ຊອກເຫັນສົບເດັກຊາຍຈົມນ້ຳເສຍຊີວິດຢູ່ທ່າບ້ານຫາດກ້ຽງແລ້ວ

- Deaded - ຊອກເຫັນສົບເດັກຊາຍຈົມນ້ຳເສຍຊີວິດຢູ່ທ່າບ້ານຫາດກ້ຽງແລ້ວ
- kitchen vibe - ຊອກເຫັນສົບເດັກຊາຍຈົມນ້ຳເສຍຊີວິດຢູ່ທ່າບ້ານຫາດກ້ຽງແລ້ວ

 

- Deaded - ຊອກເຫັນສົບເດັກຊາຍຈົມນ້ຳເສຍຊີວິດຢູ່ທ່າບ້ານຫາດກ້ຽງແລ້ວ
          ແລງວັນທີ 23 ພຶດສະພາຜ່ານມານີ້, ໄດ້ມີເດັກ ນ້ອຍລົງລອຍຫລີ້ນ ນ້ຳງື່ມ ໃນບໍລິເວນທ່າບ້ານຫາດກ້ຽງ, ເມືອງໄຊທານີ, ນະຄອນ ຫລວງວຽງຈັນ, ຈາກນັ້ນ ໄດ້ມີເດັກຊາຍຄົນໜຶ່ງຈົມນ້ຳຫາຍໄປ.

ໜ່ວຍກູ້ໄພ ພັດທະນາຜາສຸກ ໃຫ້ຮູ້ວ່າ: ເມື່ອໄດ້ຮັບແຈ້ງວ່າມີຄົນຈົມນ້ຳ ກໍຮີບຮ້ອນລົງພື້ນທີ່ດັ່ງກ່າວ ເພື່ອຊອກຄົ້ນຫາເດັກຊາຍຄົນດັ່ງກ່າວຮ່ວມກັບ ຊາວບ້ານຈຳນວນໜຶ່ງໂດຍດ່ວນ ຈົນຮອດເວລາປະມານ 15:34 ໂມງຂອງວັນຕໍ່ມາ ຈຶ່ງສາມາດພົບສົບຜູ້ເສຍຊີວິດ ຢູ່ຫ່າງຈາກຈຸດເກີດເຫດປະມານ 10 ແມັດ.

ທ່ານ ອາດ ວິໄຊວົງ ນາຍບ້ານໂພນຄໍ້ ໃຫ້ຮູ້ວ່າ: ເດັກຊາຍດັ່ງກ່າວ, ຊື່ທ້າວ ສົມຫວັງ, ອາຍຸ 13 ປີ, ຢູ່ບ້ານໂພນຄໍ້, ໜ່ວຍ 11, ເມືອງໄຊທານີ, ໂດຍມື້ນັ້ນເປັນມື້ພັກຮຽນ ພາຍຫລັງສອບເສັງພາກຮຽນແລ້ວ, ຜູ້ຕາຍໄດ້ລົງຫລີ້ນນ້ຳກັບໝູ່ອີກ 3 ຄົນ, ຢູ່ແຄມທ່າບ້ານຫາດກ້ຽງ, ຢູ່ຫ່າງຈາກບ້ານໂພນຄໍ້ປະມານ 1 ກິໂລແມັດ ແລະ ເປັນເຂດວັງເລິກ, ຈຶ່ງເຮັດໃຫ້ຜູ້ຕາຍຈົມນ້ຳ ແລະ ເສຍຊີວິດຄືດັ່ງກ່າວ. ແຕ່ແນວໃດກໍຕາມຂໍເຕືອນເຖິງພໍ່ແມ່ຜູ້ປົກຄອງທຸກຄົນ ຈົ່ງເອົາໃຈໃສ່, ເບິ່ງແຍງລູກຫລານຂອງຕົນໃຫ້ດີເພື່ອບໍ່ໃຫ້ເກີດເຫດການດັ່ງກ່າວ ຂຶ້ນອີກ.

- 4 - ຊອກເຫັນສົບເດັກຊາຍຈົມນ້ຳເສຍຊີວິດຢູ່ທ່າບ້ານຫາດກ້ຽງແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!