ຜູ້ຮັບເໝົາຢືນຢັນການກໍ່ສ້າງເສັ້ນທາງ 3 ແຍກຈີ່ນາຍໂມ້ຫາບ້ານທ່າແຂກຈະສຳເລັດທ້າຍປີນີ້

- Way Contruction - ຜູ້ຮັບເໝົາຢືນຢັນການກໍ່ສ້າງເສັ້ນທາງ 3 ແຍກຈີ່ນາຍໂມ້ຫາບ້ານທ່າແຂກຈະສຳເລັດທ້າຍປີນີ້
- kitchen vibe - ຜູ້ຮັບເໝົາຢືນຢັນການກໍ່ສ້າງເສັ້ນທາງ 3 ແຍກຈີ່ນາຍໂມ້ຫາບ້ານທ່າແຂກຈະສຳເລັດທ້າຍປີນີ້

ນັບເປັນຂ່າວດີໃຫ້ກັບຜູ້ທີ່ສັນຈອນໄປມາໃນເສັ້ນທາງແຕ່ 3 ແຍກຈີ່ນ້າຍໂມ້-ບໍ່ໂອ-ບ້ານຫ້ອມ-ບ້ານທ່າແຂກ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ, ພາຍຫລັງຜູ້ຮັບເໝົາກໍ່ສ້າງເສັ້ນທາງດັ່ງກ່າວໄດ້ຢືນຢັນວ່າຈະໃຫ້ສໍາເລັດໃນທ້າຍປີນີ້.

ທ່ານປະທານບໍລິສັດ ຫາຍຫານ ຈຳກັດ ໄດ້ໃຫ້ສຳພາດຕໍ່ນັກຂ່າວເມື່ອບໍ່ດົນນີ້ວ່າ: ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນບໍລິສັດຂອງຕົນເປັນຜູ້ຮັບເໝົາດ້ວຍການລົງທຶນກ່ອນ 100% ໃນມູນຄ່າຫລາຍກວ່າ 50 ລ້ານໂດລາສະຫະລັດ, ເຮັດເປັນເສັ້ນທາງເບຕົງເສີມເຫລັກມີຄວາມຍາວປະມານ 14 ກິໂລແມັດ, ໜ້າທາງກວ້າງ 15 ແມັດ, ໜາ 23 ຊັງຕີແມັດ, ມີຮ່ອງລະບາຍນ້ຳສອງຂ້າງທາງ, ໄຟເຍືອງທາງ ແລະ ຕິດຕັ້ງສິ່ງອໍານວຍຕ່າງໆຕໍ່ການສັນຈອນ, ຊຶ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ກາງປີ 2016 ຜ່ານມາ ແລະ ມາຮອດປັດຈຸບັນມີຄວາມຄືບໜ້າແລ້ວປະມານ 48%, ໂດຍສະເພາະໜ້າ ວຽກທີ່ມີຄວາມຫຍຸ້ງຍາກ ເຊັ່ນ: ການຍົກຍ້າຍສິ່ງກີດຂວາງຕ່າງໆ ເປັນຕົ້ນ: ທໍ່ນ້ຳປະປາ, ສາຍໂທລະສັບ, ເສົາໄຟຟ້າ, ເທເບຕົງເສີມເຫລັກກັນທາງເຈື່ອນແມ່ນສໍາເລັດແລ້ວເປັນສ່ວນຫລາຍ ແລະ ຄາດວ່າການກໍ່ສ້າງທັງໝົດຈະໃຫ້ສໍາເລັດໃນທ້າຍປີນີ້.

- Visit Laos Visit SALANA BOUTIQUE HOTEL - ຜູ້ຮັບເໝົາຢືນຢັນການກໍ່ສ້າງເສັ້ນທາງ 3 ແຍກຈີ່ນາຍໂມ້ຫາບ້ານທ່າແຂກຈະສຳເລັດທ້າຍປີນີ້
- 3 - ຜູ້ຮັບເໝົາຢືນຢັນການກໍ່ສ້າງເສັ້ນທາງ 3 ແຍກຈີ່ນາຍໂມ້ຫາບ້ານທ່າແຂກຈະສຳເລັດທ້າຍປີນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!