” ​ໄປ​ຖິ້ມຢູ່​ອິນ​ໂດ​ເນ​ເຊຍ ​ເພື່ອ​ບຳບັດ ຣີ​ໄຊເຄີນ ​ແຕ່​ທາງ ອິນ​ໂດ​ເນ​ເຊຍ ກໍ​ບໍ່​ຫລັບ​ຕາເຊື່ອຈຶ່ງ​ໄດ້​ກວດ​ສອບ ​ແລະ ພົບ​ວ່າ​ໃນ​ນັ້ນມີ 5 ຕູ້ຄອນ

ເທ​ນ​ເນີ​ທີ່​ບັນຈຸ​ຂີ້​ເຫຍື້ອສານ​ພິດອັນຕະລາຍ, ​ດັ່ງນັ້ນຈຶ່ງ​ຈັດການ​ສົ່ງ​ຄືນ​ສູ່ປະ​ເທດ​ຕົ້ນທາງ.

   ບັນຫາ​ທີ່​ວ່າ​ນີ້ ມາ​ເລ​ເຊຍ ກໍ​ເຄີຍ​ປະ​ເຊີນ​ກ່ອນ​ໜ້າ​ແລ້ວ ​ຄືຕູ້​ຄອນ​ເທ​ນ​ເນີ ບັນຈຸ​ຂີ້​ເຫຍື້ອ “​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ” ຈຳນວນ 60 ຕູ້, ນ້ຳໜັກ 3.000 ​ໂຕນ ຈາກ 14 ປະ​ເທດ​ຖືກ​ຕີ​ກັບ​ໄປ​ບັນດາ​ປະ​ເທດ​ຕົ້ນທາງ​ ໃນ​ນັ້ນລວມມີອົດ​ສະ​ຕາ​ລີ, ກາ​ນາ​ດາ ​ແລະ ສ.​ອາ​ເມ​ລິ​ກາ.

​   ເລື່ອງ​ຂີ້​ເຫຍື້ອ​ນີ້​ໄດ້​ກາຍ​ເປັນ​ບັນຫາ​ບາດໝາງ​ທາງ​ການ​ທູດ​ຢ່າງ​ໜັກ ​ລະຫວ່າງ ຟີ​ລິບ​ປິນ ​ແລະ ກາ​ນາດາ ​ເມື່ອ​ຟີ​ລິບ​ປິນ ປະກາດ​ຕີ​ກັບ 69 ຕູ້ຄອນ​ເທ​ນ​ເນີ ບັນຈຸ​ຂີ້​ເຫຍື້ອຈາກ ກາ​ນາ​ດາ ຍ້ອນມັນ​ເປັນ​ຂີ້​ເຫຍື້ອ ທີ່​ບໍ່​ສາມາດ ຣີ​ໄຊເຄີນ​ໄດ້, ​ແຕ່​ ກາ​ນາ​ດາ ປະກາດ​ບໍ່​ຍອມຮັບ​ຄືນ​ຂີ້​ເຫຍື້ອດັ່ງກ່າວ, ​ຟີ​ລິບ​ປິນ ຈຶ່ງ​ໃຊ້​ຄຳຂາດ​ວ່າຮັບ ຫລື ບໍ່​ຮັບ​ບໍ່​ສົນ, ຈະ​ເອົາ​ຂີ້​ເຫຍື້ອທັງ​ໝົດ​ໄປ​ເທ​ລົງ​ນານ​ນ້ຳຂອງ​ກາ​ນາ​ດາ.

​            ເມື່ອ​ບັນຫາ​ຂີ້​ເຫຍື້ອລະຫວ່າງ​ປະ​ເທດ​ໄດ້​ພົບ​ກັບ​ທາງ​ຕັນ​ຄື​ແນວ​ນີ້ ກໍ​ເລີຍ​ມີ​ສຽງ​ເຕືອນ​ເພື່ອ​ແນະນຳ​ຈາກ​ອົງການ ກຣີນພິສ ປະຈຳ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃຫ້​ໂລກ​ຮູ້​ວ່າ: ອາ​ຊຽນ ບໍ່​ແມ່ນ​ຖັງ​ຖິ້ມຂີ້​ເຫຍື້ອຂອງ​ໂລກ, 5 ປະ​​ເທດ​ໃນ​ອາ​ຊຽນ​ເອງ (ມາ​ເລ​ເຊຍ, ຫວຽດນາມ, ​ໄທ, ອິນ​ໂດ​ເນ​ເຊຍ ​ແລະ ມຽນມາ) ກໍ​ມີ​ຂີ້​ເຫຍື້ອ​ເກືອບ​ຖ້ວມ​ຮູດັງ​ແລ້ວ.

​   ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກາຍ​ເປັນ​ຖັງ​ຖິ້ມຂີ້​ເຫຍື້ອຂອງ​ໂລກ ອາ​ຊຽນ ຕ້ອງ​ປະຕິບັດ​ມາດ​ຕະການ​ອັນ​ຈຳ​ເປັນ​ດັ່ງ​ລຸ່ມ​ນີ້​ຄື: ໜຶ່ງ ຕ້ອງ​ມີ​ລະບົບ​ການ​ຮ່ວມ​ມື​ທີ່​ເປ​ັນຮູບ​ປະ​ທຳ​ລະດັບ​ພາກພື້ນ​ ແນ​ໃສ່​ຫ້າມ​ນຳ​ເຂົ້າຂີ້​ເຫຍື້ອຈາກ​ຕ່າງປະ​ເທດ​ທີ່​ອ້າງ​ວ່າ ​ເພື່ອ​ນຳ​ມາ​ຜະລິດ​ໃໝ່,   ສອງ ​ຕ້ອງ​ຮີບ​ຮ້ອນ​ໃຫ້​ສັດຕະຍາບັນ​ແກ່​ສົນທິສັນຍາ​ ບາ​ເຊ​ວ ​ໃນ​ສ່ວນ​ທີ່​ເປັນ​ມາດ​ຕະ

ການ​ກຳນົດ​ຫ້າມ​ສົ່ງ​ອອກ​ສິ່ງ​ເສດ​ເຫລືອ​ຕ່າງໆ ທີ່​ເປັນ​ອັນຕະລາຍ.

ປະ​ເທດ​ລາວ​ເຮົາ ​ບໍ່​ທັນ​ຕິດ​ລະດັບ​ປະ​ເທດ​ຂີ້​ເຫຍື້ອລົ້ນ​ເມືອງ​ຄື​ຫລາຍ​ປະ​ເທດ​ໃນ​ອາ​ຊຽນ​ ແຕ່​ກໍ​ຢ່າ​ຟ້າວ​ດີ​ໃຈ ​ເພາະ​ຖ້າ​ພວກ​ເຮົາ​ບໍ່​ມີ​ມາດຕະ​ການ​ປ້ອງ​ກັນ​ລ່ວງ​ໜ້າ​ໄວ້​ດີໆ ​ແລ້ວ​ ປະ​ເທດ​ພວກ​ເຮົາ​ກໍ​ຄົງ​ຈະ​ເປັນ​ຖັງ​ຖິ້ມຂີ້​ເຫຍື້ອພາຍ​ໃນ ​ແລະ ຈາກ​ພາຍ​ນອກ​ຢ່າງ​ແນ່ນອນ.

ລະວັງຂີ້ເຫຍື້ອຖ້ວມໂລກ! - 3 - ລະວັງຂີ້ເຫຍື້ອຖ້ວມໂລກ!
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!